ການຮຽນການສອນອອນລາຍ ພົບບັນຫາ

ສິດນີ
2020.04.08
f-students ນັກສຶກສາລາວ ໃນແຂວງພາກໃຕ້ ສປປລາວ
RFA

ໂຮງຮຽນນານາຊາດແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ຍັງສືບຕໍ່ການຮຽນການສອນ ຜ່ານເຄືອຄ່າຍ ອິນເຕີເນັດຢູ່ ຕາມຕາຕະລາງການ ຮຽນການສອນເລີ້ມແຕ່ຊັ້ນ ອະນຸບານ ໄປຮອດຊັ້ນມັທຍົມສຶກສາ ແຕ່ຍັງ ພົບເຫັນບັນຫາຫຍຸ້ງຍາກຫຼາຍຢ່າງ ເປັນຕົ້ນພໍ່ແມ່ບໍ່່ມີໂທຣະສັບ ຫລື ຄອມພິວເຕີ ໃຫ້ພວກຂະເຈົ້າໃຊ້ ເຮັດໃຫ້ນັກຮຽນສົ່ງວຽກບ້ານຊ້າ. ຕາມຄຳເວົ້າຂອງຜູ້ປົກຄອງ ນັກຮຽນຊັ້ນປະຖົມ ທ່ານນຶ່ງຕໍ່ ເອເຊັຽ ເສຣີໃນມື້ວັນທີ 8 ເມສາ ນີ້ວ່າ:

“ປະມານ ແປດສີບເປີເຊັນ ນັກຮຽນຕ້ອງຮຽນຈາກໂທຣະສັບ ຄອມພິວເຕີ ຂອງຜູ້ປົກຄອງ ເພາະວ່າຄຣູຂອງພວກຂະເຈົ້າ ຕັ້ງກຸ່ມສອນຢູ່ໃນ ກຸ່ມ WhatsApp ແຕ່ກໍຍັງມີອີກ 20 ເປີເຊັນ ຜູ້ປົກຄອງໄປເຮັດວຽກ ໄປພູ້ນໄປພີ້ ນັກຮຽນກໍບໍ່ມີໂທຣະສັບ ຫັ້ນ."

ກ່ຽວກັບບັນຫາດັ່ງກ່າວ ນາຍຄຣຸທ່ານນຶ່ງກ່າວຕື່ມວ່າ  ຄະນະຄຣູປະຈຳວິຊາ ກໍໄດ້່ບອກໃຫ້ພໍ່ແມ່ ຫລັງຈາກກັບບ້ານ ໃຫ້ຖ່າຍຮູບວຽກບ້ານ ທີ່ນັກຮຽນເຮັດແລ້ວສົ່ງມາໃຫ້ໂຮງຮຽນ ເພື່ອເກັບຄະແນນທຸກມື້ ແຕ່ຖ້າ ຫາກນັກຮຽນບໍ່ເຮັດວຽກບ້ານ ຫລືໍບໍ່ສົ່ງວຽກບ້ານມາໃຫ້ນາຍຄຣູ ຈະບໍ່ໄດ້ຄະແນນ ແລະຈະຮຽນຕາມຫມູ່ບໍ່ທັນ.

"ເວລາກັບມາຜູ້ປົກຄອງກໍຖ່າຍຮູບ ແລ້ວກໍສົ່ງບົດຮຽນໃຫ້ນັກຮຽນ ຖ້ານັກຮຽນເຮັດຜິດພາດມາ ຄຣູ ກໍສົ່ງສຽງໄປອັນນີ້ ເຮັດບໍ່ຖືກອັນນີ້ຕ້ອງ ເຮັດແນວນີ້.”

ຜູ້ປົກຄອງນັກຮຽນ ຊັ້ນປະຖົມ ໂຮງຮຽນຣັຖ ທີ່ເມືອງວັງວຽັງ ທ່ານນຶ່ງເວົ້າວ່າໂຮງຮຽນ ທີ່ລູກລາວຮຽນແມ່ນໂຮງຮຽນຊົນນະບົດບໍ່ໄດ້ມີການ ຮຽນການສອນອອນລາຍ ຍ້ອນວ່າບໍມີເຄື່ອງມືສື່ສານ ຄອມພິວເຕີ ຫລື ໂທຣະສັບ ຄືກັບເດັກນ້ອຍນັກຮຽນ ໃນເມືອງ ເຮັດໃຫ້ພວກຂະເຈົ້າ ເອົາວຽກບ້ານມາເຮັດຢູ່ເຮືອນຕາມທີ່ນາຍຄຣູ ສັ່ງກ່ອນປິດໂຮງຮຽນ.

“ປິດການຮຽນການສອນ ກໍແລ້ວເລີຍບໍ່ໄດ້ຮຽນນຳຢູທູບ ໄປຢູ່ພຸ້ນມັນກໍແບບເປັນດອນ ໄຟຟ້າກໍບໍ່ມີວຽກບ້ານ ກໍຂະເຈົ້້າຈົດຕາມບົດຮຽນ ເອົາມາບ້ານ ພໍ່ແມ່ກໍພາແກ້.”

ທ່ານກ່າວຕື່ມວ່າ ຈະໃຫ້ນາຍຄຣູສອນອອນລາຍ ຄືກັບເດັກນັກຮຽນໃນເມືອງຄົງຍາກ ຍ້ອນນັກຮຽນໃນເຂດຊົນນະບົດ ສ່ວນໃຫຍ່ບໍມີ ເຄື່ອງສື່ສວນ ເກືອບຫມົດທຸກຄົນ. ນາຍຄຣູປະຈຳວິຊາ ຈື່ງສົ່ງວຽກບ້ານໃຫ້ ຂະເຈົ້າເຮັດ ເມື່ອເປີດໂຮງຮຽນຄືນໃຫມ່ ຈະບໍ່ເສັຽເວລາ:

“ຂະເຈົ້າແຈ້ງລ່ວງຫນ້າອາທີດນືຶ່ງ ມີແຕ່ມອບວຽກບ້ານໃຫ້ນັກຮຽນ ໄດ້ຄົ້ນຄວ້າຖ້າມີແຕ່ກັບມາເຮົາກໍມາຮຽນຄືນ ບໍ່ໝາຍຄວາມຊິກ່າຍເດ້ ໄປອ່ານໄວ້ລ່ວງຫນ້າ ຂໍ້ນີ້ບົດນີ້ ຫ້າຂໍ້ບໍ ຫລື ສິບຂໍ້ ໃຫ້ຂະເຈົ້າໄປອ່ານ.”

ນັກສຶກສາຄນະວິທຍາສາດ ແລະສີ່ງແວດລ້ອມທ່ານນຶ່ງ ຈາກມະຫາວິທຍາໄລແຫ່ງຊາດກ່າວວ່າ ການຮຽນ-ການສອນອອນລາຍເຂົ້າໃຈ ຍາກກວ່າຮຽນໃນຫ້ອງຍ້ອນວ່າ ນັກຮຽນບໍ່ໄດ້ພໍ້ນາຍຄຣູໂຕຈິງ ເມື່ອມີບັນຫາບໍ່ເຂົ້າໃຈ ບໍ່ສາມາດຖາມໄດ້.

“ເຮົາຮຽນຢ່າງນີ້ນະ ມັນຊິຍາກກວ່າເຮົາຮຽນຢູ່ໃນຫ້ອງ ມັນສ້າງຄວາມເຂົ້າໃຈ ໃຫ້ເຮົາຍາກກວ່າຕອນທີ່ເຮົາຮຽນນຳ ອາຈານຕໍ່ໜ້າທີ່ເພິ່ນ ເວົ້າໃຫ້ເຮົາຟັງນະ ເຮົາບໍ່ໄດ້ຮຽນຢູ່ໃນຫ້ອງ ແບບມັນເຂົ້າໃຈຍາກຫຼາຍ ທີ່ເຮົາຮຽນອອນລາຍນີ້ນະ.”

ທ່ານກ່າວຕື່ມວ່າ ນອກຈາກນີ້ ອາຈານປະຈຳວິຊາ ຈະສົ່ງວຽກບ້ານເປັນກຸ່ມຫລືວຽກດ່ຽວ ໃຫ້ອາທິດລະສອງ-ສາມວຽກຊື່ໆ, ບໍ່ໄດ້ Video conference ແຕ່ຈະ upload ເປັນ ວິດິໂອ clip ໃສ່ໃນ WhatsApp ສົ່ງໃຫ້ນັກຮຽນ ຮຽນດ້ວຍໂຕເອງຢູ່ເຮືອນເທົ່ານັ້ນ.

ທ່ານວ່າ ສຳລັບການຮຽນ-ການສອນ ອອນລາຍນີ້ີ ແມ່ນຖືກຈັດຕັ້ງປະຕິບັດ ໃນໂຮງຮຽນບາງແຫ່ງ ທີ່ມີເຄື່ອງສື່ສານຮຽນເທົ່ານັ້ນ ເພື່ອໃຫ້ ນັກຮຽນບໍ່່ປະຖິ້ມການຮຽນຫຼັງຈາກ ກະຊວງສຶກສາທິການແລະກິລາ ໄດ້ອອກແຈ້ງການໃຫ້ໂຈະການຮຽນການສອນຊົ່ວຄາວ ໃນທົ່ວປະເທດ ເລີ້ມແຕ່ ວັນທີ 19 ມີນາ ເຖີິງວັນທີ 21 ເມສາ ປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.