ປະຊາສັງຄົມອາຊຽນ ຍັງ ທວງຫາ ທ່ານ ສົມບັດ
2018.11.13

ເວລາຜ່ານໄປໄດ້ 1 ສັປດາພໍດີ ພາຍຫຼັງທີ່ກອງປະຊຸມ ພາກປະຊາສັງຄົມອາຊຽນ ແລະ ເວທີພາກປະຊາຊົນອາຊຽນ ຫຼື ACSC ແລະ APF ໄດ້ສິ້ນສຸດລົງ, ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນເວລາ 3 ມື້, ທີ່ປະເທສສິງກະໂປ ໃນຣະຫວ່າງວັນທີ 2-4 ພຶສຈິກາ.
ໃນກອງປະຊຸມເທື່ອນີ້, ຣັຖບານສິງກະໂປ ໄດ້ຈັດວາຣະພິເສດ ໃຫ້ແກ່ພັລຍາຂອງ ທ່ານ ສົມບັດ ສົມພອນ, ມາດາມ ອຶ້ງ ຊຸ່ຍ-ເມັ້ງ ໄດ້ສາຍວີດິໂອ ປວັຕຄວາມເປັນມາ ແລະ ແນວຄຶດດ້ານການພັທນາ ໃນປະເທສລາວຂອງ ທ່ານ ສົມບັດ ສົມພອນ, ນັກພັທນາ ອາວຸໂສດີເດັ່ນຂອງລາວ ເຈົ້າຂອງຣາງວັນ ຣາມອນແມັກໄຊໆ ທີ່ຖືກລັກພາໂຕໄປ ໃນຕອນແລງ ຂອງວັນທີ 15 ທັນວາ 2012 ທີ່ປ້ອມຍາມຕຳຣວຈ ກົງກັນຂ້າມກັບ ວິທຍາລັຍການຊ່າງ ລາວ-ເຢັຽຣະມັນ, ໃນນະຄອນຫຼວງວຽງຈັນ.
ຂ້າພະເຈົ້າ, ພູວົງສ໌, ມີໂອກາດໄດ້ສຳພາດ ມາດາມ ອຶ້ງ ຊຸ່ຍ-ເມັ້ງ, ພັລຍາຂອງ ທ່ານ ສົມບັດ ສົມພອນ ໃນວັນທີ 10 ພຶສຈິກາ ພາຍຫຼັງທີ່ໄດ້ສາຍວີດິໂອ ດັ່ງກ່າວ ໃນກອງປະຊຸມ ພາກປະຊາສັງຄົມ ອາຊຽນ ແລະ ເວທີພາກປະຊາຊົນ ອາຊຽນ ວ່າບັນຍາກາດ ມີຄວາມເປັນມາແນວໃດ ແລະ ຫຼາຍພາກສ່ວນມີຄວາມເປັນຫ່ວງເປັນໃຍ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ແນວໃດ: “ສຽງສົນທນາກັບມາດາມ1”.
ທີ່ໜ້າສັງເກດກໍແມ່ນວ່າ ການສາຍວີດິໂອໃນວາຣະພິເສດນີ້ ໄດ້ມີເຈົ້າໜ້າທີ່ ທີ່ເປັນໂຕແທນອົງການຈັດຕັ້ງ ພາກປະຊາສັງຄົມ ຈາກລາວ ຈຳນວນນຶ່ງ ກໍໄດ້ເຂົ້າຮ່ວມສັງເກດການ, ແຕ່ເຈົ້າໜ້າທີ່ເຫຼົ່ານັ້ນ ຕ່າງກໍມິດງຽບ ແລະ ບໍ່ໄດ້ສະແດງທ່າທີແນວໃດ ທັງບໍ່ມີຄວາມເຫັນ ເປັນຫ່ວງເປັນໃຍໃດໆ ຕໍ່ກໍຣະນີການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ. “ສຽງສົນທນາກັບມາດາມ2”.
ນອກຈາກຈະໄດ້ສາຍວີດິໂອ ໃນວາຣະພິເສດນີ້ແລ້ວ ເຖິງວ່າຈະບໍ່ເປັນວາຣະ ຢ່າງເປັນທາງການກໍ່ຕາມ, ແຕ່ເຈົ້າໜ້າທີ່ຜູ້ຈັດງານ ກອງປະຊຸມ ພາກປະຊາສັງຄົມ ແລະ ຜູ້ທີ່ເຂົ້າຮ່ວມງານ ຈຳນວນຫຼາຍ ກໍໄດ້ທຳການຢືນສງົບເປັນເວລາ 1 ນາທີ ເພື່ອຣະນຶກ ເຖິງຜູ້ທີ່ຕົກເປັນເຫຍື່ອ ຂອງການບັງຄັບໃຫ້ຫາຍສາບສູນ ໃນຂົງເຂດອາຊຽນ, ໂດຍສະເພາະແມ່ນ ທ່ານ ສົມບັດ ສົມພອນ, ຜູ້ເປັນສາມີ, ເປັນເພື່ອນ, ເປັນເພື່ອຮ່ວມງານ, ເປັນລຸງ, ເປັນອາຈານ, ເປັນອ້າຍ ແລະ ເປັນມິຕພາບ ອັນແສນຮັກ ຂອງທຸກຄົນ.
ໃນຕອນທ້າຍຂອງກອງປະຊຸມເທື່ອນີ້, ເຄືອຂ່າຍອົງການຈັດຕັ້ງ ພາກປະຊາສັງຄົມອາຊຽນ ແລະ ເວທີພາກປະຊາຊົນອາຊຽນ ກໍໄດ້ອອກຖແລງການ ຢ່າງເປັນທາງການ ໃນຫົວຂໍ້: “ປົກປ້ອງ ແລະ ສົ່ງເສີມສິທທິມະນຸສ ແລະ ການເຂົ້າເຖິງຣະບົບ ຍຸຕິທັມ” ກໍໄດ້ບັນຍັດໃນຂໍ້ທີ 9 ຮຽກຮ້ອງໃຫ້ (ຣັຖພາຄີອາຊຽນ ຫຼືປະເທສສມາຊິກ ອາຊຽນ ຮັບເອົາຊ່ຽວຊານ ແລະ ທີ່ປຶກສາພິເສດ ເພື່ອຮ່ວມສືບສວນສອບສວນ ກໍຣະນີການຫາຍສາບສູນຕ່າງໆ ແລະ ສືບຕໍ່ຕິດຕາມກໍຣະນີ ການຫາຍສາບສູນ ເຫຼົ່ານັ້ນ ຈົນກວ່າ ຈະຖືກແກ້ໄຂ.)
ແລະໃນມື້ນີ້ ວັນທີ 13 ພຶສຈິກາ, ຜູ້ສື່ຂ່າວເອເຊັຽເສຣີ ກໍໄດ້ໂທຣະສັບຕິດຕໍ່ ໄປຍັງກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທສ ເພື່ອສອບຖາມເຖິງຄວາມຄືບໜ້າ ຫຼ້າສຸດກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ແຕ່ເຈົ້າໜ້າທີ່ ຜູ້ຮັບສາຍ ໄດ້ບອກພຽງສັ້ນໆວ່າ ທ່ານບໍ່ມີອະນຸຍາດ ໃຫ້ເວົ້າໃນເຣື້ອງນີ້.
ແຕ່ທີ່ຜ່ານມາເຈົ້າໜ້າທີ່ ທາງການລາວ ບໍ່ເຄີຍຊີ້ແຈງກໍຣະນີການລັກພາໂຕ ທ່ານ ສົມບັດ ສົມພອນ ຢ່າງກົງໄປກົງມາ ພຽງແຕ່ກ່າວຕອບຄຳຖາມ ແບບອ້ອມໆ. ເປັນຕົ້ນວ່າ ໃນກອງປະຊຸມ ວ່າດ້ວຍ ສິດທິພົລເມືອງ ແລະ ສິດທິິທາງການເມືອງ ຂອງ ສະຫະປະຊາຊາດ ຢູ່ນະຄອນ Geneva ປະເທດ ສະວິສເຊິແລັນ ໃນວັນທີ 11-12 ກໍຣະກະດາ 2018, ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຼີ ປະຈຳສໍານັກງານ ນາຍົກຣັຖມົນຕຼີ ແລະ ທັງເປັນຫົວໜ້າຄນະຜູ້ແທນລາວ ໄດ້ກ່າວຕອນນຶ່ງວ່າ:
"ສາເຫດທີ່ທາງການລາວ ບໍ່ປະກາດວ່າ ສົມບັດ ເປັນບຸກຄົນທີ່ຫາຍສາບສູນ. ສານບໍ່ສາມາດຕັດສິນໄດ້, ສານຍັງຄົງຄ້າງຄະດີເອົາໄວ້ ຍ້ອນວ່າ ມີຂໍ້ມູນຫລາຍອັນ ທີ່ຍັງບໍ່ທັນຈະແຈ້ງ. ຖ້າວ່າ ສານປະກາດ ສົມບັດ ເປັນບຸກຄົນ ຫາຍສາບສູນແລ້ວ ກໍຈະມີ ສອງເຣື້ອງເກີດຂຶ້ນ ນັ້ນກໍຄື ໃຜຊິເປັນຜູ້ຄອບຄອງ ຊັບສິນຂອງລາວ ບໍ່ວ່າຈະເປັນຜູ້ທີ່ອ້າງຕົວເອງວ່າ ເປັນເມັຍ ອ້າງກຳມະສິດ ໃນຊັບສິນນັ້ນ ແລະ ຜູ້ທີ່ອ້າງຕົວເອງວ່າ ເປັນສະມາຊິກຄອບຄົວ ກໍຈະອ້າງກຳມະສິດ ໃນຊັບສິນນັ້ນ ຊຶ່ງສານ ກໍຍັງບໍ່ຮູ້ວ່າ ໃຜຈະຄອບຄອງຊັບສິນຂອງລາວ ຢ່າງຖືກຕ້ອງຕາມກົດໝາຍ."
ນັບເປັນເວລາເກືອບ 6 ປີແລ້ວ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ ໄດ້ຖືກລັກພາໂຕໄປ ໃນຂນະທີ່ສມາຊິກຄອບຄົວ ແລະ ຍາດຕິພີ່ນ້ອງ ກໍຍັງລໍຖ້າຢ່າງມີຄວາມຫວັງ ທຸກມື້ວ່າ ພາກສ່ວນກ່ຽວຂ້ອງ ຂອງທາງການລາວ ຍັງສືບຕໍ່ເຮັດໜ້າທີ່ ຂອງຕົນເອງ ຕາມຣະບຽບກົດໝາຍ ບ້ານເມືອງ ເພື່ອຊອກຫາ ແລະ ນຳທ່ານ ສົມບັດ ສົມພອນ ກັບຄືນມາສູ່ຄອບຄົວ ຢ່າງປອດພັຍອີກເທື່ອນຶ່ງ.