ທາງການໄທສົ່ງ ທ.ມົວຕົວເທີ ກັບໄປ ລາວ
2014.07.03
ທາງການໄທ ສົ່ງ ທ່ານ ມົວຕົວເທີ ຜູ້ນຳ ຊາວ ເຜົ່າມົ້ງລາວ ທີ່ ເຄີຍເຄື່ອນໄຫວ ຕໍ່ຕ້ານ ຣັຖບານ ສປປ ລາວ ກັບຄືນ ສປປລາວ.
ເຈົ້າໜ້າທີ່ ຕຳຫຣວດ ກວດຄົນ ເຂົ້າເມືອງ ຂອງໄທ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ເປີດເຜີຍວ່າ ທ່ານ ມົວຕົວເທີ ຖືກກັກຂັງ ຢູ່ຄຸກ ບາງກອກ ນັບແຕ່ ເດືອນ 3 ປີກາຍ ເປັນ ຕົ້ນມາ ແລະ ຖືກສົ່ງ ກັບຄືນ ລາວ ເມື່ອ ວັນທີ່ 23 ເດືອນ ມິຖຸນາ 2014.
ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ຂອງໄທ ອີກ ທ່ານນຶ່ງ ທີ່ ເມືອງ ໜອງຄາຍ ໃຫ້ຣາຍ ຣະອຽດ ກ່ຽວກັບ ເຣື່ອງນີ້ ຕື່ມວ່າ ທ່ານ ມົວຕົວເທີ ເປັນຄົນ ເຂົ້າເມືອງ ຜິດກົດໝາຍ ແລະ ກໍຖືກສົ່ງ ກັບຄືນ ປະເທດ ເດີມ ຄືກັບຄົນ ຕ່າງດ້າວ ທີ່ ຜິດກົດໝາຍ ອື່ນໆ.
ອົງການ ສິດທິມະນຸດ ໄດ້ສະແດງ ຄວາມ ເປັນຫ່ວງ ຢ້ານ ທ່ານ ມົວຕົວເທີ ຈະຖືກ ທາງການ ລາວ ລົງໂທດ ຢ່າງໜັກ. ອົງການ ນິຣະໂທດກັມ ສາກົນ ອອກ ຣາຍງານ ເລື້ອຍໆວ່າ ຊາວເຜົ່າມົ້ງ ກຸ່ມນຶ່ງ ເຄື່ອນໄຫວ ຕໍ່ຕ້ານ ຣັຖບານ ສປປລາວ ຕລອດມາ ເປັນເວລາ ຫລາຍ ສິບປີ ໂດຍມີ ທ່ານ ມົວຕົວເທີ ເປັນຜູ້ນຳ ຄົນນຶ່ງ.
ທ່ານ Rupert Abbott ຮອງ ຜູ້ອຳນວຍ ການ ອົງການ ນິຣະໂທດກັມ ສາກົນ ປະຈຳເຂດ ເອເຊັຍ ປາຊີຟິກ ກ່າວວ່າ ເມື່ອ ຖືກສົ່ງກັບ ຄືນລາວ ແລ້ວ ທ່ານ ມົວຕົວເທີ ກໍຈະຄື ກັບ ຊາວເຜົ່າມົ້ງ ຫລາຍພັນ ຄົນ ທີ່ ຖືກຈັດສົ່ງ ກັບຄືນ ປະເທດ ລາວ ໃນຣະຍະ ຫລາຍປີ ທີ່ ຜ່ານມາ. ຊາວເຜົ່າມົ້ງ ເຫລົ່ານີ້ ມິດງຽບ ເລີຍ; ທາງການ ລາວ ບໍ່ຍອມ ເປີດໂອກາດ ໃຫ້ ອົງການ ສິດທິມະນຸດ ອິສຣະ ເຂົ້າ ຢ້ຽມຢາມ ເລີຍ.
ທ່ານ ມົວຕົວເທີ ນຳພາ ຊາວ ເຜົ່າມົ້ງ ຫລາຍຮ້ອຍຄົນ ເຄື່ອນໄຫວ ຕໍ່ຕ້ານ ຣັຖບານ ສປປລາວ ເປັນເວລາ ຫລາຍສິບປີ ແຕ່ເມື່ອ ປະມານ ປີ 2006 ກຳລັງ ທະຫານ ຣັຖບານ ລາວ ບຸກ ໂຈມຕີ ນັກເຄື່ອນໄຫວ ເຫລົ່ານີ້ ຢ່າງແຮງ ຈົນ ພວກເຂົາເຈົ້າ ຍອມຈຳນົນ; ແຕ່ທ່ານ ມົວຕົວເທີ ໂຕນໜີ ໄປປະເທດ ໄທ ທັນ.
ທ່ານ ມົວຕົວເທີ ຂໍໄປລີ້ໄພ ການເມືອງ ຢູ່ ສະຫະຣັຖ ອະເມຣິກາ ແຕ່ຍັງ ບໍ່ທັນຖືກ ຮັບເທື່ອ ຖືກສົ່ງ ກັບຄືນ ປະເທດລາວ ກ່ອນ.