ຣະວັງພວກຕົວະຕົ້ມຝາກລູກ ເຂົ້າ ໂຮງຮຽນ

ສິດນີ
2014.10.02
F-SU ມະຫາວິທຍາໄລ ສຸພານຸວົງ ແຂວງ ຫລວງພຣະບາງ
Citizen journalist

 

ເຈົ້າຫນ້າທີ່ ມະຫາ ວິທຍາລັຍ ສຸພານຸວົງ ແຂວງ ຫລວງພຣະບາງ ເວົ້າວ່າ ທາງ ມະຫາ ວິທຍາລັຍ ໄດ້ອອກ ໃບ ແຈ້ງເຕືອນ ເພື່ອປ້ອງ ກັນ ຜູ້ ສວຍໂອກາດ ຫລອກລວງ ເອົາ ຊັບສິນ ຂອງ ຜູ້ປົກຄອງ ຫລື ນັກຮຽນ ໂດຍອ້າງວ່າ ຖ້າ ໃຫ້ເງີນເຂົາ ເຂົາຈະເອົາ ລູກ ເຂົ້າ ໂຮງຮຽນ ໃຫ້ໄດ້. ດັ່ງ ທ່ານ ກ່າວວ່າ:

"ກ່ຽວກັບ ສອບເສັງ ຄັດເລືອກ ເຂົ້າຮຽນ ນີ້ ເພື່ອປ້ອງກັນ ບໍ່ໃຫ້ ນັກສຶກສາ ບໍ ຫລື ພໍ່ແມ່ ປະຊາຊົນ ຢູ່ເຂດ ສອກຫລີກ ຫ່າງໄກບໍ ບາງເທື່ອ ໄປຫລົງກົນ ຂອງບຸກຄົນ ພາຍນອກ ຫລື ວ່າຈະ ເປັນບຸກຄົນ ພາຍນອກ ບໍ ບຸກຄົນ ຢູ່ໃສກະຢ່າ ຂ້ອຍນີ້ແຫລະ ສາມາດ ເອົາລູກ ເອົາຫລານ ໄປເຂົ້າຮຽນ ຢູ່ຫັ້ນໄດ້".

ທ່ານກ່າວ ຕື່ມວ່າ ທີ່ ຜ່ານມາ ມີຂ່າວວ່າ ມີກຸ່ມຄົນ ບໍ່ດີ ຈຳນວນນື່ງ ໄດ້ແອບອ້າງ ວ່າຕົນ ສາມາດ ເອົາລູກຫລານ ຂອງ ຊາວບ້ານ ເຂົ້າຮຽນໃນ ມະຫາວິທຍາລັຍ ສຸພານຸວົງ ໄດ້ ໂດຍບໍ່ ຕ້ອງຜ່ານ ການສອບເສັງ ແຕ່ຕ້ອງ ຈ້າງເຂົ້າ.

ເພື່ອປ້ອງກັນ ພາບພົດ ແລະ ຊື່ສຽງ ທາງ ມະຫາ ວິທຍາລັຍ ຈື່ງໄດ້ມີ ໃບອອກ ແຈ້ງເຕືອນ ຢືນຢັນວ່າ ມະຫາວິທຍາລັຍ ບໍ່ໄດ້ ມີການ ກະທຳ ແບບນັ້ນ ນັກຮຽນ ທຸກຄົນ ຕ້ອງຜ່ານ ການສອບເສັງ ໃນຄະແນນ ທີ່ ທາງໂຮງຮຽນ ກຳນົດໄວ້ ຈື່ງ ຈະສາມາດ ເຂົ້າຮຽນໄດ້.

ສຳລັບ ການສອບເສັງ ເຂົ້າ ມະຫາ ວິທຍາລັຍ ສຸພານຸວົງ ໃນປີນີ້ ແມ່ນໄດ້ເປີດ ໃຫ້ເສັງ ຣະຫວ່າງ ວັນທີ 18-20  ສິງຫາ ແລະ ໄດ້ ປະກາດ ຊື່ນັກຮຽນ ຜູ້ທີ່ຜ່ານ ການສອບເສັງ ແລ້ວ ໃນວັນທີ 26 ກັນຍາ ທາງ ມະຫາ ວິທຍາລັຍ ຈະເປີດສົກ ການສຶກສາ ໃຫມ່ ໃນວັນທີ 13 ຕຸລາ ນີ້.

ຜ່ານມາ ມີຂ່າວ ການໃຫ້ ສີນບົນ ກ່ຽວກັບ ການສືກສາ ໃນລາວ ຢ່າງຕໍ່ເນື່ອງ ບໍ່ວ່າຈະ ເປັນການ ເຂົ້າຮຽນ ໃນຂັ້ນ ມະຫາ ວິທຍາລັຍ ຊື່ດັງ ໃນລາວ, ການຈ້າງ ເຂົ້າ ເຮັດວຽກ ຫຼັງຈາກ ຮຽນຈົບ ແລະ ການໃຊ້ ໃບປະກາດ ຊະນິຍະບັດ ປອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.