ຊາວລຸ່ມນໍ້າຂອງຕ້ານເຂື່ອນ ດອນ ສະໂຮງ
2015.01.07
ຊາວໄທ ທີ່ ເປັນ ສະມາຊິກ ເຄືອຂ່າຍ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຫລາຍ ສິບຄົນ ເຂົ້າຮ່ວມ ກອງ ປະຊຸມ ສລຸບຜົນ ການປຶກສາ ຫາລື ລ່ວງໜ້າ ກ່ຽວກັບ ຜົນກະທົບ ຈາກ ເຂື່ອນ ດອນສະໂຮງ ເມື່ອ ວັນທີ່ 7 ມົກກະຣາ ນີ້ທີ່ ບາງກອກ ປະເທດ ໄທ; ແຕ່ຫຼັງຈາກ ປະຊຸມ ກັນ ບໍ່ໄດ້ດົນ ຊາວໄທ ກຸ່ມນີ້ ກໍພາກັນ ລຸກຂຶ້ນ ປະທ້ວງ ປະກາດ ຢືນຢັນ ອີກ ເທື່ອນຶ່ງວ່າ ພວກເຂົາ ຄັດຄ້ານ ການ ສ້າງເຂື່ອນ ດອນ ສະໂຮງ ແລະ ເຂື່ອນ ແມ່ນ້ຳຂອງ ອື່ນໆ. ກອງປະຊຸມ ຫາລື ລ່ວງໜ້າ ທີ່ຈັດຂຶ້ນ ໃນໄທ ທີ່ຜ່ານມາ ກໍດຳເນີນ ໄປຢ່າງ ບໍ່ຖືກຕ້ອງ ເປັນ ທັມ. ສະມາຊິກ ເຄື່ອຂ່າຍ ຊາວໄທ ຜູ້ນຶ່ງ ເວົ້າວ່າ:
“ພວກເຮົາ ເຄີຍຮຽກຮ້ອງ ໃຫ້ ກົມ ຊັພຍາກອນ ນ້ຳ ໃນນາມ ຕົວແທນ ປະເທດໄທ ເຊີນຕົວ ແທນ ສປປລາວ ມາຮ່ວມ ກອງປະຊຸມ ຫາລື ນີ້ນຳ ເພື່ອ ຕອບຄຳຖາມ ພວກເຮົາ; ແຕ່ກົມ ຊັພຍາກອນ ນ້ຳ ກໍບໍ່ໄດ້ ດຳເນີນ ການ ຕາມ ຄຳຮຽກ ຮ້ອງ ນັ້ນເລີຍ; ສະນັ້ນ ການຫາລື ທີ່ ຜ່ານມາ ຈຶ່ງ ບໍ່ຖືກຕ້ອງ ເປັນທັມ ຄວນ ຍຸຕິ ການຫາລື ທຸກຢ່າງ ຈົນກວ່າ ສປປລາວ ຈະສົ່ງ ເຈົ້າໜ້າທີ່ ມາຕອບ ບັນຫາ ຂອງ ພວກເຮົາ.”
ຫລັງ ກອງປະຊຸມ ສິ້ນສຸດ ລົງ ຊາວໄທ ເຫລົ່ານັ້ນ ກໍໄດ້ຢືນ ປະທ້ວງ ຢູ່ຕໍ່ໜ້າ ຫ້ອງປະຊຸມ ພ້ອມທັງ ອ່ານ ຖແລງການ ທີ່ ມີເນື້ອໃນ ໃຈຄວາມ ທີ່ ສຳຄັນວ່າ ພວກເຂົາ ຂໍໃຫ້ ຣັຖບານ ໄທ ຮຽກຮ້ອງ ໃຫ້ ຣັຖບານ ລາວ ໂຈະ ໂຄງການ ສ້າງເຂື່ອນ ດອນສະໂຮງ ນັ້ນ ໄວ້ກ່ອນ ແລ້ວ ອະນຸຍາດ ໃຫ້ຊາວໄທ ທີ່ຈະໄດ້ ຮັບ ຜົນກະທົບ ເຂົ້າໄປ ສັງເກດການ ເບິ່ງ ບໍຣິເວນ ຈະສ້າງເຂື່ອນ. ສ່ວນ ຜູ້ຕາງໜ້າ ກົມ ຊັພຍາກອນ ນ້ຳ ຂອງໄທ ກໍຮັບ ປາກວ່າ ຈະສົ່ງຄຳ ຮຽກຮ້ອງ ນັ້ນ ໄປຫາ ຄນະ ກັມມາທິການ ແມ່ນ້ຳຂອງ ແລະ ຫວັງວ່າ ຄນະ ກັມມາທິການ ດ່ັງກ່າວ ຈະສົ່ງ ຕໍ່ໄປຫາ ຣັຖບານ ລາວ.