ເຣື້ອງທີ່ເກັບບັນທຶກໄວ້
2024-06-28
ສານປະຊາຊົນຊັ້ນຕົ້ນ ແຂວງຫົວພັນ ໄດ້ຕັດສິນປ່ອຍນັກໂທດລາວ ກ່ອນກໍານົດ ຢູ່ຄ້າຍຄຸມຂັງ ສູນວັງລົມ ໃນມື້ວັນທີ 5 ມິຖຸນານີ້ ຕາມປະມວນກົດໝາຍອາຍາ ມາດຕາ 104 ຈໍານວນ 13 ຄົນ, ໃນນັ້ນເປັນຍິງ 3 ຄົນ ຍ້ອນຍອມ ຮັບຜິດກິນແໜງ ຕໍ່ການກະທໍາຜິດ ແລະມີການປະພຶດຕົນດີ.
2024-06-17
ນັກສິດທິມະນຸດ ຍັງສະແດງຄວາມເປັນຫ່ວງ ເລື່ອງບັນຫາການລະເມີດສິດມະນຸດ ໃນລາວ ແລະຮຽກຮ້ອງໃຫ້ລັດຖະບານລາວ ສືບຕໍ່ສືບສວນສອບສວນ ກໍລະນີການບັງຄັບບຸກຄົນໃຫ້ຫາຍສາບສູນ ເຊັ່ນ ກໍລະນີ ທ່ານ ສົມບັດ ສົມພອນ ຊຶ່ງຄອບຄົວຂອງ ທ່ານ ກໍຍັງລໍຖ້າຊອກຫາຄວາມຈິງ ແລະ ຄວາມຍຸຕິທໍາ ມາໄດ້ຫຼາຍກວ່າ 11 ປີ ແລ້ວ.
2024-06-14
ລັດຖະບານລາວ ຂາດເຂີນງົບປະມານຫລາຍ ຈົນບໍ່ສາມາດທີ່ຈະຮັບເອົາລັດຖະ ກອນໃໝ່ໄດ້ຫລາຍຂຶ້ນ, ເຮັດໃຫ້ກົງຈັກການຈັດຕັ້ງຂອງລັດ ຂາດເຂີນລັດຖະ ກອນ ເປັນຕົ້ນລັດຖະກອນຄູ ແລະແພດ ຊຶ່ງລັດຖະບານ ຄວນຈັດແບ່ງໂຄຕ້າຮັບພະນັກງານ-ລັດຖະກອນ ຄືນໃໝ່ ໃຫ້ຈັດເຈນ.
2024-06-12
ສະມາຊິກ ສະພາແຫ່ງຊາດ ສະໜັບສະໜູນໃຫ້ລັດຖະບານ ຍົກລະດັບການແກ້ໄຂ ການສໍ້ລາດບັງຫລວງ ເປັນ ວາລະແຫ່ງຊາດ.
2024-06-11
ການຄຸ້ມຄອງລົດລັດ ຢູ່ແຂວງຜົ້ງສາລີ ມີຄວາມຫຍຸ້ງຍາກ ຍ້ອນພະນັກງານບໍານານ ເອົາລົດລັດໄປໃຊ້ສ່ວນຕົວ ເຊິ່ງຄະນະຮັບຜິດຊອບ ເລັ່ງທວງຄືນ, ແຕ່ພະນັກງານບໍານານ ຫລາຍຄົນ ອ້າງວ່າ ເປັນພະນັກງານເກົ່າແກ່ ຂອງລັດ ແລະ ລັດບໍ່ມີນະໂຍບາຍໃຫ້ ຫຼັງຈາກອອກບໍານານແລ້ວ ຈຶ່ງຂໍລົດໄວ້ໃຊ້.
2024-06-10
ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງສະພະແຫ່ງຊາດ ຊຸດທີ 9 ໄດ້ໄຂຂຶ້ນວັນທີ 10 ມິຖຸນາ ແລະຈະປິດລົງວັນທີ 2 ກໍລະກົດ 2024, ໃນນັ້ນຈະພິຈາລະນາ ແລະຮັບຮອງເອົາ ເອກະສານ 19 ສະບັບ.
2024-06-06
ກອງປະຊຸມສະໄໝສາມັນ ເທື່່ອທີ່ 7 ຂອງສະພາແຫ່ງຊາດ ຊຸດທີ່ 9 ຈະໄຂຂຶ້ນ ໃນອາທິດໜ້າ ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ, ປະຊາຊົນລາວ ສະເໜີໃຫ້ສະພາແຫ່ງຊາດ ຍົກເອົາບັນຫາ ເສດຖະກິດ-ການເງິນ ເປັນບັນຫາເຄັ່ງຮ້ອນ.
2024-06-03
ລາວ-ກຳປູເຈຍ ໄດ້ຮ່ວມກັນປັກຫຼັກໝາຍຊາຍແດນ ເລກທີ 034 ຢູ່ເຂດບ້ານບຶງງາມ ເມືອງໂຂງ ແຂວງຈຳປາສັກ ເມື່ອວັນທີ 29 ພຶດສະພາຜ່ານມາ ໂດຍທັງສອງຝ່າຍ ໄດ້ມີການກວດກາ ຊາຍແດນຮ່ວມກັນບາງຈຸດທີ່ຄາດວ່າ ຈະມີການປັກຫຼັກໝາຍ ຊາຍແດນເພີ່ມ.
2024-05-31
ຫ້ອງວ່າການ ສໍານັກງານປະທານປະເທດ ສປປ ລາວ ໃຫ້ທຸກການຈັດຕັ້ງຂອງພັກ ແລະລັດ ຕິດຕາມ-ກວດກາ ການຈັດຕັ້ງທຸກຂັ້ນ ແລະສະມາຊິກພັກ-ລັດທຸກຄົນ ຕ້ອງຢູ່ພາຍໃຕ້ການກວດກາ ເພື່ອສະກັດກັ້ນ ແລະຕ້ານການສໍ້ລາດບັງຫລວງ.
2024-05-15
ຄົບຮອບ 1 ປີ ທີ່ ທ້າວ ບຸນສວນ ກິດຕິຍາໂນ ອາຍຸ 56 ປີ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຖືກຄາດຕະກຳ ແຕ່ການສືບສວນບໍ່ຄືບໜ້າ ຂະນະທີ່ອົງການສາກົນທັກທ້ວງ ໃຫ້ສອງປະເທດ ຮ່ວມມືໃນການສືບສວນຄະດີ ຢ່າງຈິງຈັງ.
2024-05-06
ອົງການຂ່າວບໍ່ມີພົມແດນ ຫຼື Reporters without Borders ໄດ້ລາຍງານວ່າ ລັດຖະບານລາວ ຍັງໃຊ້ອໍານາດ ຄວບຄຸມສື່ມວນຊົນລາວ ຢ່າງເຂັ້ມງວດ, ການລາຍງານຂ່າວ ທີ່ໜ້າເຊື່ອຖືຍັງມີໜ້ອຍ ເຮັດໃຫ້ເສລີພາບ ຂອງສື່ມວນຊົນລາວ ຖືກຈັດຢູ່ໃນລະດັບ ທີ 153 ຈາກທັງໝົດ 180 ປະເທດທົ່ວໂລກ.
2024-04-30
ທາງການແຂວງສາລະວັນ ລົງວິໄນສະມາຊິກພັກ 4 ຄົນ ຍ້ອນສໍ້ລາດບັງຫລວງ, ເສຍຫາຍ 11.08 ຕື້ກີບ ໃນນັ້ນໄດ້ໄລ່ອອກຈາກພັກ 3 ຄົນ, ໂຈະການຮ່ວມຊີວິດພັກຊົ່ວຄາວ 1 ຄົນ, ແຕ່ບໍ່ປະກົດມີຄະດີຖືກຄຸກ ໃນການສໍ້ລາດບັງຫຼວງ.
2024-04-24
ລາວ ແລະ ຈີນ ຂະຫຍາຍການຮ່ວມມື ຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ໂດຍຈະປັບປຸງໂຄງຮ່າງພື້ນຖານ ແລະຄວາມປອດໄພ ຮວມທັງຈະຊຸກຍູ້ວຽກງານຂອງໂຄງການຕ່າງໆ ນໍາດ້ວຍ.
2024-04-24
ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກລາຍງານ ກ່ຽວກັບການປະຕິບັດ ສິດທິມະນຸດຢູ່ ສປປ ລາວ ວັນທີ 22 ເມສານີ້ວ່າ ບໍ່ມີການປ່ຽນແປງທີ່ສໍາຄັນໃດໆ ເລື່ອງສະພາບສິດທິມະນຸດ ຢູ່ລາວໃນປີ 2023.
2024-04-23
ລັດຖະບານຈີນ ຊ່ອຍຍານພາຫະນະ ເປັນລົດຕ່າງໆ 79 ຄັນ ແກ່ລາວ ໃນການເປັນເຈົ້າພາບ ກອງປະຊຸມ ສຸດຍອດອາຊຽນ