ສິດທິອົງການຈັດຕັ້ງໃນ ລາວ
2015.09.14
ກຸ່ມ ອົງການ ສິດທິ ມະນຸດ ມີຄວາມ ເປັນຫ່ວງ ການຈໍາກັດ ສິດທິ ຂອງ ອົງການ ຈັດຕັ້ງ ທາງສັງຄົມໃນລາວ, ແລະ ຂໍ ຮຽກຮ້ອງ ໃຫ້ ຫຼາຍ ປະເທດ ເຂົ້າມາ ມີບົດບາດ ໃນ ເຣື້ອງ ນີ້.
ໃນ ກອງປະຊຸມ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃນ ຫົວຂໍ້ ທີ່ວ່າ “1,000 ມື້ ທີ່ ບໍ່ມີຄວາມ ຍຸຕິທັມ” ທີ່ ຈັດຂຶ້ນ ຢູ່ ບາງກອກ ປະເທດ ໄທ ໃນວັນທີ 11 ກັນຍາ 2015. ຍານາງ Debbie Stothard, ເລຂາ ທິການ ຂອງ ສະຫະພັນ ສິດທິ ມະນຸດ ສາກົນ, ໄດ້ ກ່າວຕໍ່ເອເຊັຽ ເສຣີ ວ່າ:
"ສິ່ງທີ່ກໍາລັງ ເປັນ ອຸປສັກ ກໍຄື ວ່າ, ອົງການ ຈັດຕັ້ງ ທາງສັງຄົມ ຢູ່ໃນ ສປປລາວ ຖືກຈໍາກັດ ສິດທິ ໃຫ້ ມິດງຽບ. ປະກົດວ່າ ເຈົ້າໜ້າທີ່ ທາງການ ລາວ, ປະຕິເສດ ອົງການ ຈັດຕັ້ງ ທາງສັງຄົມ ຢູ່ ໃນຂົງເຂດ ນີ້, ແລະ ປະຕິເສດ ທີ່ຈະມີ ການປຶກສາ ຫາລື ກ່ຽວກັບ ຄວາມ ຍຸຕິທັມ ທາງສັງຄົມ. ທາງການ ລາວ ບໍ່ ອະນຸຍາດ ໃຫ້ເວົ້າ ກ່ຽວກັບ ທ່ານ ສົມບັດ, ທັງຢູ່ໃນ ລາວ ແລະ ຢູ່ໃນ ກອງປະຊຸມ (ສຸດຍອດ) ຜູ້ນໍາ ອາຊຽນ, ຊຶ່ງ ກໍໝາຍເຖິງ ຄວາມ ຜິດພາດ ຂອງ ເຈົ້າໜ້າທີ່ ທາງການ ລາວ, ທີ່ ໄປ ນາບຂູ່ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ແລະ ໃນ ອາຊຽນ".
ນອກຈາກ ນີ້, ຍານາງ Debbie Stothard ກໍຍັງ ຮຽກຮ້ອງ ໃຫ້ ປະຊາຄົມ ອາຊຽນ, ແລະ ຊາດ ອື່ນໆ ບໍ່ຄວນ ປ່ອຍໃຫ້ ທາງການ ລາວ ຈໍາກັດ ສິດທິ ຂອງ ອົງການ ຈັດຕັ້ງ ທາງ ສັງຄົມ ຢູ່ ໃນລາວ, ແລະ ຍານາງ ຍັງ ກ່າວອີກ ວ່າ, ມັນເຖິງ ເວລາແລ້ວ ທີ່ ຈະປ່ຽນຈາກ ຄໍາເວົ້າ ມາເປັນ ການ ປະຕິບັດ.
ນັບແຕ່ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ຂອງລາວ, ຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012 ເປັນຕົ້ນມາ ແລະ ຈົນມາເຖິງ ປັດຈຸບັນ ກໍ ຍັງບໍ່ມີ ຄວາມ ຄືບໜ້າ ໃນການ ຊອກຫາ ທ່ານ, ແລະ ໃນເວລາ ດຽວກັນ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ຖືກ ຈໍາກັດ ທາງດ້ານ ສິດ ໃນການ ປາກເວົ້າ ແລະ ເຄື່ອນໄຫວ ວຽກງານ.