ປະທານໂບ ປະກາດ ຂໍລາ

ອຸ່ນແກ້ວ ສຸກສະຫວັນ
2018.08.30
F-BO ປະທານສະໂມສອນບານເຕະ ວຽງຈັນ ຢູໄນເຕັດ ປະກາດລາອອກ
Bo/social media

ໃນວັນທີ 29 ສິງຫາ ທີ່ຜ່ານມາ ຍາງນາງ ພິຈິກາ ບຸນກວ້າງ ປະທານສະໂມສອນບານເຕະວຽງຈັນ ຢູໄນເຕັດ ໄດ້ປະກາດລາອອກຜ່ານ ເຟສບຸກສ່ວນຕົວ ແລະຈະບໍ່ຂໍຫຍຸ້ງກ່ຽວກັບ ກິລາເຕະບານ ອີກຕໍ່ໄປ. ດັ່ງ ຍານາງ ພິຈິກາ ບຸນກວ້າງ ປະທານສະໂມສອນບານເຕະ ວຽງຈັນ ຢູໄນເຕັດ ໄດ້ກ່າວ ຜ່ານມາເຟສບຸກ ສ່ວນຕົວວ່າ:

"ບໍ່ຫຍຸ້ງກ່ຽວ ບໍ່ຫຍຸ້ງແລ້ວ ໂບ ບໍ່ໄຫວແລ້ວ ຊິເຮັດຫຍັງກະເຮັດ ຢູ່ດີໆເອົາເງິນໄປໃຊ້ຢ່າງອື່ນດີກວ່າ ໂບ ຊິເຊົາເບິ່ງບານ ວ່າຊິໄປເບິ່ງ ທີມຊາດ ແຕ່ວ່າບໍ່ໄດ້ໄປແລ້ວເນາະ ຂໍບອກລາຕົງນີ້ ແລະຫວັງວ່າ ຊິບໍ່ມີເຫດການແບບ ໂບ ເກີດຂຶ້ນອີກ."

ຍານາງໃຫ້ເຫດຜົນວ່າ ການປະກາດລາອອກ ແມ່ນເພື່ອສະແດງຄວາມຮັບຜິດຊອບຕໍ່ກໍຣະນີທີ່ໄດ້ Facebook Live ເວົ້າເລື້ອງທາງເຂົ້າ ຫ້ອງການ ສະຫະພັນບານເຕະ ແຫ່ງຊາດລາວ ເປັນຕົມ ເປັນຂຸມ ໃນວັນທີ 25 ສິງຫາ.

ວັນທີ 28 ສິງຫາ ປະທານສະຫະພັນບານເຕະ ແຫ່ງຊາດລາວ ທ່ານ ວິເພັດ ສີຫາຈັກ ກໍໄດ້ອອກແຈ້ງການ ລົງໂທດທາງວິນັຍ ຫ້າມບໍ່ໃຫ້ ຍານາງ ພິຈິກາ ຫຍຸ້ງກ່ຽວກັບກິຈກັມ ບານເຕະເປັນເວລາ 90 ມື້.

ຍາງນາງ ກ່າວຕື່ມອີກວ່າ ຜ່ານມາບໍ່ເຄີຍໄດ້ຮັບໜັງສື ແຈ້ງການຫຍັງຈາກສະຫະພັນບານເຕະ ແຫ່ງຊາດລາວ ແລະ ບໍ່ມີເຈົ້າໜ້າທີ່ ຄົນໃດ ໂທຣະສັບຕິດຕໍ່ມາ ບອກໂດຍກົງ ກ່ຽວກັບຄຳສັ່ງປະຕິບັດວິໃນດັ່ງກ່າວ ມີແຕ່ຮູ້ດ້ວຍຕົນເອງ ຈາກການເບິ່ງຜ່ານສື່ ອອນລາຍ.

ເຖິງຢ່າງໃດກໍຕາມ, ຫລັງຈາກທີ່ປະທານສະຫະພັນບານເຕະແຫ່ງຊາດລາວ ໄດ້ລົງໂທດທາງວິໃນ ໃນຄັ້ງນີ້ ກໍມີຜູ້ຄົນພາກັນ ວິຈານກ່ຽວກັບ ຄວາມບໍ່ສົມເຫດ ສົມຜົນ ຂອງການລົງໂທດ. ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ: ຂ້າພະເຈົ້າ ຄິດວ່າ ປະທານ ສະຫະພັນ ບານເຕະແຫ່ງຊາດລາວ ຫລື ສຕລ ຄວນເອົາເວລາໄປຄຶດຄົ້ນວິທີ ທີ່ຈະປັບປຸງວົງການ ກິລາເຕະບານແຫ່ງຊາຕ ໃຫ້ດີກວ່າທີ່ເປັນຢູ່ນີ້ ຊິບໍ່ດີກວ່າບໍ່ ຊິມາລ່ຳໄລອີ່ຫຍັງ ອັນເລື່ອງບໍ່ເປັນຕາເລື່ອງແນວນີ້! ໃນທາງກົງກັນຂ້າມ ຄວນຂອບໃຈ ເຂົາທີ່ເວົ້າຄວາມຈິງ ໃຫ້ຟັງ ແລະ ຊອກຫາທາງປັບປຸງຫົນທາງ ທີ່ເປັນຂຸມ ເປັບບວກ ດີກວ່າຊິປະໃຫ້ສັງຄົມນັ້ນ ຈົ່ມ ເວົ້າຂວັນ ແລະ ເບື່ອໜ່າຍລະບົບກິລາເຕະບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.