ໂຮງຮຽນປອດຢາເສພຕິດ ປີ 2015
2014.08.20

ນະຄອນຫຼວງ ວຽງຈັນ ວາງແຜນ ທີ່ ຈະເຮັດໃຫ້ ໂຮງຮຽນ ມັທຍົມ ທັງໝົດ 150 ແຫ່ງ ທັງຣັຖ ແລະ ເອກຊົນ ປອດ ຢາເສພຕິດ ໃຫ້ ໄດ້ ພາຍໃນ ປີ 2015. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ສຶກສາ ທິການ:
"ວັນທີ 1 ເດືອນ 9 ເຂົາເຈົ້າ ຈະລົງເກັບກໍາ ກຸ່ມສ່ຽງ ກຸ່ມເສພ ທັງໝົດ ເປີດສົກຮຽນ ໃໝ່ນີ້ນະ ຈະ ລົງປະເມີນ ລົງເກັບກໍາ ປະເມີນ ແຕ່ລະ ໂຮງຮຽນນີ້ ແຫລະ ສໍາລັບ ມັທຍົມ ຢູ່ໃນ ນະ ຄອນຫລວງ ນີ້ ມີ 150 ແຫ່ງ ສໍາລັບປີ 2014-15 ຊິປະກາດ ໃຫ້ໄດ້ 100 ເປີເຊັນ ເດ໊ ຊິປະກາດ ໝົດ".
ບັນຫາ ນັກຮຽນ ມັທຍົມ ຕິດ ຢາເສພຕິດ ເປັນບັນຫາ ທີ່ ສ້າງ ຄວາມໜັກໃຈ ໃຫ້ກະຊວງ ສຶກສາ ຫລາຍ ປີມາແລ້ວ ທັ້ງໆທີ່ໄດ້ ພຍາຍາມ ປາບປາມ ທີ່ສຸດ. ທ່ານວ່າ ໃນສົກຮຽນ ປີ 2013-14 ທາງ ກະຊວງສຶກສາ ກັບ ຫນ່ວຍງານ ປ້ອງກັນ ຢາເສພຕິດ ໃນ ນະຄອນຫຼວງ ໄດ້ລົງໄປ ເກັບຂໍ້ມູນ ຜູ້ເສພຢາ ຢູ່ໂຮງຮຽນ ມັທຍົມ ຫຼາຍແຫ່ງ. ສາມາດ ແກ້ໄຂ ບັນຫາ ນັກຮຽນ ເສພ ຢາເສພຕິດ ແລະ ປະກາດ ໂຮງຮຽນ ປອດ ຢາເສພຕິດໄດ້ 64 ແຫ່ງ.
ບັນຫາ ການຈໍາໜ່າຍ ຂາຍແລະເສພ ຢາເສພຕິດ ໃນ ນະຄອນ ຫຼວງ ຍັງໜັກຢູ່ ຕລອດມາ. ໃນ 6 ເດືອນ ທໍາອິດຂອງ ປີ 2014 ນີ້ ມີຄະດີ ກ່ຽວກັບ ຢາເສພຕິດ ທັງໝົດ 231 ກໍຣະນີ ມີຜູ້ຕ້ອງຫາ 389 ຄົນ ສ່ວນຫລາຍ ແມ່ນ ປະເພດ ຢາບ້າ ຢາໄອສ ເຮໂຣອິນ ແລະ ຊາແຫ້ງ.