ປໍ ເຮີ້, ສຸກນາລີ ຈໍາຄຸກ 15 ປີ

ໄຊຍາ
2018.11.21
F-PS ທ້າວ ປໍ ເຮີ້ ນາງ ສຸກນາລີ ຖືກສານຕັດສິນຈໍາຄຸກ 15 ປີ
Citizen Journalist

ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນ ຈຳຄຸກ ທ້າວ ປໍ ເຮີ້ ແລະ ນາງ ສຸກນາລີ ເທບສີເມືອງ, ປະທານບໍຣິສັດ ພີເອັສ, ຄົນລະ 15 ປີ, ອີງຕາມເອກສານ ຄຳຕັດສິນ ຂອງສານປະຊາຊົນ ນະຄອນຫລວງວຽງຈັນ ລົງວັນທີ 21 ພຶສຈິກາ.

ນາງ ສຸກນາລີ ເທບສີເມືອງ ເປັນຈຳເລີຍທີ 1 ແລະ ທ້າວ ປໍ ເຮີ ເປັນຈຳເລີຍ ທີ 2 ຖືກສານຕັດສິນຈຳຄຸກ ໃນຂໍ້ຫາ:

1. ຂໍ້ຫາ ໂຄສະນາຕ້ານ ສປປ ລາວ

2. ຂໍ້ຫາ ເຕົ້າໂຮມກຸ່ມຄົນ ເພື່ອສ້າງຄວາມປັ່ນປ່ວນ

3. ຂໍ້ຫາ ຊື້-ຂາຍ ອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ

4. ຂໍ້ຫາ ສໍ້ໂກງຊັບ ຂອງພົລເມືອງ

5. ຂໍ້ຫາ ຄອບຄອງຊິ້ນສ່ວນ ອະວັຍວະ ຂອງສັດປ່າຫວງຫ້າມ

6. ຂໍ້ຫາ ຟອກເງິນ

ເຈົ້າໜ້າທີ່ຣະດັບສູງ ສານປະຊາຊົນ ນະຄອນຫລວງວຽງຈັນ ກໍໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 21 ພຶສຈິກາ ວ່າ ທ້າວ ປໍ ເຮີ້ ແລະ ນາງ ສຸກນາລີ ເທບສີເມືອງ ຖືກສານຕັດສິນຈຳຄຸກ ຄົນລະ 15 ປີ, ແຕ່ ທ່ານ ປະຕິເສດ ທີ່ໃຫ້ຄຳເຫັນ ໃນເຣື່ອງນີ້.

ອີງຕາມຄຳຕັດສິນຂອງສານ, ໃນເບື້ອງຕົ້ນ ນາງ ສຸກນາລີ ເທບສີເມືອງ ຖືກຕັດສິນຈຳຄຸກ 29 ປີ ແຕ່ ສານຫລຸດໂທດລົງໃຫ້ ຈຳຄຸກ ເຫລືອພຽງ 15 ປີ ແລະ ຖືກປັບໃໝ ເປັນເງິນ 2.8 ຕື້ກີບ, ສ່ວນວ່າ ທ້າວ ປໍ ເຮີ້ ຖືກສານຕັດສິນຈຳຄຸກ 27 ປີ ແຕ່ ສານຫລຸດໂທດລົງ ເຫລືອພຽງຈຳຄຸກ 15 ປີ ແລະ ຖືກປັບໃໝເປັນເງິນຈຳນວນ 2.8 ຕື້ ກີບ.

ນອກຈາກນີ້, ສານຍັງໄດ້ຕັດສິນ ຈຳເລີຍທີ 3 ຫາ 12 ຜູ້ທີ່ຮ່ວມຂະບວນການເຊັ່ນ: ທ້າວຈຳຄຳ ພູມະນີວົງ, ທ້າວອານົງສັກ ພົງສະຫວັດ, ທ້າວ ໄມວັນ ພູມະນີວົງ, ທ້າວ ຄຳສີງ ພູມະນີວົງ, ທ້າວ ໄຊຊົງ, ທ້າວ ບຸນທັມ, ທ້າວ ແກ້ວ, ນາງຈັນສະໝອນ ແກ້ວມະນີ, ທ້າວ ໄຊດວງສີ ຊົງຈື ແລະ ທ້າວ ໃຈເຮີ້ ເຊິ່ງມີຂໍ້ຫາຄ້າຍຄືກັບ ນາງສຸກນາລີ ແລະ ທ້າວປໍ ເຮີ ແຕ່ເປັນຂໍຫາປີກຍ່ອຍ ທີ່ຮ່ວມກັບຈຳເລີຍທີ 1 ແລະ 2  ທັງໝົດນີ້ສານໄດ້ ຕັດສີນ ຕັດອິສຣະພາບ ຜູ້ລະ 3 ປີ ຫາ 4 ປີ ແລະ ປັບໃໝເງິນ ແຕ່ 20 ລ້ານ ຫາ 28 ລ້ານກີບ.

ສ່ວນຊັບສິນ ແລະ ວັດຖຸສິ່ງຂອງ ທີ່ກ່ຽວຂ້ອງ ທີ່ມີສ່ວນພົວພັນ ກັບຄະດີ ເຊັ່ນ: ບັນຊີເງິນຝາກ ທະນາຄານຕ່າງໆ ຈຳນວນ 50 ບັນຊີ, ກັມມະສິດທີ່ດິນ 37 ຕອນ, ພາຫະນະ 112 ຄັນ ຕາມຄຳສັ່ງຢືດຊັບ ເມື່ອວັນທີ 08 ທັນວາ 2017 ນັ້ນ ພ້ອມດ້ວຍ ອາກອນຂອງຣັຖ ແລະ ສິນຄ້າ ສານບໍ່ໄດ້ນຳມາພິຈາຣະນາ ພ້ອມກັນ ເນື່ອງຈາກ ການກວດກາ ແລະ ຮິບ​ໂຮມຂໍ້ມູນ ຍັງບໍ່ຣະອຽດ ຈະແຈ້ງເທື່ອ ສ່ວນປະຊາຊົນ ຜູ້ເສັຽຫາຍ ຈາກການລົງທຶນ ວ່າ ຈະໄດ້ເງິນ ກັບຄືນມາບໍ່ ທາງສານປະຊາຊົນ ນະຄອນຫລວງ ຍັງບໍ່ທັນໄດ້ເອົາມາ ພິຈາຣະນາ ເຊັ່ນກັນ ຕ້ອງລໍຖ້າ ພາກສ່ວນກ່ຽວຂ້ອງ ກວດກາກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.