ນະຄອນຫຼວງ ກວດພົບ 30 ຕື້ກີບ ຈ່າຍນອກແຜນ

ໄຊຍາ
2020.12.31
ນະຄອນຫຼວງ ກວດພົບ 30 ຕື້ກີບ ຈ່າຍນອກແຜນ ທ່ານ ຄຳມອນ ບົວພັນ, ປະທານກວດກາ ພັກ-ຣັຖ ປະຈຳພາກກາງ ຣາຍງານຕໍ່ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ສມັຍສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ 1 ເມື່ອວັນທີ 28 ທັນວາ 2020
public domain

ນະ​ຄອນຫລວງວຽງຈັນກວດສອບເຫັນລາຍຮັບເພີ່ມໃນຂແນງອາກອນ, ກວດສອບເຫັນການຈ່າຍນອກແຜນໃນຂແນງງວິຊາການ, ກວດສອບເຫັນ ຜແນກສຶກສາ-ກິລາ ເອົາເງິນໄປຝາກທະນາຄານທຸຣະກິດໂດຍບໍ່ໄດ້ຮັບອະນຸຍາດຈາກຜແນກການເງິນ.

ທ່ານ ຄຳ​ມອນ ບົວພັນ ປະທານອົງການກວດສອບແຫ່ງຣັຖປະຈຳພາກກາງ ໄດ້ກ່າວ ຢູ່ໃນ​ກອງປະຊຸມສມັຍສາມັນຄັ້ງທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ່ 1 ໃນວັນທີ 28 ທັນວາ 2020 ຕອນນຶ່ງວ່າ:

“ຣາຍຮັບກວດກາເຫັນເພີ້ມ ສຳລັບບ້ວງສ່ວຍສາອາກອນ ແລະ ບ້ວງອື່ນໆ ຈຳນວນ 13.90 ຕື້ ກີບ ຊຶ່ງໄດ້ຮັບການແກ້ໄຂແລ້ວຈຳນວນ 6.71 ຕື້ ກີບ.

ໜ່ວຍ​ງານຢູ່ນະຄອນຫລວງວຽງຈັນ ຍັງໃຊ້ຈ່າຍເງິນວິຊາການນອກແຜນປະມານ 14 ຕື້ ກີບ ໂດຍ ບໍ່ມີການບັນທຶກການ​​ຮັບ-ການຈ່າຍ, ທ່ານ ຄຳມອນ ບົວພັນ ປະທານອົງການກວດສອບແຫ່ງຣັຖ ປະຈຳພາກກາງ ກ່າວວ່າ:

“ລາຍຮັບວິຊາການຈຳນວນ 14.87 ຕື້ ກີບ ທີ່ໄປຈ່າຍນອກແຜນ ຊຶ່ງໄດ້ຮັບການແກ້ໄຂດ້ວຍການຈົດຮັບຈົດຈ່າຍ ຈຳນວນ 0.31 ຕື້ ກີບ ແລະ ຍັງເຫຼືອຈຳນວນ 14.36 ຕື້ກີບ ແມ່ນຍັງບໍ່ໄດ້ດຳເນີນຕາມຂັ້ນຕອນ ຈົດຮັບ-​ຈົດຈ່າຍ.

ນອກ​ຈາກນີ້ ອົງການກວດສອບແຫ່ງຣັຖ ຍັງກວດພົບວ່າ ຜແນກສຶກສາ-ກິລາ ແລະ ຫ້ອງການຄຸ້ມຄອງບໍຣິຫານຕົວເມືອງວຽງຈັນໄດ້ເອົາເງິນໄປຝາກທະນາຄານທຸຣະກິດໂດຍບໍ່ໄດ້ຮັບອະນຸຍາດ. ທ່ານ ຄຳມອນ ກ່າວຕື່ມອີກວ່າ:

“ພະແນກສຶກສາ-ກິລາ ແລະ ຫ້ອງການຄຸ້ມຄອງບໍຣິຫານຕົວເມືອງວຽງຈັນ ໄດ້ເອົາເງິນໄປຝາກຢູ່ທະນາຄານທຸຣະກິດໂດຍ ບໍ່ໄດ້ຮັບອະນຸຍາດຈາກຜແນກການເງິນນະຄອນຫລວງວຽງຈັນຈຳນວນ 5 ບັນຊີ ຍອດເຫຼືໃນວັນທີ 31 ທັນວາ 2018 ແມ່ນ 1.36 ຕື້ ຊຶ່ງໃນປີ 2019 ບໍ່ໄດ້ຮັບການປັບປຸງແກ້ໄຂ ແລະ ຍັງໃຊ້ຈ່າຍຈຳນວນເງິນ 1.35 ຕື້ ກີບ ຮອດວັນທີ 31 ປີ 2019 ຍອເຫຼືອຈຳນວນ 0.01 ຕື້ ກີບ.

ເງິນ​ທີ່ຂແນງການດັ່ກ່າວນຳໄປໃຊ້ຈ່າຍນອກແຜນມີທັງໝົດປະມານ 30 ຕື້ກີບ.ບັນຫາແບບນີ້ມັນເກີດຂຶ້ນມາດົນໄດ້ຫຼາຍປີແລ້ວ, ແຕ່ຖ້າຈະເອົາຈິງແທ້ຕ້ອງນຳຈັບ ແລະ ຢຶດຊັບເຈົ້າໜ້າທີ່ຜູ້ທີ່ມີສ່ວນພົວພັນ. ດັ່ງຈົ້າໜ້າທີ່ທາງການລາວທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່  ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ທັນວາ ວ່າ:

“ແຕ່ວ່າ ເພິ່ນແກ້ຢູ່ດອກເພິ່ນກະແກ້ເຮົາເບິ່ງແລ້ວມັນກະຄືຈັ່ງວ່າບັນຫາມັນສະສົມມາຕັ້ງແຕ່ ມັນບໍ່ແມ່ນ 20 ກວ່າປີມາພຸ້ນລະເບາະມັນໝັກໝົມສະສົມມາຊິມາແກ້ 2-3 ປີ 4-5 ປີ ເປັນໄປບໍ່ໄດ້ມັນກະຊິ 10 ປີ 20 ປີ ໄປຈັ່ງຊັ້ນລະຄັນເອົາໃຈໃສ່ຈິງໃຈ ແກ້ກັນແທ້ໆ ເຫັນປັບຈັບໃສ່ຄຸກຢຶດຊັບມີຊັບເອົາໄປເຊື່ອງຢູ່ໃສນຳຈັບ ຜູ້ທີ່ເປັນ​ Nominee [ຜູ້ທີ່ເປັນຕົວແທນ.”

ຢູ່​ປະເທດລາວຍັງມີຣະບົບຄົນເຈົ້າ ຄົນຂ້ອຍສະນັ້ນມັນຈຶ່ງບໍ່ສາມາດກວກາ ແລະ ບໍ່ສາມາດລົງໂທດກັນຢ່າງເດັດຂາດ. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ:

“ເຫັນແລ້ວກະວ່າມີພົວພັນຣະດັບໃດວ່າຈັ່ງໃດຄົນກູຄົນມຶງຈັ່ງຊັ້ນຊິນ່າ ມັນຣະບົບອຸປະຖຳມັນລະຍາກຫຼາຍຄວາມເຊື່ອໝັ້ນາກປະຊາຊົນຖືວ່າບໍ່ມີແຫຼະສຳລັບຂ້າພະເຈົ້າບໍ່ເຊື່ອໝັ້ນ.

ເຖີງ​ຢ່າງໃດກໍຕາມ, ປະຊາຊົນ ຍັງບໍ່ມີຄວາມເຊື່ອໝັ້ນຕໍ່ເຣື່ອງການກວດສອບຂອງຣັບານ. ປະຊາຊົນ ທ່ານ ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ທັນວາ ວ່າ:

“ມີແຕ່ກວດສອບໄດ້ທໍ່ນັ້ນ ທໍ່ນີ້ ບໍ່ເຫັນລົງດາບໃຜຈັກຄົນ ບໍ່ມີຫຍັງທີ່ຈະເຮັດດອກພວກນີ້ນະກວດສອບກະກວດສອບໄປຊື່ໆ ອັນນີ້ເວົ້າຖານະປະຊາຊົນແທ້ໆ ໃດນີ້ນະເພາະວ່າທີ່ຜ່ານມານີ້ທຸກຄົນຮູ້ ແລະ ກະໄດ້ຍິນກັບຫູຈະເປັນນາງວຽງທອງເບາະ ຈະເປັນບຸນທອງຈິດມະນີເບາະ ກະຖແລງຕໍ່ສະພາເດ້ວ່າກວດສອບໂຄງການໜ່ວຍງານນັ້ນ ກະຊວງນີ້ ແຂວງນັ້ນ ກະບໍ່ເຫັນລົງເອີຍວ່າ ເຮົາຕ້ອງລົງໂທດທ່ານນີ້ ທ່ານນັ້ນ ສະຫາຍນັ້ນ ບໍ່ມີ.

ອົງການກວດກາຣັ​ຖ​ບານ ໄດ້ເປີດເຜີຍວ່າ ໃນປີ 2019 ມີເຈົ້າໜ້າທີ່ຣັຖ ປະມານ 700 ຄົນຖືກລົງວິໄນໃນຄວາມຜິດສໍ້ຣາດບັງຫຼວງໃນນັ້ນຖືກໄລ່ອອກ 400 ຄົນ.

ຄວາມເສັຍຫາຍຈາກການສ້ຳຣາດບັງຫຼວງຄິດເປັນມູນຄ່າ ຫຼາຍກວ່າ 1 ພັນຕື້ກີບ, 10 ລ້ານໂດລາ, 24 ລ້ານບາດ, ແຕ່ຣັຖບານສາມາດເກັບຄືນມາໄດ້ພຽງແຕ່ 35 ຕື້ກີບ, 2 ແສນໂດລາ ແລະ 10 ລ້ານບາດ ອີງ​ຕາມ​ຂໍ້​ມູ​ນ​ຈາກ​ອົງ​ການກວດ​ຣັ​ຖ​ບານ.

ໃນປີ 2019 ອົງການຄວາມໂປ່ງໄສ ສາກົນ ຫຼື Transparency ໄດ້ຈັດໃຫ້ ສປປ ລາວ ຢູ່ອັນດັບທີ 130 ຂອງປະເທດທີ່ມີການສໍ້ຣາດບັງຫຼວງຫຼາຍທີ່ສຸດໃນໂລກ ຈາກທັງໝົດ 198 ປະເທດ ສ່ວນວ່າປີ 2018 ປະເທດລາວຢູ່ໃນອັນດັບ 132. ປະເທດໃດ ທີ່ຖືກຈັດອັນທີຫຼາຍເທົ່າໃດຖືວ່າ ການສໍ້ຣາສ-ບັງຫຼວງໃນປະເທດກໍຫຼາຍເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.