ເຣື້ອງທີ່ເກັບບັນທຶກໄວ້
2025-02-28
ສື່ມວນຊົນລາວ ຖືກຈັດໃຫ້ຢູ່ໃນອັນດັບ 153 ໃນ 180 ປະເທດ ທົ່ວໂລກ ໃນປີ 2024 ທີ່ບໍ່ມີເສລີພາບໃນການນໍາບໍ່ມີເສລີພາບຍ້ອນພັກ-ລັດຄວບຄຸມ ຈໍາກັດຮັດແຄບ, ໃຫ້ອອກຂ່າວ ຕາມການຊີ້ນໍາຂອງພັກ ຊຶ່ງເປັນພັກດຽວຜູກຂາດອໍານາດ.
2025-02-25
ປະຊາຊົນລາວ ບໍ່ສົນໃຈນໍາເລື່ອງ ການປັບປຸງ ລັດຖະທໍາມະນູນ ຍ້ອນເຊື່ອວ່າ ແກ້ໄຂໄປແລ້ວ ກໍຈະບໍ່ມີຜົນຫຍັງ ບໍ່ມີສິດ ບໍ່ມີສຽງຫຍັງໝົດ, ເວົ້າຫຼາຍ ເພິ່ນກໍຊິອຸ້ມ.
2025-02-24
ຄົນທ້ອງຖິ່ນ ກັງວົນເລື່ອງຄວາມປອດໄພ ຂອງຄ້າຍຄຸມຂັງ-ດັດສ້າງ ຫຼັກ 6 ຢູ່ບ້ານໂພນສະຫວ່າງເໜືອ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຫຼັງຈາກນັກໂທດ ຫຼາຍຄົນ ຫຼົບໜີອອກໄດ້ ແລະຍັງຈັບບໍ່ໄດ້ເທື່ອ ຍ້ອນການຄວບຄຸມບໍ່ດີ ເຮັດໃຫ້ມີຊ່ອງຫວ່າງ.
2025-02-21
ປະຊາຊົນ ເຊື່ອວ່າ ການສໍ້ລາດບັງຫຼວງຢູ່ລາວ ທີ່ມີມາຫຼາຍສິບປີນັ້ນ ຈະບໍ່ໝົດໄປຈັກເທື່ອ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ມີແຕ່ເຮັດວຽກກວດສອບ ຕາມພາລະບົດບາດ ແລະໜ້າທີ່ຂອງຕົນ ເທົ່ານັ້ນ ແລ້ວກໍບໍ່ເຫັນວ່າ ຈະມີການລົງໂທດຜູ້ກະທໍາຜິດ ຢ່າງຈິງຈັງແນວໃດ.
2025-02-21
ວັນທີ 20 ກຸມພາ 2025 ທີ່ຜ່ານມາ ນາຍົກລັດຖະມົນຕີໄທ ແລະ ນາຍົກລັດຖະມົນຕີລາວ ໄດ້ຫາລືຮ່ວມກັນ ເພື່ອປາບປາມແກ້ງຄອນເຊັນເຕີ ແລະ ເອົາຜິດ ກັບຜູ້ທີ່ຢູ່ເບື້ອງຫຼັງ.
2025-02-12
ຄະດີອາດຊະຍາກໍາ ຢູ່ລາວ ປີ 2024 ມີເຖິງ 8,000 ປາຍເລື່ອງ ແລະຈັບຜູ້ຕ້ອງຫາໄດ້ 10,700 ປາຍຄົນ ໃນຂະນະທີ່ປະຊາຊົນຕໍານິວ່າ ເຈົ້າໜ້າທີ່ເຮັດວຽກຊັກຊ້າ ບາງກໍລະນີ ຈົນລືມຄາວໄປກໍມີ.
2025-02-12
ດັດຊະນີ ການຮັບຮູ້ ການສໍ້ລາດບັງຫຼວງ ຂອງລາວ ດີຂຶ້ນຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114 ໃນປີ 2024, ແຕ່ຄວາມເຂັ້ມງວດ ຂອງການນໍາແຕ່ລະທ້ອງຖິ່ນ ກໍຍັງຂາດການເອົາໃຈໃສ່ ຢູ່.