ປະທານປະເທດວຽດນາມ ຢ້ຽມຢາມສະຫະຣັຖ


2013.07.25
F-Truong Tan Sang ທ່ານ Truong Tan Sang ປະທານປະເທດ ວຽດນາມ
thediplomat

 

ທ່ານ Truong Tan Sang ປະທານ ປະເທດ ວຽດນາມ ເດີນທາງ ຢ້ຽມຢາມ ກຸງ Washington ເປັນເທື່ອ ທຳອິດ ແລະ ຈະມີໂອກາດ ໄດ້ເຮັດວຽກ ຮ່ວມກັບ ປະທານາທິບໍດີ Obama ເພື່ອສົ່ງເສີມ ເສຖກິດ ແລະ ການພົວພັນ ທາງທະຫານ ເຖິງວ່າ ການທີ່ ສະຫະຣັຖ ມີຄວາມ ວີຕົກກັງວົນ ນຳປວັດ ການຣະເມີດ ສິດທິມນຸດ ຂອງ ວຽດນາມ ອາດສົ່ງ ຜົນສະທ້ອນ ໃສ່ບັນຫາ ທີ່ກ່າວມາ ແລ້ວນັ້ນ ກໍຕາມ.

ການຢ້ຽມຢາມ ສະຫະຣັຖ ຂອງ ທ່ານ Truong Tan Sang ເທື່ອນີ້ ມີຂຶ້ນ ໃນເວລາ ຫົວລ້ຽວຫົວຕໍ່ ສຳຫລັບ ວຽດນາມ ແລະ ສະຫະຣັຖ ເພາະວຽດນາມ ກໍາລັງ ປະສົບກັບ ສະພາບເສຖກິດ ທີ່ ຂຍາຍຕົວ ຊ້າລົງ ແຕ່ຄວາມ ຂັດແຍ້ງ ກັບຈີນ ກ່ຽວກັບ ເຂດນໍ້າ ແດນດິນ ໃນເຂດ ທະເລຈີນໃຕ້ ຊໍ້າພັດຍິ່ງ ທະວີຄູນ ຂຶ້ນຊັກໃຊ້ ໃນຂະນະທີ່ ສະຫະຣັຖ ນັບມື້ເຫັນວ່າ ວຽດນາມ ເປັນຄູ່ ເຈຣະຈາ ດ້ານເສຖກິດ ແລະ ຍຸທສາຕ ຫລາຍຂຶ້ນ ໃນຂົງເຂດ ທີ່ຈີນ ກຳລັງແຜ່ ອຳນາດຂຶ້ນຕື່ມ ເລື້ອຍໆນັ້ນ. ແຕ່ການທີ່ ວຽດນາມ ປາບປາມ ພວກຕໍ່ຕ້ານ ແລະ ນັກເຄື່ອນໄວ ທາງ internet ນັ້ນເຮັດໃຫ້ ການພົວພັນ ຣະຫວ່າງ ສະຫະຣັຖ ແລະ ວຽດນາມ ມີບັນຫາ ຫຍຸ້ງຍາກຂຶ້ນ.

ເວລາປະກາດ ໃຫ້ຊາບ ກ່ຽວກັບ ການຢ້ຽມຢາມ ຂອງ ທ່ານ Truong Tan Sang ເມື່ອວັນທີ່ 11 ກໍຣະກະດາ ຜ່ານມາ ໂຄສົກ ທຳນຽບຂາວ ເວົ້າວ່າ ປະທານາທິບໍດີ Obama ຈະໄດ້ມີ ໂອກາດ ແລກປ່ຽນ ຄວາມຄິດ ຄວາມເຫັນ ກ່ຽວກັບ ບັນຫາ ເສຖກິດ ເປັນຕົ້ນ ການຄ້າ ແລະ ຍຸທສາຕ ກັບປະທານ Sang ແຕ່ພ້ອມກັນນັ້ນ ທ່ານ Obama ກໍຈະຍົກ ບັນຫາ ສິດທິມະນຸດ ຂຶ້ນກ່າວ ເຊັ່ນກັນ. ກ່ອນທີ່ ປະທານ Truong Tan Sang ຈະເດີນທາງ ມາເຖິງ ສະຫະຣັຖ ສະມາຊິກ ສະພາຕໍ່າ ສະຫະຣັຖ ແລະ ຊາວວຽດນາມ ໂພ້ນທະເລ ໄດ້ຈັດ ກອງປະຊຸມ ຖແລງຂ່າວ ຂຶ້ນ ທີ່ໜ້າຕຶກ ຣັຖສະພາ ສະຫະຣັຖ ເພື່ອຊຸກຍູ້ ໃຫ້ ປະທານາທິບໍດີ Obama ເອົາທ່າທີ່ ເດັດຂາດ ກ່ຽວກັບ ການລະເມີດ ສິດທິມນຸດ ໃນວຽດນາມ. ດັ່ງທ່ານ Chris Smith ສະມາຊິກ ພັກ Republican ຈາກຣັຖ New Jersey ປະທານ ອະນຸ ກັມມະການ ສິດທິມນຸດ ໃນທົ່ວໂລກ ກ່າວ ໃນຕອນນຶ່ງວ່າ:

"ທ່ານຕ້ອງ ລຸກຂຶ້ນຕໍ່ຕ້ານ ການຣະເມີດ ສິດທິມນຸດ ແລະຢືນຢູ່ ກັບຝ່າຍທີ່ ຖືກຂົ່ມເຫັງ ແທນທີ່ຈະຢືນຢູ່ ກັບຝ່າຍ ທີ່ກົດຂີ່ ປະຊາຊົນ".

ຕໍ່ຄຳຖາມ ຂອງ ອົງການ ຂ່າວສານ AP ກ່ຽວກັບ ບັນຫານີ້ ປະທານ Truong Tan Sang ຕອບທາງ e-mail ໃນມື້ວັນ ອັງຄານ ຜ່ານມາວ່າ ວຽດນາມ ນັບຖືສິດທິ ແລະ ເສຣີພາບ ພື້ນຖານ ຂອງ ຊາວວຽດນາມ. ກ່ຽວກັບ ການຈັບ ພວກ blogger ນັ້ນ ທ່ານເວົ້າວ່າ ມີຄວາມແຕກຕ່າງ ບາງຢ່າງ ຣະຫວ່າງ ສະຫະຣັຖ ແລະ ວຽດນາມ ຮ່ວມທັງເຣື້ອງ ສິດທິມະນຸດ ແຕ່ມັນກໍເປັນ ຂອງ ທັມມະດາ ແລະ ທ່ານຍັງໄດ້ ສະແດງ ຄວາມຫວັງວ່າ ຫລັງຈາກ 5 ປີ ທີ່ບໍ່ມີ ການຢ້ຽມຢາມ ຣະດັບສູງ ຣະຫວ່າງ ປະເທດ ທັງສອງ ການຢ້ຽມຢາມ ສະຫະຣັຖ ຂອງ ທ່ານເທື່ອນີ້ ຈະຍົກຣະດັບ ການພົວພັນ ຣະຫວ່າງ ວຽດນາມ ແລະ ສະຫະຣັຖ ຂຶ້ນເປັນ ການພົວພັນ ທີ່ສຳຄັນ ເລິກເຊິ້ງ ແລະ ມີປະສິດທິຜົນ.

ການທີ່ທ່ານ Obama ເຊີນປະທານ ປະເທດ ວຽດນາມ ມາເຈຣະຈາ ທີ່ ທຳນຽບຂາວ ໄດ້ ສ້າງຄວາມ ປະຫລາດໃຈ ໃຫ້ ນັກວິຈັຍ ບາງຄົນ ທີ່ຄິດວ່າ ຄວາມປະສົງ ຂອງ ສະຫະຣັຖ ທີ່ຢາກຫັນປ່ຽນ ຄວາມສຳຄັນ ທາງການທູຕ ແລະ ການທະຫານ ໄປສູ່ ເອເຊັຍ ນັ້ນ ຄົງຈະມີ ນໍ້າຫນັກ ຫລາຍກວ່າ ບັນຫາ ສິດທິມະນຸດ ໃນວຽດນາມ. ທ່່ານ Carl Thayer ຜູ້ສ້ຽວຊານ ກ່ຽວກັບ ບັນຫາ ວຽດນາມ ຢູ່ທີ່ ມະຫາວິທຍາລັຍ New South Wales ແຫ່ງປະເທດ Australia ເວົ້າວ່າ ປະທານາທິບໍດີ Obama ອາດຍົກ ເອົາບັນຫາ ສິດທິມະນຸດ ຂຶ້ນມາເວົ້າ ແບບບໍ່ເປີດເຜີຍ ແຕ່ແນ່ນອນ ວ່າຈະບໍ່ໃຫ້ ຄວາມສຳຄັນ ຫລາຍ ແລະ ວ່າສຳຫລັບ ທ່ານ Obama ສິ່ງສຳຄັນ ແມ່ນສ້າງວຽກເຮັດ ໃຫ້ ຊາວ ອະເມຣິກັນ ເພາະ ຂາຍສິນຄ້າ ໃຫ້ເອເຊັຍ ໄດ້ຫລາຍ ເທົ່າໃດ ຍິ່ງເປັນຜົນ ປະໂຫຍດ ແກ່ ສະຫະຣັຖ ຫລາຍເທົ່ານັ້ນ.

ຄາດວ່າ ສະຫະຣັຖ ແລະ ວຽດນາມ ຈະແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບ ສັນຍາການຄ້າ ທີ່ ສະຫະຣັຖ ກໍາລັງ ເຈຣະຈາ ຢູ່ກັບວຽດນາມ ແລະອີກ 10 ປະເທດ ໃນເຂດ Asia-Pacific ສັນຍາ ທີ່ສະຫະຣັຖ ຢາກໃຫ້່ ລົງນາມ ກ່ອນທ້າຍປີ ຢູ່ນີ້. ໃນປີ 2012  ການແລກປ່ຽນ ການຄ້າ ຣະຫວ່າງ ສະຫະຣັຖ ແລະ ວຽດນາມ ຕົກເປັນມູນຄ່າ ທັງໝົດ US$ 26 ພັນລ້ານ ເພາະສະນັ້ນ ບັນດາຜູ້ນຳ ວຽດນາມ ທີ່ຮັບຜິດຊອບ ເສຖກິດ ທີ່ສັ່ນຄອນ ຢູ່ນີ້ ກໍຖືກກົດດັນ ໃຫ້ຊຸກຍູ້ ເສຖກິດ ໃຫ້ຂຍາຍຕົວ ຫລາຍຂຶ້ນ ເຊັ່ນກັນ.

ໃນລະຍະ ບໍ່ເທົ່າໃດປີ ຜ່ານມາ ສະຫະຣັຖ ໄດ້ປັບປຸງ ສຳພັນ ທາງທະຫານ ກັບ ວຽດນາມ ໃຫ້ດີຂຶ້ນເລື້ອຍໆ ແຕ່ຫາກຍັງບໍ່ໄດ້ ຍົກເລີກ ກົດໝາຍ ຫ້າມຂາຍອາວຸດ ໃຫ້ວຽດນາມ ທີ່ມີຜົນ ປະຕິີບັດ ມາແຕ່ 1984. ເຈົ້່າໜ້າທີ່ ອະເມຣິກັນ ເວົ້າວ່າ ສະຫະຣັຖ ກໍາລັງ ພິຈາຣະນາ ວ່າ ຄວນຍົກເລີກ ຫລືບໍ່ ແຕ່ບໍ່ມີຫຍັງ ສໍ່ສະແດງ ໃຫ້ເຫັນວ່າ ຈະມີການ ປ່ຽນແປງ ເກີດຂຶ້ນ ໃນໄວໆນີ້. ທ່ານ Thayer ເວົ້າວ່າ ເຖິງຢ່າງໃດ ວຽດນາມ ກໍຄົງບໍ່ຊື້ ອາວຸດ ຈາກ ສະຫະຣັຖ ເນື່ອງຈາກ ມັກຊື້ຈາກ ຢູໂຣບ ຕາເວັນອອກ ຢູ່ແລ້ວ ແຕ່ຖືວ່າ ການທີ່ມີ ກົດໝາຍ ອະເມຣິກັນ ຫ້າມນັ້ນ ຜູ່ນຳພັກ Communist ບາງຄົນ ເຫັນວ່າ ເປັນການເລືອກ ຜູ້ຮັກ ມັກຜູ້ຊັງ.

ຕໍ່ຄຳຖາມວ່າ ທ່ານຢາກໃຫ້ ລົບລ້າງ ກົດໝາຍ ຫ້າມສະບັບນັ້ນ ຫລືບໍ່ ທ່ານ Truong Tan Sang ຕອບວ່າ ທ່ານເຊື່ອວ່າ ເຖິງເວລາແລ້ວ ທີ່ ຄວາມສຳພັນ ຣະຫວ່າງ ປະເທດ ທັງສອງ ຈະເຂົ້າສູ່ ສະພາບ ປົກກະຕິ ໃນທຸກດ້ານ ເພື່ອເຫັນແກ່ ຜົນປະໂຫຍດ ຂອງ ທັງ 2 ຝ່າຍ ແລະ ເພື່ອເຫັນແກ່ ສັນຕິພາບ ການຮ່ວມມື ແລະ ການພັທນາ ໃນເຂດ Asia-Pacific.

ເມື່ອມີ ຜູ້ຖາມ ທ່ານ Phil Robertson ຮອງ ຜູ້ອຳນວຍການ ຂອງ ອົງການ Human Rights Watch ສາຂາເອເຊັຍ ວ່າເປັນຫຍັງ ປະທານ Truong Tan Sang ຈຶ່ງຖືກເຊີນ ໄປທຳນຽບຂາວ ທັງໆທີ່ ປະຫວັດ ການຣະເມີດ ສິດທິມະນຸດ ຂອງວຽດນາມ ກໍເປັນທີ່ຮູ້ ກັນດີແລ້ວ, ທ່ານ Robertson ຕອບວ່າ ຄວາມຮັບຜິບຊອບ ຕົກເປັນຂອງ ປະທານາທິບໍດີ Obama ທີ່ຈະຕ້ອງ ເຮັດໃຫ້ ບັນຫາ ສິດທິມະນຸດ ບໍ່ຕົກລົ່ນ ອອກຈາກຫົວຂໍ້ ທີ່ຈະນຳຂຶ້ນ ເຈຣະຈາ ກັນ. ສະຫະຣັຖ ຕ້ອງຖແລງອອກ ຢ່າງເປີດເຜີຍ ວ່າຕົນມີ ຄວາມກັງວົນ ເຣື້ອງການຣະເມີດ ສິດທິມະນຸດ ໃນວຽດນາມ ແລະ ກົດດັນ ໃຫ້ວຽດນາມ ດຳເນີນ ມາຕການ ແກ້ໄຂ ຢ່າງແທ້ຈິງ.

ປະທານາທິບໍດີ Obama ຈະພົບກັບ ປະທານ Truong Tan Sang ຢູ່ທີ່ ທຳນຽບຂາວ ໃນມື້ວັນ ພະຫັດ ທີ່ 25 ກໍຣະກະດາ ຕາມເວລາ ທ້ອງຖິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.