ອິນເຕິເນັດມີເພື່ອການ ຄົ້ນຄວ້າ
2016.06.29
ນັກສຶກສາ ໃນ ສປປລາວ ຕ້ອງອາສັຍ ໃຊ້ສື່ສັງຄົມ ອອນລາຍ ໃນການຄົ້ນຄວ້າ ຫາຂໍ້ມູນ ແລະ ຄວາມຮູ້ ຮອບຕົວ ຍ້ອນວ່າ ການເຂົ້າ ເຖິງ ຂໍ້ມູນ ຂ່າວສານ ຂອງ ທາງການ ເພື່ອຊອກຫາ ຂໍ້ມູນ ມາສຶກສາ ປະກອບ ຄວາມຮູ້ ຕ້ອງໃຊ້ ເວລາດົນ ແລະຕ້ອງຜ່ານ ການ ອະນຸມັດ ຫຼາຍຂັ້ນຕອນ ຍັງມີຄວາມຫຍຸ້ງຍາກ ຢູ່ຫຼາຍ. ຕາມການເປີດເຜີຍ ຂອງນັກສຶກສາ ຜູ້ບໍ່ປະສົງ ອອກຊື່ ໄດ້ເວົ້າຕໍ່ ວິທຍຸ ເອເຊັຍ ເສຣີ ໃນວັນທີ 28 ມິຖຸນາ ນີ້ວ່າ:
"ນັກສຶກສາເຮົາຕ້ອງຄົ້ນຫາຂໍ້ມູນ ໂດຍຕົງ ສົມມຸດວ່າ ເຮົາຕ້ອງການຢາກໄດ້ ຂໍ້ມູນ ກ່ຽວກັບ ພວກຢູ່ ພາກຣັຖ ເຮົາຕ້ອງ ເຮັດໜັງສື ຈາກຄນະ ໃຫ້ມັນເປັນ ຫລັກການ ຫັ້ນນະ ພາກຣັຖ ເຂົາເຈົ້າ ກໍຈະເບິ່ງ ຕ້ອງໄດ້ ລໍເວລາ ແລະ ກໍຕ້ອງໄດ້ ໄປຕາມ ຂັ້ນຕອນ ມັນຍາກ ເພິ່ນກໍຈໍາກັດ ບໍ່ຢາກໃຫ້ ຈັ່ງໃດ ແລະ ແບບຖ້າວ່າ ທາງ ປະເທດເອງ ສິບໍ່ສາມາດ ໃຫ້ຂໍ້ມູນ ເຮົາເອງ ເຮົາກໍ ພຍາຍາມ ຄົ້ນຄວ້າເອົາ ແລະ ຊອກເອົາຕາມ ອິນເຕີເນັຕ ຈັ່ງຊີ້ເອົາ".
ແລະ ນາງກໍເວົ້າວ່າ ເຣຶ່ອງທີ່ຕ້ອງການຮູ້ ຈາກທາງການນັ້ນ ຫຼາຍເຣຶ່ອງ ນັກສຶກສາ ຍັງບໍ່ເຂົ້າເຖິງ ເຊັ່ນວ່າ ນັກສຶກສາ ດ້ານສິ່ງ ແວດລ້ອມ ຕ້ອງການ ເກັບກໍາຂໍ້ມູນ ກ່ຽວກັບ ຄວາມສົມບູນ ຂອງປ່າໄມ້ ເພື່ອ ເປັນຄວາມຮູ້ ແຕ່ກໍບໍ່ໄດ້ ຂໍ້ມູນນັ້ນ ຕາມທີ່ ຕ້ອງການ ຮວມເຖິງ ຂ່າວ ທາງ ໂທຣະທັດ ຫລື ສື່ມວນຊົນ ອື່ນໆ, ຊຶ່ງ ໃນທຸກມື້ນີ້ ກໍຍັງຣາຍງານ ແບບຈໍາກັດ ບໍ່ໄດ້ຂໍ້ມູນ ຕາມທີ່ຕ້ອງການ ເຮັດໃຫ້ ນັກສຶກສາ ສ່ວນຫຼາຍ ຕ້ອງໄດ້ຫາ ຂໍ້ມູນຈາກ ສື່ສັງຄົມ ອອນລາຍ ເປັນຕົ້ນ Facebook. ດັ່ງ ທີ່ນາງເວົ້າອີກວ່າ:
"ໂທຣະພາບຊ່ອງຕ່າງໆນີ້ ມັນມີຂ່າວອີ່ຫຍັງ ສ່ວນຫລາຍ ເຂົາເຈົ້າ ຈະບໍ່ລົງ ຢູ່ລາວ ເຂົາເຈົ້າ ຈະບໍ່ລົງຂ່າວ ແບບວ່າ ໃຫ້ມັນເສັຽ ຊື່ສຽງ ລາວ ອີ່ຫຍັງ ປະມານນີ້ ຫັ້ນນະ ແຕ່ວ່າເຂົາເຈົ້າ ກໍຈະໃຫ້ຮູ້ ກ່ຽວກັບວ່າ ມັນມີເຫດການ ນີ້ເກີດຂຶ້ນ ແຕ່ວ່າ ເຣື່ອງວົງໃນ ຕົວຢ່າງ ສໍ້ຣາສ ບັງຫລວງ ຈັ່ງຊີ້ບໍ່ມີ, ແຕ່ວ່າ ເຟຊບຸຄນີ້ ທຸກເຣື່ອງເລີຍ ທຸກເຣື່ອງ ມີເບິດ ແບບວ່າທຸກ ເພຊຈ ຫັ້ນນາ ມີເບິດ ທຸກຢ່າງເລີຍ".
ປັດຈຸບັນ ນັກສຶກສາລາວ ຍັງຕ້ອງການ ສຶກສາຫຼາຍໆຢ່າງ ຂອງປະເທດ ຕົນເອງ ແລະ ຂອງ ຕ່າງປະເທດ ເພື່ອໃຫ້ ມີຄວາມຮູ້ ຄວາມເຂົ້າໃຈ ສະພາບການ ປ່ຽນແປງ ຢູ່ພາຍ ໃນປະເທດ, ຂອງປະເທດ ເພື່ອນບ້ານ ແລະ ສະພາບການ ສາກົນ.