ຄຣູອາສາສມັກສອນວິຊາ ຊີວະສາດ ຢູ່ແຂວງສາຣະວັນ ຮູ້ສຶກສະເທືອນໃຈ ຕໍ່ເຫດການ ຄຣູອາສາສມັກສອງຄົນ ທີ່ສອນຢູ່ໂຮງຮຽນມັທຍົມ ຕອນຕົ້ນຫ້ວຍເງິນ ເມືອງແລະແຂວງຈໍາປາສັກຮ້ອງເພັງ ອໍາລານ້ອງນັັກຮຽນ ຍ້ອນວ່າສອນມາໄດ້ຫຼາຍປີ ແຕ່ບໍ່ມີວີ່ແວວຊິໄດ້ເປັນຣັຖກອນ ແລະຕົນເອງກໍເຮັດໜ້າທີ່ ເປັນຄຣູສອນມາ 5 ປີ ແລ້ວ ຄິດວ່າຈະໄດ້ໂຄຕ້າ ຣັຖກອນປີນີ້ ແຕ່ກໍບໍ່ໄດ້, ບໍ່ຮູ້ວ່າຈະສູ້ ເປັນຄຣູອາສາສມັກ ຕໍ່ໄປໃນປີໜ້າ ຫຼືຈະຂໍລາອອກ, ອີງຕາມຄວາມເວົ້າ ຂອງຄຣູອາສາ ທ່ານນີ້ ຕໍ່ວິທຍຸເຊັຽເສຣີ ໃນວັນທີ 18 ມິຖຸນາ ນີ້:
“ຫົວອົກດຽວກັນ ແຊ ຢູ່ມື້ວານນີ້ ເຫັນວານນີ້, ອັນນີ້ເສັຍໃຈຢູ່ ຍັງເສັຍໃຈຢູ່ ຈັກຊິໄປຕໍ່ ຫຼືພໍ່ສໍ່ານີ້ ອຸກໃຈຢູ່ ກໍຄິດຫຼາຍ ໂອ້ຊ້ວງນີ້ທໍ້ແທ້ ທໍ້ວ່າ ຄິດວ່າຈະໄດ້ປີນີ້ ສຸດທ້າຍກໍຍັງບໍ່ໄດ້ ຄັນປີໜ້າບໍ່ໄດ້ ກະຈັ່ງໃດກະໂອ້ ກະອອກແທ້ລະ.”
ຂນະທີ່ ຄຣູອາສາສມັກ ສອນວິຊາພາສາລາວ ແລະວັນນະຄະດີ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ກໍເສັຍໃຈ ຄືກັນ ທີ່ເຫັນຄຣູອາສາສມັກຢູ່ ໂຮງຮຽນບ້ານຫ້ວຍເງິນ ເມືອງແລະແຂວງຈໍາປາສັກ ລາອອກ ແລະ ໂຕເອງ ກໍໍຂໍຄິດເບິ່ງກ່ອນ ວ່າຈະສືບຕໍ່ເປັນຄຣູອາສາສມັກ ຫຼືວ່າລາ ອອກໄປຊອກເຮັດວຽກໃໝ່ ຍ້ອນວ່າຕົນ ກໍສອນນັກຮຽນມາໄດ້ 3 ປີແລ້ວ ຄິດວ່າປີນີ້ ຈະໄດ້ໂຄຕ້າຣັຖກອນ ແຕ່ກໍບໍ່ໄດ້ອີກທັງໝູ່ 2 ຄົນ ທີ່ເປັນ ຄຣູອາສາສມັກ ມານໍາກັນນັ້ນ ກໍພັກການສອນແລ້ວ ແລະໄປເຮັດວຽກເປັນພະນັກງານ ແລ່ນເອກກະສານ ຢູ່ຊາຍແດ ນຈີນ:
“ເສັຍໃຈຫັ້ນແຫຼະ ກໍເສັຍໃຈ ກໍບໍ່ຢາກສືບຕໍ່ ແລະກໍຂໍຄິດເບິ່ງກ່ອນ ເຣື່ອງໂກຕ້າ ເວົ້າເຣື່ອງບັນຈຸນິ່ ມັນກໍຍາກມີແຕ່ວ່າ ຈໍານວນນຶ່ງກໍໄດ້ໄປ ປະກອບອາຊີບອື່ນ ນັ້ນແຫຼະ.”
ຊາວບ້ານຢູ່ບ້ານຫ້ວຍເງິນ ເມືອງແລະແຂວງຈໍາປາສັກ ເວົ້າວ່າ ກໍເສັຍໃຈຕໍ່ເຫດການຄຣູອາສາສມັກ ໂຮງຮຽນຫ້ວຍເງິນລາອອກຄືກັນ ຈຶ່ງ ຢາກສເນີ ໃຫ້ຂັ້ນເທິງ ພິຈາຣະນາ ບັນຫາທີ່ເກີດ ເນື່ອງຈາກ ວ່າ ຄຣູອາສາສມັກ ມາສອນກໍສອນລ້າໆ ບໍ່ໄດ້ເງິນເດືອນ:
“ເປັນໄປໄດ້ ກໍຢາກໃຫ້ແກ້ນັ້ນແຫຼະ ກໍແລ້ວແຕ່ຕາມສົມມາພາຄວນ ຕາມຂັ້ນເທິງ ເພິ່ນຊິມີທິດແກ້ນັ້ນແຫຼະ ທາງເຮົາກໍຢູ່ຂັ້ນຕໍ່າ ກໍບໍ່ຢາກວ່າ ຄືກັນເດ້ ເຣື່ອງທີ່ມັນເກີດ ກໍແລ້ວແຕ່ຂັ້ນເທິງສາ.”
ກ່ຽວກັບເຣື່ອງນີ້ ອາຈານໃນໂຮງຮຽນມັທຍົມສຶກສາ ຕອນຕົ້ນ ຫ້ວຍເງິນ ກ່າວວ່າ ສາວຄຣູທັງສອງຄົນ ແມ່ນເຮັດວຽກເປັນຄຣູອາສາສມັກຢູ່ ໂຮງຮຽນ ແຫ່ງນີ້ ມາໄດ້ 5 ປີ, ຫຼ້າສຸດກໍໄດ້ຕິດຕໍ່ຫາສາວຄຣູ ທັງສອງຄົນດັ່ງກ່າວແລ້ວ ທັງສອງຄົນໄດ້ພັກຜ່ອນຢູ່ເຮືອນ ແລະບໍ່ໄດ້ມາສອນ ແຕ່ວັນທີ 15 ມິຖຸນາ.
“ກໍພັກຢູ່ເຮືອນ ບໍ່ໄດ້ໄປສອນ ມັນຫຼາຍປີແລ້ວ ເຂົາເຈົ້າບໍ່ຢາກສູ້ຕໍ່ ຢ້ານວ່າ ສູ້ຕໍ່ໄປກໍຄິດວ່າ ຊິບໍ່ໄດ້ ເວລາເຂົາມາສອນນັກຮຽນ ເຮົາບໍ່ມີ ຄ່າຕອບແທນຫຍັງໃຫ້ເຂົາເດ້ ບາດນີ້ ມັນກໍເສັຍເວລາ 5 ປີແລ້ວ ເຂົາຊິຄິດວ່າ ໂອ້ ຢູ່ຈັກປີ ຈັ່ງຊິໄດ້ ສູ້ວ່າອອກໄປຫາເງິນ ປີນຶ່ງກໍໄດ້ ຫຼາຍກວ່າກະບໍ່ຈັກ.”
ໃນຂນະທີ່ ເຈົ້າໜ້າທີ່ ກ່ຽວຂ້ອງແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ ສາເຫດ ທີ່ຄຣູອາສາສມັກ ທັງສອງຄົນ ສອບເສັງເຂົ້າເປັນຣັຖກອນຄຣູ ປີນີ້ບໍ່ໄດ້ ຍ້ອນວ່າເຂົາເຈົ້າທັງສອງຄົນ ມີຄຸນນະສົມບັດ ບໍ່ກົງກັບຣະບຽບ ທີ່ຜແນກສຶກສາທິການ ແລະກິລາວາງອອກ ແລະອັດຕຣາສ່ວນ ການແຂ່ງຂັນບັນຈຸເຂົ້າເປັນຄຣູ ຣັຖກອນບໍ່ໄດ້ທັງໝົດ ຮັບໄດ້ແຕ່ 54 ຄົນ ທົ່ວແຂວງເທົ່ານັ້ນຈາກຈໍານວນຄຣູ ອາສາສມັກທີ່ມາສອບເສັງ ທັງໝົດ 600 ຄົນ:
“ເຮົາກະເອົາຄະແນນ 3 ພາກສ່ວນເນາະ ນາງນຶ່ງ ພາກທິສດີ ທິສດີ ບໍຣິຫານ ນິຕິກັມ ຈະມີວິຊາຄຣູ ແລະມີວິຊາສະເພາະ 40% ສັມພາດ 10% ຄະແນນຜົລງານ ບາດນີ້ກໍມີໃບຍ້ອງຍໍ ໃບຕິດຕາມ 50 ບາງຄົນບໍ່ແຕ່ງບົດສອນ ບໍ່ມີບົດສອນ, ແຕ່ວ່າອັດຕຣາສ່ວນນ່າ ໃຫ້ເຂົ້າໃຈ ວ່າ 700 ປາຍນິ່ນ່າ ໃນ 54 ທຶນ ຂອງອາສາ ມັນກໍບໍ່ໄດ້ໝົດທຸກຄົນແຫຼະ ມັນກໍມີຜູ້ຕົກ ຜູ້ໄດ້ນະ.”
ທ່ານກ່າວຕື່ມວ່າ ຢາກໃຫ້ຄຣູອາສາສມັກ ທີ່ເຫຼືອທີ່ຍັງບໍ່ໄດ້ຕັດສິນໃຈ ລາອອກຈາກການ ເຮັດໜ້າທີ່ເປັນຄຣູອາສາສມັກ ໃຫ້ສືບຕໍ່ເຮັດໜ້າທີ່ ຕໍ່ໄປ ແລະດຸໝັ່ນຫ້າວຫັນ ແຕ່ງບົດສອນ ໃຫ້ໄດ້ໃບ ຍ້ອງຍໍ ພັທນາໂຕເອງຢູ່ສເມີ. ຫາກໂຮງຮຽນທີ່ໂຕເອງສັງກັດຢູ່ນັ້ນ ມີຄວາມຕ້ອງການ ຕໍາແໜ່ງວິຊາ ທີ່ຕົນຈົບມາແທ້. ສ່ວນຄຣູອາສາສມັກທ່ານອື່ນໆ ແມ່ນໃຫ້ໄປຊອກວຽກເຮັດງານທໍາໃໝ່ ຫຼືກັບໄປ ຮຽນຕໍ່ ໃນສາຂາວິຊາທີ່ ກະຊວງສຶກສາທິການ ແລະ ກິລາຕ້ອງການ.
ເມື່ອທ້າຍປີ 2019 ທີ່ຜ່ານມາ ຣັຖບານລາວ ໄດ້ຈັດສັນໂຄຕ້າຣັຖກອນຄຣູ ທົ່ວປະເທດ ສໍາລັບສົກປີ 2020 ພຽງ 1,040 ຄົນ. ໃນຂນະທີ່ ຈໍານວນຄຣູອາສາສມັກ ທົ່ວປະເທດ ມີຈໍານວນສູງເຖິງ 10 ປາຍພັນຄົນ, ເຊິ່ງກໍຄົງເປັນໄປໄດ້ຍາກ ທີ່ຈະສາມາດບັນຈຸ ຄຣູອາສາສມັກ ໃຫ້ເປັນຣັຖກອນຄຣູໄດ້.