ການຮຽນອອນລາຍຢູ່ລາວ ເຮັດໄດ້ ບາງເຂດ
2020.04.28
ການຮຽນ-ການສອນ ອອນລາຍຢູ່ລາວໃນເວລາພຍາດໂຄວິດ-19 ຣະບາດນີ້ ປະສົບກັບຄວາມຍຸ້ງຍາກ ບໍ່ທົ່ວເຖິງກັນ ແລະບໍ່ໄດ້ຜົນເທົ່າ ທີ່ຄວນ; ຕົວຢ່າງນັກຮຽນຢູ່ ເຂດຊົນນະບົດ ຂາດອຸປກອນທຸກຢ່າງ ຮວມທັງພໍ່ແມ່ຜູ້ປົກຄອງຂອງນັກຮຽນກໍບໍ່ສາມາດຊ່ອຍລູກຂອງຕົນເອງ ໄດ້, ດັ່ງຜູ້ປົກຄອງນັກຮຽນທ່ານນຶ່ຶງ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ເມສາ ນີ້ວ່າ:
“ໂດຍອີງໃສ່ສະພາບການຂອງທາງບ້ານ ກໍຖືວ່າຢູ່ເຂດຊົນນະບົດແດ່ ສະນັ້ນການຮຽນຖືວ່າ ຜູ້ແມ່ຜູ້ປົກຄອງບາງສ່ວນ ບໍ່ມີຄວາມເຂົ້າໃຈ ຢ່າງເຕັມສ່ວນ ນັກຮຽນລູກຫຼານໄປໂຮງຮຽນກໍອາໃສ ຄຣູອາຈານເປັນ ຄົນສອນເນາະ.”
ໃນຂນະດຽວກັນ ອາຈານສອນນັກຮຽນຊັ້ນມັທຍົມທ່ານນຶ່ງ ຢູ່ແຂວງຊຽງຂວາງ ກໍກ່າວວ່າ ນັກຮຽນຢູ່ໂຮງຮຽນ ທີ່ທ່ານສອນຢູ່ນັ້ນ ບໍ່ໄດ້ຮຽນ ຫຍັງເລີຍ:
“ຄືອັນນາ ຊ້ວງພຍາດໂຄວິດ 2019 ຣະບາດນີ້ກະເອີ້ນວ່າ ທາງໂຮງຮຽນນີ້ກະບໍ່ໄດ້ຮຽນເລີຍເນາະ ພັກເລີຍກະບໍ່ໄດ້ຮຽນເລີຍ ເພາະວ່າ ທາງໂຮງຮຽນກະບໍ່ສາມາດໄປພົບປະກັບນັກຮຽນໄດ້ເນາະ ເພາະວ່າແຕ່ ລະຄົນມັນກະຢ້ານ ຢ້ານພຍາດນີ້ ກະເລີຍພັກຍາວແຕ່ນັ້ນມາເລີຍ.”
ແຕ່ສໍາລັບນັກຮຽນທັງພາກຣັຖ ແລະເອກກະຊົນຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮຽນອອນລາຍຢູ່, ດັ່ງອາຈານ ທ່ານນຶ່ງທີ່ສອນໂຮງຮຽນ ຣັຖແລະເອກກະຊົນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ໃນມື້ດຽວກັນນີ້ວ່າ:
“ຊ່ວງພັກໂຮງຮຽນລະແມ່ນ ພວກເຮົາກະໄດ້ຮຽນແບບອອນລາຍເນາະ ຄຣູອາຈານທັງໝົດຫຼາຍໆຄົນໃນແຕ່ລະໂຮງຮຽນ ເພິ່ນກະໄດ້ເຮັດ ຄືກັນ ບໍ່ວ່າທາງພາກຣັຖ ແລະ ເອກກະຊົນ ເພາະວ່າຄັນຖ້າວ່າເຮົາຊິ ປ່ອຍປະລະເລີຍກ່ຽວກັບ ຄວາມຮູ້ໂຕນີ້ນະ ນັກຮຽນຂະເຈົ້າກະແຮ່ງ ຊິບໍ່ເຂົ້າໃຈ ສ່ວນຫຼາຍເນາະ ນັກຮຽນສ່ວນໃຫຍ່ ປະຈຸບັນດຽວນີ້ ຂະເຈົ້າອີງໃສ່ເທັກໂນໂລຈີ ທັນສມັຍຫຼາຍກວ່າ.”
ທ່ານກ່າວຕື່ມວ່າ ການສອນອອນລາຍ ກໍຫຍຸ້ງຍາກຄືກັນ ເຊັ່ນວ່າການອະທິບາຍບົດຮຽນ ກໍອະທິບາຍໄປຜູ້ດຽວ ບໍ່ມີລູກສິດຍົກມືຂຶ້ນຖາມ, ມັນຈະບໍ່ຄືກັບສອນໃນຫ້ອງຮຽນ ແລະອີກຢ່າງນຶ່ງ ນັກຮຽນຫຼາຍຄົນ ກໍບໍ່ໄດ້ຮຽນ ຍ້ອນບໍ່ມີຄອມພິວເຕີ້ ຫຼື ສະມາດໂຟນ:
“ຂໍ້ຫຍຸ້ງຍາກນີ້ລະແມ່ນ ອັນນຶ່ງມາລະແມ່ນ ການອະທິບາຍບົດຮຽນມັນຈະບໍ່ເລິກເຊິ່ງ ມັນແບບບໍ່ຄືເຮົາສອນຢູ່ໃນຫ້ອງ ນັກຮຽນຈະເຂົ້າໃຈ ແລະປະຕິບັດຕາມ ອັນສອງມາເນາະ ມີນັກຮຽນບາງຄົນ ຄືຂ້ອຍສອນ ມັທຍົມ ມໍ 1 ມໍ 2 ເຂົາເຈົ້າບໍ່ມີໂທລະສັບ ບາງຄົນເນາະ ສະພາບ ເສຖກິຈຄອບຄົວ ຂະເຈົ້າບໍ່ມີສະມາສໂຟນ ນິ່ນະ ແບບບໍ່ສາມາດເຂົ້າຮຽນຮູ້ເຖິງ ການໃຊ້ສື່ສັງຄົມອອນລາຍ ນໍາເຮົາ.”
ທ່ານອະທິບາຍວ່າ ສໍາລັບທ່ານເອງ ການບໍ່ໄດ້ໄປສອນນັກຮຽນ ຢູ່ໂຮງຮຽນ ກໍໄດ້ປະຢັດຄ່ານໍ້າມັນຣົດ ແຕ່ການສອນໜັງສືອອນລາຍ ກໍຕ້ອງ ໄດ້ຈ່າຍຄ່າອິນເຕິເນັດເພີ້ມຂຶ້ນ ເນື່ອງຈາກວ່າ ຕ້ອງໄດ້ເປີດ ອິນເຕີເນັດ ໄວ້ຕລອດ 24 ຊົ່ວໂມງ ເພື່ອຕອບຄໍາຖາມນັກຮຽນ ໄດ້ທັນເວລາ.
ນັກຮຽນຊັ້ນມັທຍົມສຶກສາ ປີທີ່ສອງ ໃນນະຄອນຫຼວງວຽງຈັນ ຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການຮຽນອອນລາຍ ກໍມີທັງສະດວກ ແລະ ຫຍຸ້ງຍາກໄປນໍາກັນ:
“ການຮຽນອອນລາຍຫວະ ອາຈານກະຊິສົ່ງ ເປັນວິດິໂອມາໃຫ້ ອະທິບາຍຢ່າງຄັກແນ່ມາໃຫ້ ລະກະໃຫ້ນັກຮຽນຫັ້ນແກ້ ຄ້າຍໆກັບຢູ່ໂຮງຮຽນ ເລີຍ ຄືໂຮງຮຽນໂດຍຕຣົງເລີຍ ແຕ່ບາງວິຊາກະບໍ່ເຮັດ ແຕ່ໃຫ້ມາ ຄົ້ນຄວ້າເອົາເອງ ມັນກະມີຂໍ້ສະດວກຫຼາຍຢ່າງ ແບບວ່າ ມີເວລາຢູ່ເຮືອນ ຢູ່ເຮືອນກໍສາມາດແບບ ຮຽນໄດ້ ລະກະຂໍ້ຫຍຸ້ງຍາກແມ່ນ ບົດຮຽນ ບໍ່ຄ່ອຍເຂົ້າໃຈ ເນື່ອງຈາກວ່າ ຄືວ່າບໍ່ໄດ້ສົນທະນາ ກັບໝູ່ຄູ່ ແລະ ຄຣູ ອາຈານໃນການແລກປ່ຽນບົດຮຽນໂດຍກົງ.”
ເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ໂຮງຮຽນຢູ່ເຂດຄຸ້ມຄອງ ຂອງທ່ານນັ້ນ ບໍ່ໄດ້ຮຽນຜ່ານ ອອນລາຍ ຫຼື ໂທຣະພາບ ເນື່ອງຈາກວ່າ ສ່ວນໃຫ່ຍເປັນໝູ່ບ້ານ ຢູ່ຕາມເຂດພູດອຍ ຣະບົບອິນເຕີເນັດຍັງໄປບໍ່ເຖິງ.