ຊຸຍເມັງອຶງຂຶ້ນກ່າວຢູ່ເວທີ ເອເຊັຽ-ຢູໂຣບ

ມະນີຈັນ
2014.10.13
F-Shui-Meng ມາດາມ ຊຸຍເມັງ ອຶງ ຂຶ້ນກ່າວ ໃນເວທີ ພາກ ປະຊາຊົນ ເອເຊັຽ-ຢູໂຣບ ຄັ້ງທີ 10 ທີ່ ເມືອງ ມີລານ ປະເທດ ອິຕາລີ ຣະຫວ່າງ ວັນທີ 10 ຫາ 12 ຕຸລາ 2014
Photo courtesy of Sombath.org

 

ມາດາມ ຊຸຍເມັງ ອຶງ ເປັນ ບຸກຄົນ ສຳຄັນ ທີ່ ຂຶ້ນກ່າວ ໃນເວທີ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຄັ້ງທີ 10 ທີ່ ເມືອງ ມີລານ ປະເທດ ອິຕາລີ ຣະຫວ່າງ ວັນທີ 10 ຫາ 12 ຕຸລາ 2014 ນີ້. ມາດາມ ໄດ້ກ່າວ ທົບທວນ ເຖິງ ເວທີ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຄັ້ງທີ 9 ທີ່ ໄດ້ຈັດຂຶ້ນ ຢູ່ ນະຄອນ ຫລວງ ວຽງຈັນ ແຕ່ວັນທີ 16 ຫາ 19 ຕຸລາ ປີ 2012 ໂດຍແມ່ນ ສາມີ ຂອງ ມາດາມເອງ ຄື ທ່ານ ສົມບັດ ສົມພອນ ໄດ້ຮັບເປັນ ປະທານ ຮ່ວມ.

ຫລັງຈາກ ເວທີ ນັ້ນ ສິ້ນສຸດ ລົງ ໄດ້ 2 ເດືອນ ຄື ໃນວັນທີ 15 ທັນວາ ທ່ານ ສົມບັດ ສົມພອນ ກໍ ຫາຍສາບສູນ ໄປ. ມາດາມ ຖາມ ຕົນເອງ ຢູ່ເລື້ອຍໆ ວ່າ ການມີ ສ່ວນຮ່ວມ ຢ່າງຂຍັນ ຂັນແຂງ ຂອງ ຜູ້ເປັນ ສາມີ ໃນ ການວາງແຜນ ແລະ ຈັດຕັ້ງ ເວທີ ພາກ ປະຊາ ຊົນ ເອເຊັຽ-ຢູໂຣບ ແລະ ການ ສົນທະນາ ເຣື່ອງ ສິດທິ ຂອງ ປະຊາຊົນ ໃນ ເວທີ ນັ້ນ ເປັນຕົ້ນເຫດ ຂອງ ການ ລັກພາ ຕົວ ຜູ້ເປັນ ສາມີ ຫລືບໍ່. (ຍານາງ ກ່າວ)

ທ່ານ ສົມບັດ ອາຈ ລ້ຳເສັ້ນ ທາງ ການເມືອງ ຫລືບໍ່ ຂນະທີ່ ມີຄຳເຫັນ ທີ່ເຮັດໃຫ້ ຜູ້ມີ ອິດທິພົນ ຈຳນວນນຶ່ງ ຂອງລາວ ບໍ່ພໍໃຈ ນຳ. ມາດາມ ວ່າ ຕາມຄວາມ ເຂົ້າໃຈແລ້ວ ເວທີ ຂອງພາກ ປະຊາຊົນ ເອເຊັຽ ຢູໂຣບ ຄວນເປັນ ເວທີ ທີ່ ປອດພັຍ ສຳລັບ ການອອກ ຄຳເຫັນ ແລະ ການປຶກສາ ຫາຣື ກັນ ຢ່າງ ມີຄວາມໝາຍ ເພື່ອໃຫ້ເກີດ ການ ປ່ຽນແປງ ທີ່ດີ. ແລະ ຣັຖບານ ປະເທດ ເຈົ້າພາບ ກໍຄວນມີ ພັນທະ ຮັບປະກັນ ຄວາມ ປອດພັຍ ສຳລັບ ທຸກຄົນ ທີ່ ເຂົ້າຮ່ວມ.

ມາດາມ ບໍ່ເຂົ້າໃຈ ວ່າ ເປັນຫຍັງ ການ ມີສ່ວນຮ່ວມ ຂອງ ທ່ານ ສົມບັດ ໃນເວທີ ພາກ ປະຊາຊົນ ເອເຊັຽ ຢູໂຣບ ຈຶ່ງເຮັດໃຫ້ ມີການ ລັກພາ ຕົວທ່ານ? ນີ້ລ້ວນແຕ່ ເປັນບັນຫາ ທີ່ມາດາມ ຊອກຫາ ຄຳຕອບ. ທ່ານ ສົມບັດ ອາຈຍັງຢູ່ ກັບ ມາດາມ ແລະ ຄອບຄົວ ຫຼືບໍ່ ຖ້າຫາກວ່າ ສົມບັດ ບໍ່ມີສ່ວນ ກ່ຽວຂ້ອງ ກັບ ເວທີ ປະຊາຊົນ ເອເຊັຽ ຢູໂຣບ ທີ່ ນະຄອນ ຫລວງ ວຽງຈັນ ຄັ້ງນັ້ນ. ນີ້ເປັນ ຄຳຖາມ ທີ່ ມາດາມ ຄິດວ່າ ອາຈບໍ່ມີ ຄຳຕອບ ທີ່ ແນ່ນອນ. ແຕ່ສິ່ງທີ່ ມາດາມ ຮູ້ ຄື ສົມບັດ ຈະບໍ່ເສັຽໃຈ ເລີຍ ໃນການ ເຮັດວຽກ ໂດຍຖືເອົາ ປະຊາຊົນ ເປັນຈຸດ ໃຈກາງ ການພັທນາ ແບບຍືນຍົງ ແລະ ພັນທະ ຂອງ ທ່ານ ຕໍ່ ການສຶກສາ ແລະ ພັທນາ ຊາວໜຸ່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.