ອິນເຕີແນັຕກາເຟ ມີແນວ ແອບແຝງ
2020.07.28
ຮ້ານອິນເຕີແນັຕ ກາເຟ ໃນນະຄອນຫລວງວຽງຈັນ ຫລາຍແຫ່ງ ມີເກມພະນັນອອນລາຍໃຫ້ຫລິ້ນ ແລະ ມີການຄ້າຢາເສບຕິດ ນໍາດ້ວຍ. ມີຜູ້ຄົນທັງຜູ້ໃຫຍ່ ແລະເດັກນ້ອຍເຂົ້າໄປຫລິ້ນ ເກມພະນັນ ແລະພົວພັນກັບຢາເສບຕິດຫລາຍ.
ດັ່ງນັ້ນຊາວບ້ານຈຶ່ງຢາກໃຫ້ທາງການ ລົງໄປກວດສອບ ແລະຢາກໃຫ້ປິດຮ້ານນັ້ນ ຍ້ອນມັນຈະເຮັດໃຫ້ຄົນຕິດ ການພະນັນແລະຢາເສບຕິດ ໄດ້ງ່າຍຂຶ້ນ ຍ້ອນວ່າທາງຮ້ານ ບໍ່ມີການ ຈໍາກັດອາຍຸ ຂອງຄົນທີ່ເຂົ້າໃຊ້ບໍຣິການ ໃນຮ້ານເລີຍ, ດັ່ງຊາວນະຄອນຫລວງ ຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 23 ກໍຣະກະດາ ນີ້ວ່າ:
“ມັນເຂົ້າງ່າຍ ເພາະວ່າເຂົາເຈົ້າ ບໍ່ໄດ້ຈໍາກັດ ອາຍຸເລີຍນະ ເພາະເດັກນ້ອຍອາຍຸ 10 ປີ 11 ປີ ກໍເຂົ້າຫລິ້ນໄດ້ເລີຍ ກໍບໍ່ຢາກໃຫ້ມີເລີຍນະ ເພາະມັນ ເຂົ້າງ່າຍ ຖ້າເປັນໄປໄດ້ ກໍຢາກໃຫ້ ຍຸບເລີຍນະ ມັນກິນກັນງ່າຍໂພດ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກໄປສະນີ ໂທຣະຄົມນາຄົມ ແລະການສື່ສານ ນະຄອນຫລວງວຽງຈັນ ກ່າວວ່າ ໃນເຂດນະຄອນຫລວງ ມີຮ້ານອິນເຕິແນັຕ ຫລາຍຮ້ານ ຊຶ່ງໃນນັ້ນ ຈໍານວນນຶ່ງບໍ່ປະຕິບັດຕາມ ໃບອະຍຸຍາດ ຂອງທາງການ, ຈົດທະບຽນແນວນຶ່ງ ແຕ່ຊໍ້າໄປເຮັດ ອີກແນວນຶ່ງ ຄືເປີດໃຫ້ຫລິ້ນການພະນັນ ອອນລາຍ. ດັ່ງນັ້ນທາງການທີ່ ກ່ຽວຂ້ອງຈຶ່ງໄດ້ ສົ່ງທີມງານສະເພາະກິດ ສົມທົບກັບເມືອງລົງໄປ ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວໃນແຕ່ລະຮ້ານ ດັ່ງທີ່ຍານາງກ່າວວ່າ:
“ດໍາເນີນການທີ່ວ່າ ບໍ່ມີໃບອະນຸຍາດ ທີ່ວ່າບໍ່ຖືກຕ້ອງ ຂະເຈົ້າໃຫ້ເປີດຮ້ານ ອິນເຕິແນັຕ ແຕ່ເຈົ້າໄປເຮັດຮ້ານເກມ ຮ້ານການພະນັນເພິ່ມມອບ ໃຫ້ຊຸດສະເພາະກິດ ສົມທົບກັບເມືອງ ແລ້ວກໍລົງແກ້ໄຂແຕ່ລະຮ້ານ ທີ່ເຮັດຜິດນີ໊ແຫລະ.”
ໃນມື້ວັນທີ 22 ກໍຣະກະດານີ້ ຜແນກໄປສະນີ ໂທຣະຄົມນາຄົມ ແລະ ການສື່ສານ ນະຄອນຫລວງວຽງຈັນ ຣາຍງານວ່່າ ມີຮ້ານອິນເຕິແນັຕ 159 ຮ້ານ ຈາກທັງໝົດ 379 ຮ້ານ ໃນ ນະຄອນຫລວງ ເຮັດຜິດຣະບຽບການ ທີ່ຫ້າມຕິດໂປສເຕີ ແລະຮູບພາບ ທີ່ມີລັກສນະເຊີນຊວນ ໃຫ້ຜູ້ຄົນສົນໃຈ ແລະມາຫລິ້ນການພະນັນ ອອນລາຍ ໃນຮ້ານ.