ສະຫະຣັດສືບຕໍ່ກູ້ຣະເບີດ ໃນລາວ
2015.02.20

ຮອງ ຜູ້ຊ່ວຍ ຣັຖມົນຕຣີ ກະຊວງ ການ ຕ່າງ ປະເທດ ສະຫະຣັດ ອະເມຣິກາ ພົນເຮືຶອ ນາວາ ຕຣີ Samuel Perez Jr. ຮັບ ຜິດຊອບ ແຜນການ ໂຄງການ ແລະ ການ ປະຕິບັດ ງານ ປະຈໍາ ສໍານັກງານ ຣັຖມົນຕຣີ ຊ່ວຍ ກິຈກັມ ການເມືອງ ຝ່າຍ ທະຫານ ໄດ້ ໃຫ້ ສັມພາດ ແກ່ ນັກຂ່າວ ເອເຊັຽ ເສຣີ ຜແນກ ພາສາລາວ ຢູ່ ທີ່ ສູນຂ່າວ ຕ່າງປະເທດ ນະຄອນ ຫລວງ ວໍຊິງຕັນ ດີຊີ ເມື່ອ ຕອນ ບ່າຍ ຂອງ ວັນທີ່ 18 ກຸມພາ ປີ 2015. ໃນ ຄໍາຖາມ ທີ່ວ່າ ສະຫະຣັດ ມີ ພັນທະ ຊ່ວຍເຫລືອ ໂຄງການ ເກັບກູ້ ຣະເບີດ ຢູ່ລາວ ຕໍ່ ໄປບໍ? ທ່ານ ໃຫ້ ຄໍາຕອບ ວ່າ:
"ແນ່ນອນ ທີ່ສຸດ, ເຮົາ ຮູ້ຊຶ້ງ ໃນ ພັນທະ ຂອງ ປະຊາຊົນ ຂອງ ພວກເຮົາ ຕລອດຮອດ ຜູ້ ປະຕິບັດ ງານ ໃນຫ້ອງການ ຂອງ ໂຄງການ ຂຶ້ນໄປ ເຖິງ ສະມາຊິກ ຣັຖສະພາ ຮວມເຖິງ ຣັຖບານ ທີ່ຕ້ອງ ປະຕິບັດ ໃນ ສິ່ງທີ່ ຖືກຕ້ອງ".
ທ່ານວ່າ ຈະມີການ ຊ່ວຍເຫລືອ ເພີ້ມຂຶ້ນ ໃນ ຂັ້ນຕໍ່ໄປ, ຊຶ່ງ ເຫັນໄດ້ວ່າ ສະຫະຣັດ ໄດ້ເພີ້ມ ການ ຊ່ວຍເຫລືອ ຈາກ 20 ລ້ານ ເປັນ 30 ລ້ານ ສໍາລັບ ພູມີພາກ ແລະ ຈະແບ່ງ ບາງ ຈໍານວນ ເພື່ອ ຊ່ວຍເຫລືອ ລາວ ແລະ ອົງການ ບໍ່ຂຶ້ນ ກັບ ຣັຖບານ ເພື່ອໃຊ້ ໃນ ວຽກງານ ເກັບກູ້ ຣະເບີດ ບໍ່ທັນ ແຕກ.
ຂໍ້ມູນ ຈາກ ທາງການ ສະຫະຣັດ ຣະບຸວ່າ ຈາກ ສົກ ງົບປະມານ 1993 ຫາ 2013 ສະຫະຣັດ ໄດ້ອອກ ທຶນ 71 ລ້ານ ໂດລາ ສໍາລັບ ວຽກງານ ເກັບກູ້ ຣະເບີດ, ວຽກງານ ສຶກສາ ຄວາມ ສ່ຽງຕໍ່ ຣະເບີດ ບໍ່ທັນ ແຕກ ແລະ ໂຄງການ ຊ່ວຍເຫລືອ ຜູ້ທີ່ ລອດ ຊີວິດ ຈາກ ຣະເບີດ ໃນລາວ.
ໃນສົກ ງົບປະມານ 2014 ສະຫະຣັດ ໄດ້ໃຫ້ ເງິນ ຊ່ວຍເຫລືອ 12 ລ້ານ ໂດລາ ຕື່ມອີກ ສໍາລັບ ໂຄງການ ເກັບກູ້ ຣະເບີດ ຢູ່ລາວ. ໃນສົກ ງົບປະມານ ປີ 2013 ສະຫະຣັດ ໃຫ້ທຶນ ຊ່ວຍເຫລືອ ໂຄງການ ເກັບກູ້ ຣະເບີດ ຢູ່ເຂດ ເອເຊັຽ ປາຊີຟິກ ຈໍານວນ 20 ລ້ານ ໂດລາ ແລະ ໃນສົກ ງົປະມານ 2014 ເພີ້ມຂຶ້ນ ເປັນ 30 ລ້ານ ໂດລາ. ໃນ ປັດຈຸບັນ ບໍ່ທັນມີ ໂຕເລກ ການ ຊ່ວຍເຫລືອ ສໍາລັບ ສົກ ງົປະມານ 2015 ເທື່ອ ແຕ່ ຄາດວ່າ ຄົງຈະຢູ່ ໃນ ຈໍານວນ ທີ່ ກ່າວມາ ນີ້ ຫລື ອາດຈະ ຫລາຍກ່ວາ.
ຮອງ ຣັຖມົນຕຣີ ຊ່ວຍ Perez Jr. ໄດ້ ເດີນທາງ ໄປ ຢ້ຽມຢາມ ສປປ ລາວ ແລະ ປະເທດ ກໍາພູຊາ ຈາກ ວັນທີ່ 26 ມົກກະຣາ ຫາ ວັນທີ 6 ກຸມພາ. ທ່ານວ່າ ສິ່ງທີ່ ປະທັບໃຈ ໃນເວລາ ໄປ ຢ້ຽມຢາມ ນັ້ນ ແມ່ນວ່າ ປະເທດ ສວຍສົດ ງົດງາມ ໄປດ້ວຍ ທັມມະຊາດ, ປະຊາຊົນ ມີ ໄມຕຣີ ເພື່ອນມິດ, ທ່ານ ໄດ້ ເຫັນ ເຈົ້າໜ້າທີ່ ເກັບກູ້ ຣະເບີດ ມີຄວາມ ຕັ້ງໃຈ ແລະ ເສັຽສລະ.