ອົງການສາສນາກັງວົນ ສິດທິ ໃນການນັບຖື ຢູ່ລາວ
2020.05.12

ຄະນະກັມມາທິການດ້ານ ສິດເສຣີພາບ ໃນການນັບຖືສາສນາ ຂອງສະຫະຣັດອະເມຣິກາ ຍັງເປັນຫ່ວງ ກັບການລະເມີດສິດເສຣີພາບໃນ ການນັບຖືສາສນາຢູ່ ສປປລາວ ເຖິງວ່າໃນຣະຍະສອງສາມປີ ຜ່ານມາ ການນັບຖືສາສນາຢູ່ລາວ ໄດ້ຖືກປັບປຸງໃຫ້ດີຂື້ນກໍຕາມ.
ຄະນະກັມມາທິການດ້ານສິດເສຣີພາບ ໃນການນັບຖືສາສນາຂອງສະຫະຣັດ ໄດ້ໄປຢ້ຽມຢາມປະເທດລາວ ເມື່ອເດືອນກຸມພາຕົ້ນປີນີ້ ແລະ ອອກບົດຣາຍງານເມື່ອວັນທີ່ 7 ພຶສພາ 2020 ນີ້ວ່າ, ໃນຣະຍະນຶ່ງປີ ທີ່ຜ່ານມາ ເຈົ້າໜ້າທີ່ຣັຖບານກາງຂອງລາວ ບໍ່ໄດ້ຈັບ ແລະກັກຂັງ ຜູ້ໃດ ຍ້ອນການນັບຖືສາສນາ ແຕ່ເຈົ້າໜ້າທີ່ທ້ອງຖິ່ນລາວ ໄດ້ຈັບ ກັກຂັງ ແລະ ປະຕິບັດຕໍ່ຊາວຄຣິສຕຽນຈຳນວນນຶ່ງ ຢ່າງບໍ່ຖືກຕ້ອງ ເປັນທັມ ຕົວຢ່າງໄດ້ຈັບ ອາຈານ ສິທົນ ທິບພະວົງ ເມື່ອເດືອນມິນາ ທີ່ຜ່ານມາ ທີ່ເມືອງຊົນບຸຣີ ແຂວງສວັນນະເຂດ ຍ້ອນຜູ້ກ່ຽວຈັດ ພິທີສວດມົນ ໂດຍທີ່ບໍ່ໄດ້ຮັບອະນຸຍາດ.
ທ່ານ Danielle Saroyan Ashbahian ເຈົ້າໜ້າທີ່ປະຊາສັມພັນ ຂອງຄະນະກັມມາທິການດ້ານສິດເສຣີພາບ ໃນການນັບຖືສາສນາຂອງ ສະຫະຣັດ ໄດ້ຕອບຄຳຖາມນັກຂ່າວວິທຍຸເອເຊັຍເສຣີ ທາງອີແມລ ເມື່ອວັນທີ່ 7 ພຶສພາ 2020 ນີ້ ໂດຍໄດ້ໃຫ້ຣາຍລະອຽດກ່ຽວກັບ ສະພາບການນັບຖືສາສນາຢູ່ລາວ ຕື່ມວ່າ ຄະນະກັມມາທິການສະຫະຣັດ ຍັງເປັນຫ່ວງກ່ຽວກັບ ສະພາບການນັບຖືສິດທິເສຣີພາບໃນນັບຖື ສາສນາໃນລາວ ແລະ ໄດ້ສເນີໃຫ້ສະຫະຣັດ ສືບຕໍ່ຮ່ວມມືກັບຣັຖບານລາວ.
ໃນບົດຣາຍງານຫຼ້າສຸດ, ຄະນະກັມມາທິການສະຫະຣັດ ກໍເຫັນວ່າປະເທດລາວ ໄດ້ປັບປຸງການນັບຖືສາສນາໃຫ້ດີຂື້ນເລັກນ້ອຍ ແຕ່ກໍຍັງບໍ່ ໄດ້ຕາມມາຕຖານຂອງສິດເສຣີພາບ ໃນດ້ານການນັບຖືສາສນາ ຢ່າງແທ້ຈິງ ແລະກໍບໍ່ໄດ້ຕາມ ຄວາມມຸ້ງມາດປາຖນາ ຂອງປະຊາຊົນລາວ.
ທ່ານ Danielle Sarayan Ashbahian ອະທິບາຍອີກວ່າ ການນັບຖືສິດເສຣີພາບ ໃນການນັບຖືສາສນາດີຂຶ້ນ ຍ້ອນການພົວພັນກັນ ຣະຫວ່າງ ເຈົ້າໜ້າທີ່ບາງຄົນໃນຣັຖບານ ແລະ ອົງການສາສນາຕ່າງໆ ເທົ່ານັ້ນ ແຕ່ບໍ່ໄດ້ດີຂຶ້ນ ຍ້ອນມີການຈັດຕັ້ງ ປະຕິບັດຕາມຣະບຽບ ກົດໝາຍ ແຕ່ຢ່າງໃດ. ອີກຢ່າງນຶ່ງ ສະພາບການນັບຖືສາສນາໃນນະຄອນຫລວງວຽງຈັນ ແລະ ເຂດຊົນນະບົດ ກໍແຕກຕ່າງກັນ.
ໃນສະພາບຕົວຈິງ ໃນຣະຍະປະມານນຶ່ງປີທີ່ຜ່ານມາ ກໍຍັງມີການລະເມີດສິດເສຣີພາບໃນ ການນັບຖືສາສນາຫລາຍຢູ່ລາວ, ຕົວຢ່າງທີ່ນຶ່ງ ກໍຄືກໍຣະນີ ອາຈານ ສີທົນ ທິບພະວົງ ຊຶ່ງເປັນອາຈານສອນສາສນາ ຄຣິສຕຽນ ຖືກຈັບທີ່ບ້ານກະລຶມວັງແຂ້ ເມືອງຊົນບູຣີ ແຂວງ ສວັນນະເຂດ ແຕ່ວັນ 15 ມິນາ ປີນີ້ ຕາມຄຳເວົ້າຂອງຊາວບ້ານ ໃກ້ຄຽງຜູ້ນຶ່ງ ທີ່ບໍ່ປະສົງບອກຊື່ ແລະໄດ້ກ່າວກັບ ວິທຍຸເອເຊັຍເສຣີ ກ່ຽວກັບເຣື່ອງ ນີ້ວ່າ:
“ຊາວລາວທີ່ນັບຖືເຢຊູ ຖືກຈັບ; ດຽວນີ້ ເຂົາຫ້າມບໍ່ໃຫ້ໄປທົ່ວຖີບ ໃຫ້ຢູ່ໃນຮີດຢູ່ໃນຄອງ ໄປຕາມຣະບຽບ ກົດໝາຍບ້ານເມືອງ ມີຄົນມາ ໂຄສະນາຊວນເຊື່ອ ຈັກມາແຕ່ໃສຄົນໂຄສະນາຊວນເຊື່ອຫັ່ນໜ໋າ. ເຂົາເວົ້າ ເຈົ້າກໍໄປໂລດແນວນັ້ນຫັ່ນໜ໋າ ຕັກເຕືອນກໍບໍ່ຢ່າ ວ່າກໍບໍຟັງ ກໍເລີຍເປັນຈັ່ງຊັ້ນ. ເຮົາບໍ່ຮູ້ວ່າ ສາສນາອັນນັ້ນມາແຕ່ທາງໃດ ໃຜເປັນຜູ້ເອົາມາ ມາດີຫລືມາຮ້າຍ.”
ເມື່ອເດືອນມິນາປີກາຍ ທ້າວ ອາງຸ່ນ ຊາວຄຣິສຕຽນ ຢູ່ບ້ານສົບບອນ ເມືອງພິນ ແຂວງສວັນນະເຂດ ກໍຖືກຈັບ ແລະກັກຂັງນັບແຕ່ເດືອນ ມິນາ ປີກາຍຈົນເຖິງເດືອນສິງຫາປີດຽວກັນ ຍ້ອນບໍ່ຍອມປະລະ ຄວາມເຊື່ອຖື ແຕ່ເຈົ້າໜ້າທີ່ເວົ້າວ່າ ເປັນຍ້ອນ ຜູ້ກ່ຽວພົວພັນກັບການຕັດ ໄມ້ເຖື່ອນ.
ການລະເມີດສິດເສຣີພາບ ໃນການນັບຖືສາສນາອີກກໍຣະນີນຶ່ງຢູ່ລາວ ທີ່ຖືວ່າຮ້າຍແຮງ ກໍແມ່ນກໍຣະນີຊາວຄຣິສຕຽນ ສາມຄອບຄົວ ທີ່ີມີ ສະມາຊິກທັງໝົດ 14 ຄົນ ແລະ ທີ່ເປັນຊົນເຜົ່າອາຄ່າຖືກໄລ່ອອກ ຈາກ ບ້ານຕີນດອຍ ເມືອງລອງ ແຂວງຫລວງນ້ຳທາ ເມື່ອວັນທີ 25 ກຸມພາ ປີ 2020 ນີ້ ແລະ ເຮືອນຂອງພວກເຂົາ ກໍຖືກມ້າງຖິ້ມ ຍ້ອນພວກເຂົາ ບໍ່ຍອມນັບຖືຜີ ແລະກໍບໍ່ຍອມປະລະຄວາມເຊື່ອຖືໃໝ່ ນັ້ນກໍຄືສາສນາຄຣິສຕຽນ.
ຊາວບ້ານຕີນດອຍຄົນນຶ່ງ ກໍຢືນຢັນວ່າ ຊາວຄຣິສຕຽນທັງສາມຄອບຄົວ ຖືກໄລ່ອອກຈາກ ບ້ານແທ້:
“ຄຣິສຕຽນດຽວນີ້ມີສາມຫລັງຄາເຮືອນ ມີ 14 ຄົນທັງໝົດ ທີ່ເຂົາເອົາມາຖິ້ມໄວ້ ໃນປ່ານີ້ ເຂົາກໍລຳບາກຢູ່ເພາະວ່າເຂົາບໍ່ເອົາກົດໝາຍ.”
ສ່ວນເຈົ້າໜ້າທີ່ເມືອງລອງ ກໍໄດ້ພຍາຍາມແກ້ໄຂຂໍ້ຂັດແຍ້ງ ໂດຍໄດ້ນັດຊາວຄຣິສຕຽນທັງ 3 ຄອບຄົວ ແລະນາຍບ້ານມາ ໄກ່ເກັ່ຽກັນຢູ່ ຫ້ອງການປົກຄອງເມືອງ ແຕ່ບໍ່ສາມາດຕົກລົງກັນໄດ້, ດັ່ງເຈົ້າໜ້າທີ່ ຫ້ອງການເມືອງລອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກຸມພາ ນີ້ວ່າ:
”ສອງຝ່າຍນີ້ຍັງແກ້ກັນບໍ່ເຂົ້າກັນເທື່ອເດີ ບໍ່່ສາມາດລົງລອຍກັນໄດ້ ທາງຊາວບ້ານຜູ້ຖືຜີນີ້ ບໍ່ຢາກໃຫ້ຢູ່ແຫລະ ທາງເມືອງກໍໄດ້ຂໍນໍ ຮ້ອງຂໍ ນະໂຍບາຍ ຕໍ່ສາມຄອບຄົວນີ້ ຍັງຈະ ໃຫ້ບ້ານເຂົານະໂຍບາຍ ອົດທົນ ສາໃຫ້ເຂົາຢູ່ຕໍ່.”
ທ່ານກ່າວວ່າ ສອງຝ່າຍນີ້ຍັງແກ້ກັນບໍ່ໄດ້ເທື່ອ ບໍ່ສາມາດລົງລອຍກັນໄດ້ ທາງຊາວບ້ານ ຜູ້ນັບຖືຜີ ກໍບໍ່ຢາກໃຫ້ພວກເຂົາຢູ່ແຫລະ ທາງເມືອງ ຂອງພວກເຮົາ ກໍໄດ້ຂໍນະໂຍບາຍ ຢາກໃຫ້ພວກເຂົາອົດທົນ.
ການຈັບຊາວຄຣິສຕຽນເທື່ອນຶ່ງຢູ່ລາວ ທີ່ເປັນຂ່າວໂດ່ງດັງ ນັ້ນກໍຄືການຈັບຊາວຄຣິສຕຽນອະເມຣິກັນ ສາມຄົນເມື່ອເດືອນເມສາ ປີກາຍທີ່ ແຂວງຫລວງນ້ຳທາ ເຊັ່ນກັນ.
ທ່ານ Eric Blievernich ຜູ້ຕາງໜ້າອົງການ The Vision Beyond Borders ຊຶ່ງເປັນອົງການສາສນາຄຣິສຕຽນໃນສະຫະຣັດ ໄດ້ແຈ້ງ ໃຫ້ ວິທຍຸເອເຊັຍເສຣີຊາບວ່າ ຊາວຄຣິສຕຽນ ອະເມຣິກັນທັງສາມ ຖືກຈັບເມື່ອວັນທີ່ ເມສາ ປີ 2019 ແລະ ກໍຖືກສອບສວນແລະສືບສວນ ຈົນເຖິງວັນທີ່ 18 ເດືອນດຽວກັນ ຊຶ່ງຖືກເນຣະເທດ ອອກຈາກປະເທດລາວ ຍ້ອນພວກເຂົາເຈົ້າແຈກຢາຍເອກກະສານກ່ຽວກັບສາສນາ ຄຣິສຕຽນ ໃຫ້ແກ່ຊາວບ້ານ.