ປະຊາສັງຄົມອາຊຽນຂໍ ໃຫ້ຍຸຕິ ສ້າງ ເຂື່ອນ
2018.11.14

ຣະຫວ່າງກອງປະຊຸມພາກປະຊາສັງຄົມອາຊຽນ ແລະ ເວທີພາກປະຊາຊົນອາຊຽນ ທີ່ປະເທສສິງກະໂປ ເມື່ອວັນທີ 2-4 ພຶສຈິກາ ໃນວາຣະ ການເສວະນາ “ເຂື່ອນໄຟຟ້າພລັງງານນ້ຳ”, ໂຕແທນຈາກຫຼາຍອົງການຈັດຕັ້ງ ພາກປະຊາສັງຄົມອາຊຽນ ໄດ້ຮຽກຮ້ອງໃຫ້ມີການຍຸຕິ ການ ສ້າງເຂື່ອນໃນລາວ, ໂດຍສະເພາະ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ພາຍຫຼັງທີ່ໄດ້ເກີດມີ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ທີ່ແຂວງອັຕປື ເມື່ອເດືອນ ກໍຣະກະດາ ຜ່ານມາ ເຮັດໃຫ້ປະຊາຊົນ ເສັຽຊີວິຕ ແລະຫາຍສາບສູນ ຈຳນວນຫຼາຍ ເກືອບ 100 ຄົນ, ຫຼາຍພັນຄົນໄດ້ຮັບຜົລ ກະທົບ ແລະ ໄຮ້ທີ່ຢູ່ອາໃສ.
ຍານາງ ໄກ່, ໂຕແທນຈາກອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທ ໄດ້ກ່າວວ່າ ເຫຕການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ໃນລາວ ກໍໜ້າຈະເປັນ ໂຕຢ່າງທີ່ຈະແຈ້ງແລ້ວວ່າ ຄວນຍົກເລີກການສ້າງເຂື່ອນ ໃສ່ແມ່ນ້ຳຕ່າງ ເພາະການສ້າງເຂື່ອນ ໄດ້ສ້າງຜົລກະທົບຕໍ່ການ ດຳຣົງຊີວິຕ ຂອງປະຊາຊົນ ແລະ ສະພາບແວດລ້ອມ ເປັນວົງກວ້າງ. ດັ່ງຍານາງ ໄດ້ກ່າວວ່າ:
“ເຫັນພີ່ນ້ອງທາງນັ້ນກໍລຸກຂຶ້ນທຳການຕໍ່ສູ້ຄືກັນ ແຕ່ກໍຍັງດຳເນີນການຕໍ່ ແລ້ວຖ້າທັງສອງປະເທສ ເຫັນໂຕຢ່າງນີ້ຈາກ ເຂື່ອນເຊປຽນ ດ້ວຍ ກໍໜ້າຈະຄຶດໄດ້ ຕະໜັກໄດ້ຫຼາຍຂຶ້ນ. ຖ້າໄກ່ເປັນຄົນ ທີ່ສາມາດຈະບອກໄດ້ ກະຄືຈະບອກວ່າ (ຍົກເລີກການສ້າງ ເຂື່ອນເທາະ).”
ທ່ານ ປາງ ສົມເນ, ເຈົ້າໜ້າທີ່ຈາກອົງການຈັດຕັ້ງ ພາກປະຊາສັງຄົມກຳພູຊາ, ທີ່ມາຈາກອົງການ ອາສາສມັກກຳພູຊາ ເພື່ອສັງຄົມ ແລະ ທັງເປັນ ສະມາຊິກ “River coalition of Cambodia” ແລະ “Save The Mekong” ກໍໄດ້ຮຽກຮ້ອງ ຜ່ານເວທີນີ້ວ່າ ທຸກຝ່າຍ ແລະ ທຸກປະເທສ ຄວນຮັບຮູ້ເຖິງຄຸນຄ່າ ຂອງແມ່ນ້ຳຂອງ ອັນເປັນແມ່ນ້ຳ ທີ່ໃຊ້ຮ່ວມກັນ ແລະ ຕ້ອງຄຳນຶງເຖິງການໃຊ້ ແມ່ນ້ຳຂອງຢ່າງຍືນຍົງ.
“All together need to recognize the need of energy. Everyone or every country needs energy, but we also need to recognize the value of the Mekong river, which is a shared river of the countries along the Mekong river and we need to think of the sustainability of the use of the Mekong river.”
ທ່ານກ່າວວ່າ: (ພວກເຮົາທຸກຄົນ ຕ້ອງຮັບຮູ້ຄວາມຕ້ອງການ ດ້ານພລັງງານ. ທຸກຄົນ ຫຼື ທຸກປະເທສ ລ້ວນແຕ່ຕ້ອງການພລັງງານ, ແຕ່ ພວກເຮົາກໍຍັງຕ້ອງຮັບຮູ້ ຄຸນຄ່າຂອງແມ່ນ້ຳຂອງ ເຊິ່ງເປັນແມ່ນ້ຳ ທີ່ໃຊ້ຮ່ວມກັນ ຂອງບັນດາປະເທສ ທີ່ນອນຢູ່ລຽບຕາມ ແມ່ນ້ຳຂອງ ແລະ ພວກເຮົາຕ້ອງຄຶດເຖິງຄວາມຍືນຍົງ ໃນການໃຊ້ແມ່ນ້ຳຂອງ).
ໃນຂນະດຽວກັນ, ໂຕແທນຈາກອົງການຈັດຕັ້ງ ພາກປະຊາສັງຄົມລາວ ທ່ານນຶ່ງທີ່ບໍ່ໄດ້ສເນີຊື່ ແລະ ບໍ່ບອກວ່າມາຈາກ ອົງການໃດ ໄດ້ ຂຶ້ນມາກ່າວວ່າ ການສ້າງເຂື່ອນ ບໍ່ແມ່ນສາເຫຕດຽວ ທີ່ເຮັດໃຫ້ມີຜົລກະທົບຕ່າງໆ ຕາມລ້ອງແມ່ນ້ຳຂອງ.
“As we can see there are many impacts in the Mekong river, but hydro power is not the only case that we should think about. We can see like the water in the river keep rising. We can see like there is climate change. So, the dam is not only the condition that we need to think about”.
ທ່ານກ່າວວ່າ: (ຜົລກະທົບຕ່າງໆ ເກີດຂຶ້ນຕາມລ້ອງແມ່ນ້ຳຂອງ ບໍ່ໄດ້ມາຈາກການສ້າງເຂື່ອນ ພຽງຢ່າງດຽວ ສາມາດເຫັນໄດ້ວ່າ ນ້ຳຂອງ ຂຶ້ນລົງ ບໍ່ເປັນປົກກະຕິ, ມີການປ່ຽນແປງ ດ້ານສະພາບອາກາດ. ສະນັ້ນແລ້ວ, ການສ້າງເຂື່ອນບໍ່ແມ່ນ ເງື່ອນໄຂ ດຽວທີ່ເຮົາຕ້ອງຄຳນຶງເຖິງ ເມື່ອມີຜົລກະທົບ ຕໍ່ແມ່ນ້ຳຂອງ)."
ຫຼາຍພາກສ່ວນຮູ້ສຶກຕົກໃຈ ພາຍຫຼັງທີ່ໄດ້ຍິນ ການຂຶ້ນກ່າວຂອງເຈົ້າໜ້າທີ່ ທີ່ເປັນໂຕແທນຈາກອົງການ ຈັດຕັ້ງພາກປະຊາສັງຄົມ ໃນລາວ ເພາະແທນທີ່ຈະສະແດງ ຄວາມເປັນຫ່ວງເປັນໃຍ ຕໍ່ເຫຕການທີ່ເກີດຂຶ້ນ ແລະ ສເນີຂໍ້ແນະນຳ ໃຫ້ພາກສ່ວນ ກ່ຽວຂ້ອງ ໄດ້ພິຈາຣະນາ ເພື່ອຫາທາງຫຼຸດຜ່ອນ ຜົລກະທົບທີ່ເກີດຈາກ ການສ້າງເຂື່ອນໃນລາວ, ແຕ່ຊ້ຳພັດກ່າວ ໃນລັກສນະປົກປ້ອງວ່າ ການສ້າງເຂື່ອນໃນລາວ ບໍ່ໄດ້ສ້າງຜົລກະທົບ ໃຫ້ແມ່ນ້ຳຂອງ ແລະ ປະຊາຊົນ.
ນອກຈາກນີ້, ກອງປະຊຸມພາກ ປະຊາສັງຄົມອາຊຽນ ແລະ ເວທີພາກປະຊາຊົນອາຊຽນ ຍັງໄດ້ອອກຖແລງການ ຮຽກຮ້ອງໃຫ້ບັນດາ ປະເທສ ສະມາຊິກອາຊຽນ ເຂົ້າແຊກແຊງການສ້າງເຂື່ອນ ຕາມລ້ອງແມ່ນ້ຳຂອງ ທີ່ພວມດຳເນີນການຢູ່ຖ້າຫາກເຫັນວ່າ ເຂື່ອນຕາມລຳ ແມ່ນ້ຳຂອງ ຫາກເປັນພັຍ ຕໍ່ພູມິພາກ ຫຼາຍກວ່າຈະເປັນເຄື່ອງມື ຂອງການພັທນາທີ່ຍືນຍົງ.