ຈີນ ສືບຕໍ່ຊ່ອຍເຫຼືອລາວ
2020.10.15

ຫລາຍປີມາແລ້ວ ທີ່ຣັຖບາລ ສປປລາວ ໄດ້ຮັບການຊ່ອຍເຫລືອຫລາຍຈາກຈີນ ແລະ ໃນຣະຫວ່າງການມາຢ້ຽມຢາມລາວຂອງທ່ານ ຫວາງ ອີ້ ຣັຖມົນຕຣີກະຊວງ ການຕ່າງປະເທດຈີນ ທ່ານກໍໄດ້ປະກາດວ່າ ພ້ອມທີ່ຈະໃຫ້ການຊ່ອຍເຫລືອ ທຸກດ້ານແກ່ລາວ ແລະໄດ້ລົງນາມໃນ ສັນຍາຮ່ວມມື ໃນໂຄງການຊ່ອຍເຫລືອແກ່ລາວ 3 ສະບັບຄື ໂຄງການຊ່ອຍເຫລືອລ້າ ທາງດ້ານອຸປກອນ ຕ້ານໄຂ້ເລືອດອອກ.
ໂຄງການກໍ່ສ້າງພື້ນຖານໂຄງລ່າງ ໃນການພັທນາຊົນນະບົດ ໄລຍະ 2 ແລະໂຄງການແລກປ່ຽນທາງດ້ານການຄ້າ ຣະຫວ່າງຣັຖບາລລາວ ແລະ ຣັຖບາລຈີນ ໂດຍທີ່ຈີນຈະໃຫ້ສິດພິເສດແກ່ລາວ ຄືຈະຫລຸດ ຫລື ບໍ່ເກັບພາສີນໍາເຂົ້າສິນຄ້າຈາກ ລາວ ເຂົ້າປະເທດຈີນ 97% ຂອງ ຣາຍການສິນຄ້າ ທັງໝົດ ຫລື GSP 97%.
ປີ 2019 ຈີນ ເປັນຄູ່ການຄ້າຣາຍໃຫຍ່ອັນດັບ 2 ຂອງລາວ ຮອງລົງມາຈາກໄທ ທີ່ມີມູນຄ່າການຄ້າກັບລາວ 3 ຕື້ 540 ລ້ານໂດລາ ສະຫະຣັຖ. ຈີນ ເປັນຄູ່ຄ້າສໍາຄັນ ແລະເປັນຜູ້ລົງທຶນ ອັນດັບນຶ່ງຂອງລາວ ດັ່ງເຈົ້າໜ້າທີ່ກະຊວງກນຕ່າງປະເທດ ຂອງລາວທ່ານນຶ່ງຜູ້ ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ຕຸລາ ນີ້ວ່າ:
“ມັນກະເວົ້າຍາກເພາະວ່າ ດຽວນີ້ກະມີຄວາມຈໍາເປັນການລົງທຶນນີ້ນ່າ ເຮົາກໍບໍ່ວ່າແຕ່ໃຫ້ຈີນ ຫລາຍປະເທດເຮົາກະໃຫ້ໃນເງື່ອນໄຂແຕ່ວ່າ ມັນມີຫລາຍໂຄງການເນາະ ເຂື່ອນໄຟຟ້າ ທາງຣົດໄຟ ທາງດ່ວນ.”
ທ່ານກ່າວຕື່ມວ່າ ຣັຖບາລລາວ ມີເງິນໜ້ອຍ ບໍ່ສາມາດພັທນາປະເທດ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໄດ້ໄວເທົ່າທີ່ຄວນ. ສະນັ້ນ ຈຶ່ງຈໍາເປັນຕ້ອງໄດ້ເພິ່ງພາເງິນທຶນ ຈາກຈີນ ໂດຍການໃຫ້ເຊົ່າ ຫລື ສັມປະທານດິນ ເພື່ອພັທນາໂຄງການຕ່າງໆ ແລະ ມີການຮ່ວມມື ຣະຫວ່າງ ຣັຖກັບຣັຖ, ຣັຖກັບເອກກະຊົນ ແລະ ເອກກະຊົນກັບເອກກະຊົນ ຊຶ່ງໃນນັ້ນຮວມທັງໂຄງການ ເຂື່ອນໄຟຟ້າ, ໂຄງການທາງ ຣົດໄຟ ລາວ-ຈີນ, ໂຄງການທາງດ່ວນ ນະຄອນຫລວງ ວຽງຈັນ-ວັງວຽງ ເປັນຕົ້ນ,
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ ດຽວກັນນີ້ວ່າ ຈີນເປັນຜູ້ລົງທຶນ ຫລາຍທີ່ສຸດໃນລາວ ຊຶ່ງສ່ວນຫລາຍ ເປັນໂຄງການຂນາດໃຫຍ່ ມີສັນຍາກັບຣັຖບາລ:
“ສ່ວນຫລາຍມີແຕ່ພະລັງງານໄຟຟ້າ ໂຄງການເສັ້ນທາງນີ້ນ່າ ມັນມີສັນຍາກັບຣັຖບານ ຣັຖບານຮັບຮອງເຂົາເດ໋ ເຂົາຈັ່ງເຂົ້າມາໄດ້ ພວກ ບໍຣິສັດໃຫຍ່ໆ ທີ່ວ່າເປັນບໍຣິສັດທີ່ວ່າ ມາຕຖານໃຫຍ່ ສ່ວນຫລາຍມັນ ເປັນແນວນັ້ນ.”
ແລະອາຈານທ່ານນຶ່ງ ທີ່ສອນຢູ່ມະຫາວິທຍາລັຍສຸພານຸວົງ ແຂວງຫລວງພຣະບາງ ກໍມີຄວາມເຫັນຕໍ່ ວິທຍຸເອເຊັຍເສຣີໃນມື້ວັນທີ 15 ຕຸລາ ນີ້ວ່າ ການເຂົ້າມາຂອງນັກລົງທຶນຈີນ ຈະເຂົ້າມາແບບໂດມິໂນ ຄວາມໝາຍ ກໍຄືວ່າ ບໍຣິສັດນຶ່ງເຂົ້າມາລົງທຶນ ແລ້ວບອກຕໍ່ບໍຣິສັດອື່ນ ທີ່ຮູ້ ຈັກກັນ ເຂົ້າມາລົງທຶນ ຕໍ່ໄປເລື້ອຍໆ ແລະ ການເຂົ້າມານັ້ນ ກໍມາພ້ອມກັບຄົນຈີນ ຈໍານວນນຶ່ງ. ແຕ່ກໍຍັງບໍ່ມີການວິໃຈ ຫລື ສຶກສາແບບ ລະອຽດວ່າ ການເຂົ້າມາຂອງຈີນ ນັ້ນ ຈະເຮັດໃຫ້ມີການປ່ຽນແປງໄປ ໃນທາງທີ່ດີ ຫລື ບໍ່ດີ ໃຫ້ສັງຄົມລາວ ດັ່ງທີ່ທ່ານກ່າວວ່າ:
“ມັນທະຍອຍເຂົ້າມາແລ້ວ ເພາະວ່ານັກທຸຣະກິດບາງສ່ວນ ທີ່ເຂົາເຈົ້າມາເປັນໂດມິໂນ ອັນນີ້ພວກເຮົາກະເປັນຫ່ວງຄືກັນ ແຕ່ວ່າຖ້າເຮົາບໍ່ມີ ຜົລວິຈັຍອ້າງອີງ ເຮົາກະບໍ່ສາມາດ ທີ່ຈະໄປໃຫ້ຣັຖບານ ຮຸ້ວ່າມັນມີ ບັນຫາເກີດຂຶ້ນແທ້.”
ຊາວລາວຜູ້ນຶ່ງຢູ່ແຂວງຫຼວງນໍ້າທາ ຜູ້ຂໍສງວນຊື່ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການເຂົ້າມາແຂວງພາກເໜືອລາວຂອງຄົນຈີນ ຫລາຍສົມຄວນນັ້ນ ເຮັດໃຫ້ເກີດຄວາມກັງວົນວ່າຄົນ ຈີນ ເຫຼົ່ານັ້ນ ເຂົ້າມາເຮັດວຽກຫຍັງ ເປັນຄົນດີ ຫລື ຄົນຮ້າຍ ກໍບໍ່ຮູ້ເປົ້າໝາຍຂອງ ພວກເຂົາ:
“ໃນຊ່ວງ ຊ້ວງທີ່ເພິ່ນບໍ່ເຂັ້ມງວດນີ໋ ໂອ໋ຍ ຢາກວ່າເດ໋ ສະພາບມັນວຸ້ນວາຍ ວຸ້ນວາຍຍ້ອນວ່າ ຈັກມັນຜູ້ດີ ຈັກມັນຜູ້ຮ້າຍຫັ້ນນ່າ.”
ມາເຖິງປີ 2019 ຈີນ ລົງທຶນຢູ່ລາວ 785 ໂຄງການລວມມູນຄ່າ 12 ຕື້ ໂດລາ ສະຫະຣັຖ. ແຕ່ໃນປີ 2020 ນີ້ ຍ້ອນການຣະບາດ ຂອງ ໂຄວິດ-19 ເຮັດໃຫ້ການຄ້າ ແລະການລົງທຶນ ຣະຫວ່າງລາວ-ຈີນ ຮວມທັງ ການຂົນສົ່ງສິນຄ້າ ຜ່ານແດນ ກໍໄດ້ຮັບຜົລກະທົບ, ໄດ້ມີການ ກວດກາເຂັ້ມງວດ ແລະການເກັບພາສີ-ອາກອນ ກໍຂ້ອນຂ້າງແພງ ດັ່ງຜູ້ຕາງໜ້າບໍຣິສັດຂົນສົ່ງສິນຄ້າ ຣະຫວ່າງລາວ-ຈີນ ແຂວງຫຼວງນໍ້າທາ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 15 ຕຸລາ ນີ້ວ່າ:
“ມັນຍາກນ່າ ເພາະວ່າ 1 ເຂົາກວດເຄື່ອງເຂັ້ມ 2 ມາລະຄ່າຂົນສົ່ງມັນສູງ ບາດນີ້ຄ່າຂົນສົ່ງມັນສູງ ລະລູກຄ້າກະບໍ່ຄ່ອຍຢາກສົ່ງສິນ່າ ມັນຍາກໃນການເຂົ້າຈີນຫັ້ນນ່າ.”
ແລະຜູ້ຕາງໜ້າບໍຣິສັດຂົນສົ່ງສິນຄ້າ ຜ່ານແດນ ຢູ່ ແຂວງຫລວງນໍ້າທາ ອີກທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ກໍກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ ດຽວກັນນີ້ວ່າ ໄລຍະນີ້ ການຂົນສົ່ງສິນ ຄ້າ ຈາກລາວໄປຈີນ ຂ້ອນຂ້າງ ຫຍຸ້ງຍາກ ມີຫລາຍຂັ້ນຕອນ ສິນຄ້າຈາກລາວໄປຈີນ ຕ້ອງເປັນ ສິນຄ້າທີ່ຈີນເລືອກເອົາເທົ່ານັ້ນ ຊຶ່ງສ່ວນຫຼາຍກໍເປັນສິນຄ້າກະສິກັມ ທີ່ບໍຣິສັດຈີນເຂົ້າມາປູກ. ສ່ວນວ່າສິນຄ້າຈີນເຂົ້າລາວແມ່ນເຂົ້າມາໄດ້ ທຸກຢ່າງ:
“ຊ່ວງນີ້ກະສົ່ງອອກໄດ້ຢູ່ ແຕ່ວ່າກະຂ້ອນຂ້າງຢາກ ຫຍູ້ງຍາກ ໜ້ອຍນຶ່ງ ເພາະວ່າ ໂຄວິດ ຂະເຈົ້າປິດດ່ານ ແລ້ວເຄື່ອງສິນຄ້າ ລະຍັງ ໄປໄດ້ຢູ່ ທຽບວ່າ ລາວເຮົາສົ່ງອອກໄປຈີນນີ໋ ຈີນນີ໋ຂ້ອນຂ້າງ ທີ່ວ່າເຮັດຍາກ ລະວ່າສິນຄ້າ ທາງນອກ ຖ້າບໍ່ຈໍາເປັນແທ້ ຄືທຸກມື້ນີ້ ງົວ ຄວາຍ ຂະເຈົ້າກະຫ້າມເດັດຂາດ ບໍ່ໃຫ້ຂ້າມໄປເລີຍເດ໋ ຖ້າວ່າຂອງລາວ ໄປ ຈີນ ນີ໋ຈະເປັນສິນຄ້າປະເພດ ກະສິກັມເນາະ.”
ແຕ່ເຖິງຢ່າງໃດ ກໍສັງເກດເຫັນວ່າ ການຄ້າ ແລະການລົງທຶນຂອງຈີນ ຢູ່ລາວ ເພິ່ນຂຶ້ນນໍາເລື້ອຍໆ.