ຍານາງໂບ ຈະເຂົ້າພົບ ສັນຕິບານ

ອຸ່ນແກ້ວ ສຸກສະຫວັນ
2018.09.07
F-BO2 ຍານາງ ພິຈິກາ ບຸນກວ້າງ ຫລື ປະທານໂບ(ຊ້າຍ) ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ
Public Social media : Bo

ຍານາງ ພິຈິກາ ບຸນກວ້າງ ຫລື ປະທານໂບ ຄົນລາວ ສັນຊາດໄທ ອາດີດປະທານສະໂມສອນ ທີມເຕະບານ ວຽງຈັນ ຢູໄນເຕັດ ທີ່ຖືກ ປະທານ ສະຫະພັນບານເຕະແຫ່ງຊາດລາວ ລົງໂທດ ສັ່ງຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບກິຈກັມບານເຕະ ເປັນເວລາ 90 ມື້ ຍ້ອນວ່າຜູ້ກ່ຽວ Facebook Live ເສັ້ນທາງເຂົ້າສະຫະພັນບານເຕະແຫ່ງຊາດລາວ ເປັນຂີ້ຕົມ ຍັງບໍ່ສາມາດ ຈົບລົງດ້ວຍດີ ແລະຍັງມີເລື້ອງໃຫ້ສັງຄົມ ຕິດຕາມອີກ.

ຫລັງຈາກທີ່ສະຫະພັນໄດ້ສັ່ງຫ້າມ, ປະທານໂບ ກໍໄດ້ມີກ່າວຂໍໂທດ ກັບເຫດການທີ່ເກີດຂຶ້ນ ແລະສະແດງຄວາມຮັບຜິດຊອບ ດ້ວຍການ ລາອອກ, ດັ່ງຍານາງ ໄດ້ກ່າວ ຜ່ານມາເຟສບຸກສ່ວນຕົວ:

“ສິ່ງນຶ່ງທີ່ໂບຢາກຈະບອກວ່າ ທີ່ ທີ່ ມອບໃຫ້ໂບ ໂບຮັບ ໂບຮັບຜິດຊອບແລ້ວ ໂບລາອອກ ບໍ່ເຮັດໃຫ້ປະເທດຊາດ ເຊື່ອມເສັຍແມ່ນ ໂບ ລາອອກ ໂບ ເຮັດຜິດ ໂບ ລາອອກ ສະແດງຄວາມຮັບຜິດຊອບແລ້ວ ໂບ ບໍ່ໄດ້ຖອຍ ຫລືວ່າ ໜີ ຫລື ໜີ ບັນຫາໂດຍການລາອອກ ບໍ່ແມ່ນ.”

ເມື່ອຜູ້ກ່ຽວລາອອກແລ້ວ ບັນຫາກໍຍັງບໍ່ຈົບ ມີການວິພາກວິຈານກັນຜ່ານທາງເຟສບຸກ ກັນຢ່າງຕໍ່ເນື່ອງ ຊຶ່ງຫາງສຽງສ່ວນຫລາຍ ຈະເນັ້ນໃສ່ ການວິພາກວິຈານ ປະທານສະຫະພັນບານເຕະແຫ່ງຊາດລາວ. ເມື່ອເປັນແນວນັ້ນ ບັນຫາກໍຍັງບໍ່ຈົບອີກ.

ຕໍ່ມາວັນທີ 5 ກັນຍາ ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ເຮັດໜັງສືສະເໜີ ໄປຫາກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ເພື່ອໃຫ້ມີການກວດສອບ ການໃຊ້ເຟສບຸກຂອງ ຍານາງ.

ຫົວຂໍ້ຂອງໃບສະເໜີ ຂອງສະຫະພັນ ໄດ້ຂຽນວ່າ: ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດຮຽນສະເໜີ ມາຍັງທ່ານ ຊ່ວຍກວດກາ ປວັດການເຄື່ອນໄຫວຂອງຄົນຕ່າງປະເທດ 1 ຄົນ [ໝາຍເຖີງ ປະທານໂບ].

ໃນວັນດຽວກັນ, ໄດ້ມີເຈົ້າໜ້າທີ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ໂທຫາປະທານໂບ ເພື່ອໃຫ້ໄປພົບເຈົ້າໜ້າທີ່ ຢູ່ກົມໃຫຍ່ສັນຕິບານ, ອີງຕາມຄຳເວົ້າ ຂອງປະທານໂບ ຢູ່ໃນ ເຟສບຸກ.

ເມື່ອເປັນແນວນັ້ນ ບັນຫາມັນກໍບໍ່ຈົບອີກ;

ຕໍ່ມາໃນວັນທີ 7 ກັນຍາ, ມີໜັງສີເຊີນຈາກກົມຕຳຣວດຄຸ້ມຄອງຄົນຕ່າງປະເທດ ສົ່ງເຖິງປະທານໂບ ເພື່ອໃຫ້ໄປພົບເຈົ້າໜ້າທີ່ຕຳຣວດ ຢູ່ກົມຕຳຣວດກຄຸ້ມຄອງ ຄົນຕ່າງປະເທດ.

ກ່ຽວກັບເລື້ອງນີ້, ທ່ານ ພັນໂທ ໄຊຍະພອນ ດວງວິໄລ ເຈົ້າໜ້າທີ່ຈາກກົມຕຳຣວດຄຸ້ມຄອງ ຄົນຕ່າງປະເທດ ທີ່ຂຶ້ນກັບກົມໃຫຍ່ ສັນຕິບານ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 7 ກັນຍາ ເຖີງເຫດຜົນ ທີ່ຕ້ອງຂຽນໜັງສືໃຫ້ ປະທານໂບ ໄປພົບ ວ່າ:

"ໂຕນີ້ຫັ້ນມັນອີງໃສ່ໜັງສືສະເໜີ ຈາກສະຫະພັນເນາະ ທາງເບື້ອງກະຊວງ [ປ້ອງກັນຄວາມສະຫງົບ] ມອບໃຫ້ທາງກົມ ພວກເຮົາ ຮ້ອງຜູ້ກ່ຽວມາ ກະບໍ່ມີຫຍັງດອກ ເພື່ອທຳຄວາມເຂົ້າໃຈ ກ່ຽວກັບລະບຽບການໂພສຂ່າວ ຢູ່ບ້ານເຮົາຫັ້ນເນາະ ເຮົາກະມີ ລະບຽບການ ອັນໃດເຮົາອອກໄດ້ບໍ່ ບໍ່ໄດ້ ອັນນີ້ ໄປເວົ້າທາງໂຊຊຽວເນັດເວີກ ມັນກະເປັນການ ປະຈານກັນເນາະ."

ທ່ານ ພັນໂທ ໄຊຍະພອນ ກ່າວຕື່ມອີກອີກວ່າ:

"ມື້ວັນຄານກະໃຫ້ລາວ ມາຕາມນັດຫັ້ນກ່ອນເນາະ ຈຶ່ງຊິຮູ້ວ່າ ມັນເປັນຈັ່ງໃດ ກະບໍ່ໄດ້ມີບັນຫາ ຫຍັງດອກ ກ່ຽວກັບຜູ້ກ່ຽວ ມີແຕ່ວ່າ ຢາກເຊີນຜູ້ກ່ຽວ ເຂົ້າມາເພື່ອຄວາມກະຈ່າງແຈ້ງຕ່າງໆ ຫັ້ນເນາະ ບໍ່ໄດ້ວ່າ ຊິໃຫ້ຜູ້ກ່ຽວ ມາລົງໂທດລົງຫຍັງ ບໍ່ມີຫຍັງ ມີແຕ່ໃຫ້ຜູ້ກ່ຽວມາ ທຳຄວາມເຂົ້າໃຈຊື່ໆດອກ."

ອັນນັ້ນເປັນຄຳໃຫ້ສຳພາດ ຂອງທ່ານ ພັນໂທ ໄຊຍະພອນ ດວງວິໄລ ເຈົ້າໜ້າທີ່ຈາກກົມຕຳຣວດຄຸ້ມຄອງ ຄົນຕ່າງປະເທດ.

ນອກຈາກນີ້, ວິທິຍຸເອເຊັຍເສຣີ ໄດ້ພຍາຍາມ ຕິດຕໍ່ຂໍ ສຳພາດ ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະ ແຫ່ງຊາດລາວ ຫລາຍຄັ້ງ ເພື່ອຖາມຂໍ້ມູນເພີ້ມເຕີມ ກ່ຽວກັບກັບສິ່ງທີ່ເກີດຂຶ້ນ, ແຕ່ທ່ານ ບໍ່ຮັບໂທລະສັບ.

ເມື່ອເປັນແນວໃດ ບັນຫາມັນກໍບໍ່ຈົບອີກ:

ການທີ່ສະຫະພັນອອກໜັງສືໄປຫາກົມໃຫຍ່ຕຳຣວດສັນຕິບານ ເພື່ອກວດສອບເລື້ອງນີ້ ເຮັດໃຫ້ວິພາກວິຈານ ການກະທຳ ຂອງປະທານສະຫະພັນ ບານເຕະແຫ່ງຊາດລາວ.

ນັກກົດໝາຍທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:

“ເປັນຫຍັງຈຶ່ງຄ່ອຍວ່າ ກ້າເຮັດແນວນີ້ ຢູ່ ກ້າເຮັດກັບນາງໂບ ກັບ ທ່ານນາງ ໂບນີ້ນ່າ ທຳມະດາຄວນເຫັນໃຈລາວ ຄວນເຂົ້າໃຈລາວ ລະກະຄວນປັບປຸງ ເອົາຄຳເຫັນຂອງລາວ ໄປປັບປຸງ ໄປແກ້ໄຂ ລະກະໃຫ້ກຽດລາວອີກ ອັນນີ້ ມາເຮັດຈັ່ງຊີ້ມັນ ມັນຕິດລົບໝົດນ່າ.”

ນອກຈາກນີ້ ທ່ານ ຍັງກ່າວອີກວ່າ ບໍ່ຄວນໃຊ້ອຳນາດຂອງຕຳຣວດ ເຂົ້າມາກ່ຽວຂ້ອງໃນເລື້ອງນີ້:

“ແຫ່ງໆ ຄຸກຄາມອີກ ແຫ່ງໜັກ ບໍ່ຕ້ອງໃຊ້ອຳນາດຕຳຣວດ ອົງກອນຫັ້ນກວດສອບກະໄດ້ ແລະ ຖ້າຫາກວ່າ ເວົ້າຂໍໂທດເນາະ ທາງດ້ານກົດໝາຍເນາະ ຖ້າຫາກວ່າ ອົງກອນລະແວງສົງໃສ ອົງການຫັ້ນເປັນໂຈດ ຍື່ນຟ້ອງກໍໄດ້ ອັນນີ້ ໄປເອົາອົງກອນຕຳຣວດມາເປັນໂຈດ.”

ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ຢູ່ໃນຄນະກຳມະການກິລາ ທ່ານນຶ່ງ ກໍໃຫ້ເຫດຜົນວ່າ ກໍຣະນີ ທີ່ ມາດາມ ໂບ ອອກມາເຜີຍແຜ່ ຮູບພາບເສັ້ນທາງເປ່ເພ ເປັນເລື້ອງທີ່ຜິດ, ດັ່ງທ່ານກ່າວຕໍ່ເອເຊັຍເສຣີ ໃນວັນທີ 29 ສິງຫາ ວ່າ:

“ລາວໄລຟສົດທາງເຂົ້າ ສະຫະພັນ ເນາະ ເຈົ້າໄປໄລຟ ຢູ່ທີ່ບ່ອນຣາຊການ ຂອງຄົນອື່ນນີ້ ເຈົ້າຜິດຮ້ອຍ ເປີເຊັນເລີຍ ທີ່ຈິງມັນ ກໍບໍ່ສົມຄວນ ຫັ້ນແຫລະ ບໍ່ຖືກຕາມກົດຣະບຽບ ຂອງເຂົາເຈົ້າ.”

ບັນດາທ່ານ ກໍຕ້ອງລໍເບິ່ງການຕໍ່ໄປ ວ່າ ຫລັງຈາກ ຍານາງ ພິຈິກາ ບຸນກວ້າງ ໄປພົບເຈົ້າໜ້າທີ່ຕຳຣວດ ໃນວັນອັງຄານທີ່ 11 ກັນຍາ ທີ່ຈະມາເຖິງນີ້ ເຫດການ ຫລື ບັນຫານີ້ ມັນຈະຈົບລົງດ້ວຍດີ ຫລື Happy Ending ຫລື ບໍ່ ເປັນເລື້ອງທີ່ໜ້າຕິດຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.