ໂຮງຮຽນຫຼາຍແຫ່ງເປີດສອນ ບໍ່ໄດ້
2020.10.23
ໂຮງຮຽນປະຖົມ ແລະ ມັທຍົມຈໍານວນນຶ່ງໃນ 38 ແຫ່ງ ຢູ່ແຂວງສວັນນະເຂດ ທີ່ຖືກນໍ້າຖ້ວມ ຍັງຈະບໍ່ສາມາດເປີດສອນໄດ້ໃນອາທິດໜ້າ. ໂຮງຮຽນປະຖົມ 2 ແຫ່ງ ຄືໂຮງຮຽນປະຖົມກຸ່ມບ້ານລະອໍ-ລະຫໍ ແລະ ໂຮງຮຽນປະຖົມ ແກ້ງທ່າເນ້ ເມືອງເຊໂປນ ທີ່ຖືກນໍ້ຖ້ວມ ເທື່ອທີ 2 ມາຕັ້ງແຕ່ມື້ວັນທີ 17 ຕຸລາ ນັ້ນ, ປັດຈຸບັນ ນໍ້າໄດ້ລົດລົງແລ້ວ ແຕ່ຍັງຈະບໍ່ສາມາດເປີດຮຽນໄດ້ ໃນອາທິດໜ້າ, ໃນຂນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນວ່າ ຈະມີພະຍຸເຂົ້າມາຕື່ມອີກ, ອີງຕາມຄໍາເວົ້າຂອງນາຍຄຣູໂຮງຮຽນປະຖົມ ກຸ່ມບ້ານລະອໍ-ລະຫໍ ຜູ້ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ຕຸລາ ນີ້:
“ຍັງມີແຈ້ງການພາຍຸ ຈາກກົມອຸຕຸນິຍົມຕ້ອງປະມານວັນທີ 27 ຈັ່ງສິປອດພັຍ ເພາະຕ້ອງກັນໄວ້ກ່ອນ ຢ້ານນໍ້າມາອີກຮອບທີ 3 ຖ້ານໍ້າບໍ່ມາ ກໍເພາະແຕ່ລະໂຮງຮຽນມັນກໍ ຄືນໍ້າຖ້ວມເຊໂປນ ມັນບໍ່ໄດ້ມີເທົ່ານໍ້າ ຂີ້ຕົມ.”
ທ່ານກ່າວຕື່ມວ່າ ສໍາລັບຄວາມເສັຍຫາຍ ຂອງໂຮງຮຽນປະຖົມ 2 ແຫ່ງ ທີ່ວ່ານັ້ນແມ່ນອຸປກອນການຮຽນ, ອາຄານຮຽນ ແລະ ປື້ມຕໍາລາ ຮຽນຂອງນັກຮຽນ ຊົນເຜົ່າ ທີ່ຖືກນໍ້າພັດໄປ.
ຢູ່ເມືອງຈໍາພອນ ໂຮງຮຽນປະຖົມແລະມັທຍົມ ຖືກນໍ້າຖ້ວມ 17 ແຫ່ງ. ໃນນັ້ນນໍ້າຖ້ວມພຽງຫົວເຂົ່າ 7 ແຫ່ງ ແລະອີກ 10 ແຫ່ງບໍ່ສາມາດ ໄປໂຮງຮຽນໄດ້ ຍ້ອນເສັ້ນທາງຖືກຕັດຂາດ ມາຕັ້ງແຕ່ວັນທີ 16 ຕຸລາ ເຮັດໃຫ້ນັກຮຽນທັງໝົດ 2,000 ປາຍຄົນ ຢຸດຮຽນ.
ປັດຈຸບັນ ນໍ້າລົດລົງແລ້ວ, ຄາດວ່າໂຮງຮຽນທີ່ຢູ່ໃນເຂດຖືກນໍ້າຖ້ວມ ຈໍານວນນຶ່ງ ອາຈເປີດຮຽນໄດ້ຕາມ ປົກກະຕິ ໃນອາທິດໜ້ານີ້. ແຕ່ອີກ ຈໍານວນນຶ່ງ ຍັງຈະໄດ້ສ້ອມແປງກ່ອນຈຶ່ງ ຈະເປີດຮຽນໄດ້, ດັ່ງ ເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງຈໍາພອນ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້ວມອີ່ຫລີຫັ້ນ 7 ແຫ່ງ ມີປະຖົມ 6 ແລະ ກໍມັທຍົມ 1 ບາດນີ້ແລ້ວ ຖືກປິດ ປິດການຮຽນຫັ້ນ ຖ້ວມເສັ້ນທາງໄປບໍ່ໄດ້ ຫັ້ນລະມີ 10 ປະມານວັນຈັນ ນີ້ ຄືສິເປີດໄດ້ ເພາະວ່າ ນໍ້າຫລຸດລົງແລ້ວເດ໋ ແຕ່ເຊົ້າມານີ໋ຫາ ກໍໄດ້ 4 ເຊັນ.”
ທ່ານກ່າວຕື່ມວ່າ ຢູ່ເມືອງຈໍາພອນ ໃນຈໍານວນໂຮງຮຽນ 17 ແຫ່ງທີ່ຖືກນໍ້າຖ້ວມນັ້ນ ຈໍານວນນຶ່ງບໍ່ໄດ້ຮັບຄວາມເສັຍຫາຍຫຼາຍເນື່ອງຈາກ ຫ້ອງການການສຶກສາເມືອງ ໄດ້ແຈ້ງໃຫ້ຄຣູຢູ່ໂຮງຮຽນ ທີ່ມີຄວາມສ່ຽງ ຕໍ່ພັຍນໍ້າຖ້ວມ ໃຫ້ຂົນອຸປກອນການຮຽນການສອນ ໄປໄວ້ບ່ອນສູງ ແລະ ໂຮງຮຽນຈໍານວນນຶ່ງ ໄດ້ຮັບຄວາມເສັຍຫາຍຫລາຍຢູ່ ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຣາຍງານກ່ຽວກັບ ຄວາມເສັຍຫາຍນັ້ນໄປໃຫ້ ທາງແຂວງ ຮູ້ແລ້ວໃນເບື້ອງຕົ້ນ.
ຢູ່ເມືອງພີນ ໂຮງຮຽນປະຖົມ ແລະ ມັທຍົມ ຖືກນໍ້າຖ້ວມມາຕັ້ງແຕ່ ວັນທີ 17 ຕຸລາ 19 ແຫ່ງ. ປັດຈຸບັນ ນໍ້າລົດແຫ້ງລົງແລ້ວ ພາກສ່ວນ ທີ່ກ່ຽວຂ້ອງໄດ້ອະນາມັຍ ໂຮງຮຽນຈໍານວນນຶ່ງ. ແຕ່ກໍຍັງມີໂຮງຮຽນ ຈໍານວນນຶ່ງເປ່ເພ ຢູ່ ຊຶ່ງອາຈບໍ່ສາມາດ ເປີດຮຽນໄດ້ໃນອາທິດໜ້າ, ດັ່ງເຈົ້າໜ້າທີ່ຫ້ອງການ ສຶກສາທິການ ແລະກິລາ ເມືອງພີນ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ຕຸລາ ນີ້ວ່າ:
“ມັນຫລຸດລົງແລ້ວ ດຽວນີ້ມີແຕ່ເຂົາລ້າງ ເຂົາອະນາມັຍຢູ່ນີ໋ ລ້າງແລ້ວກໍຖືວ່າປົກຕິຫັ້ນນ່າ ຈັ່ງສິໄດ້ຢູ່ ຄັນຝົນຢຸດ ກໍໂອເຄຢູ່ 2 ມື້ແລ້ວເດ໋ ແດດ.”
ເວົ້າເຖິງການຮຽນຂອງນັກຮຽນ ພໍ່ນັກຮຽນ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ລູກຂອງຕົນໄດ້ຢຸດຮຽນມາຕັ້ງ ແຕ່ວັນຈັນ ທີ 19 ຕຸລາ ຈົນເຖິງປັດຈຸບັນ ເນື່ອງຈາກວ່າ ໂຮງຮຽນຖືກ ນໍ້າຖ້ວມ ແຕ່ກໍຄາດວ່າ ອາທິດໜ້າ ຫາກທຸກຢ່າງເປັນປົກກະຕິ ກໍຈະພາລູກໄປໂຮງຮຽນ ຕາມເດີມ:
“ມັນປິດສະເພາະ ອັນໂຮງຮຽນທີ່ແບບຖືກຖ້ວມ ຫັ້ນນະ ຄືຖ້ວມແລ້ວກໍລັດທາງ ນໍ້າລັດທາງ ມາບໍ່ໄດ້ ຫາກໍ່ພັກວ່າງວັນຈັນນີ໋ ທິດກ່ອນຍັງ ຮຽນຢູ່ຄິດວ່າອາທິດໜ້າ ຈະປົກກະຕິເພາະວ່ານໍ້າມັນກໍາລັງລົງ ຫາກຍັງບໍ່ທັນຮູ້ ຢ້ານຈັກສິຖ້ວມອີກຫລືບໍ່ ຢ້ານມັນລົງແລ້ວ ຢ້ານມັນມາອີກ.”
ຜູ້ເປັນພໍ່ນັກຮຽນ ທີ່ຮຽນຢູ່ໂຮງປະຖົມສຶກສາ ເມືອງເຊໂປນ ຜູ້ຂໍສງວນຊື່ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ, ເຖິງແມ່ນ ວ່ານໍ້າໄດ້ລົດລົງແລ້ວ ແຕ່ລູກຂອງຕົນ ກໍຍັງບໍ່ທັນໄດ້ໄປໂຮງຮຽນ ເທື່ອ ຍ້ອນຍັງຕ້ອງໄດ້ຊ່ອຍພໍ່ແມ່ ຫາ ບ່ອນຢູ່ອາສັຍຖາວອນ ຫລັງຈາກ ທຸກຢ່າງເປັນ ປົກກະຕິ ຍ້ອນວ່າເຮືອນຂອງຕົນ ຖືກນໍ້າພັດໄປ ເຄື່ອງຂອງເສັຍຫາຍ:
“ໂຮງຮຽນນີ໋ ຍັງຕັດຂາດເລີຍ ໂຮງຮຽນນີ໋ໄປບໍ່ໄດ້ ໄປກໍບໍ່ໄດ້ຮຽນ ສະພາບມັນຮຽນບໍ່ໄດ້ນ່າ ບ່ອນທີ່ຢູ່ຍັງບໍ່ມີ ບ້ານເນາະ ຖືກນໍ້າພັດ 20 ກວ່າຫລັງ ເຫລືອແຕ່ 2 ຫລັງໃນບ້ານນະ ຕອນນີ້ນໍ້າລົງ ແຕ່ວ່າຕ້ອງໄດ້ ຟື້ນຟູ ຂີ້ຕົມຕິດຄ້າງ ຢູ່ບ້ານ ນໍ້າ-ໄຟ ກໍຂາດແດ່ ບໍ່ມີໃຊ້.”
ອີງຕາມການແຈ້ງເຕືອນພັຍ ຂອງກົມອຸຕຸນິຍົມ ແລະອຸທົກກະສາດ ວັນທີ 23 ຕຸລາ ນີ້ຈະມີພະຍຸໃຕ້ຝຸ່ນ ພັດເຂົ້າມາແຕ່ວັນທີ 25 ຫາ 27 ຕຸລາ ນີ້, ໃຫ້ທຸກພາກສ່ວນ ທີ່ອາສັຍຢູ່ແຂວງພາກກາງ ແລະ ພາກໃຕ້ ເຊັ່ນແຂວງຄໍາມ່ວນ, ສວັນນະເຂດ, ສາລະວັນ ແລະເຊກອງ ຈະ ຕ້ອງມີສະຕິຣະວັງ ຝົນຕົກໜັກ ແລະລົມພັດແຮງ ທີ່ຈະເຮັດໃຫ້ຣະດັບນໍ້າເຊ ຕ່າງໆ ສືບຕໍ່ສູງຂຶ້ນຕື່ມອີກ, ຈະເຮັດໃຫ້ນໍ້າຖ້ວມ, ໃຫ້ຍົກຍ້າຍສິ່ງ ຂອງ ແລະສັດລ້ຽງໄປໄວ້ໃນທີ່ປອດພັຍ.
ຜົລກະທົບຈາກພັຍນໍ້າຖ້ວມ ແຮງຄັ້ງນີ້ ສ້າງຄວາມເສັຍຫາຍຢ່າງຫລວງຫລາຍ ໃຫ້ຫລາຍແຂວງ, ເປັນຕົ້ນແຂວງ ສວັນນະເຂດ ນໍ້າຖ້ວມ 8 ເມືອງ ຄືເມືອງເຊໂປນ ເມືອງພີນ ເມືອງວິລະບູລີ ເມືອງຊົນບູລີ ເມືອງສອງຄອນ ເມືອງທ່າປາງທອງ ເມືອງຈໍາພອນ ແລະເມືອງນອງ.
ອີງຕາມຂໍ້ມູນ ຈາກການສໍາຣວດເບື້ອງຕົ້ນ, ນໍ້າຖ້ວມ 149 ບ້ານ, 7,768 ຫລັງຄາເຮືອນ ຫລາຍກວ່າ 10,000 ຄອບຄົວ ແລະປະຊາຊົນ ຫລາຍກວ່າ 52,000 ຄົນ ໄດ້ຮັບຜົລ ກະທົບ. ແລະສື່ມວນຊົນ ລາວ ຣາຍງານວ່າ ມີຜູ້ເສັຍຊີວິດຍ້ອນ 1 ຄົນ.
ຜແນກແຮງງານ ແລະສະຫັວດດິການສັງຄົມ ແຂວງສວັນນະເຂດ ຣາຍງານຕໍ່ສື່ມວນຊົນທ້ອງຖິ່ນ ໃນມື້ວັນທີ 21 ຕຸລາ ນີ້ວ່າ ປັດຈຸບັນ ນໍ້າຖ້ວມ ບາງເມືອງນໍ້າໄດ້ບົກລົງແລ້ວ, ມີ 2 ເມືອງ ທີ່ຍັງຖືກນໍ້າຖ້ວມໜັກ ຄືເມືອງຈໍາພອນ ແລະເມືອງສອງຄອນ ໂດຍຄິດວ່າພາຍໃນ ອາທິດນີ້ ນໍ້າຈະບົກແຫ້ງລົງ ຫາກບໍ່ມີຝົນຕົກມາຕື່ມອີກ.