ສາກົລ ຮຽກຮ້ອງໃຫ້ປ່ອຍ ນາງໝວຍ

ໄຊຍາ
2020.09.15
F-Jail ຍານາງ ຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ຖືກກັກຂັງ ຢູ່ຄຸກບັງເຢາະ ຢູ່ ບ້ານໂນນສະຫວ່າງ ຮ່ອມ 6 ນະຄອນປາກເຊ ແຂວງຈຳປາສັກ.
ນັກຂ່າວພົລເມືອງ

ຍານາງຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ຖືກເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ຈັບໂຕ ເມື່ອວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາ ຕໍ່ຕ້ານ ສປປ ລາວ ຖືກສານຊັ້ນຕົ້ນ ຕັດສິນ ຈຳຄຸກ 5 ປີ ປັບໃໝເງິນ 20 ລ້ານກີບ.

ນັບແຕ່ມື້ຖືກຈັບໂຕ ມາເຖິງປັຈຈຸບັນ ຄົບຮອບ 1 ປີ ທາງອົງກອນດ້ານສິດທິມະນຸດສາກົລ ໄດ້ຮຽກຮ້ອງໃຫ້ປ່ອຍໂຕ ຍານາງໝວຍອອກ ຈາກຄຸກ. ດັ່ງທ່ານ Phil Roberson ຮອງ ຜູ້ອຳນວຍການ ອົງກອນ Human Rights Watch ປະຈຳພູມີພາກ ເອເຊັຽ-ແປຊີຟິກ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ກັນຍາ ວ່າ: ກໍຄວນປ່ອຍໂຕນາງໝວຍ, ນາງໝວຍບໍ່ໄດ້ເຮັດຫຍັງ ຜິດ ພຽງແຕ່ສະແດງຄຳເຫັນ ເຊິ່ງ ຣັຖບານລາວ ຄວນຮັບຟັງ.

"ທາງການລາວຄວນປ່ອຍໂຕນາງໝວຍໄດ້ແລ້ວ, ແລ້ວກະຄວນຂໍໂທດ ນາງໝວຍ ແລະ ຂໍໂທດຄອບຄົວຂອງນາງ ທີ່ເຮັດໃຫ້ຕິດຄຸກ ແບບນີ້. ອັນນີ້ແມ່ນເປັນເຣື່ອງທີ່ບໍ່ເໝາະສົມ ບໍ່ຖືກຕ້ອງ ນາງໝວຍ ບໍ່ໄດ້ເຮັດຫຍັງ ທີ່ສົມຄວນກັບການຖືກຕິດຄຸກ, ນາງເຮັດພຽງແຕ່ ສະແດງຄຳເຫັນ ເຊິ່ງຣັຖບານລາວ ຄວນຈະຮັບຟັງຄຳເຫັນ ຂອງຂະເຈົ້າແລ້ວ ກໍຕອບສນອງ ບໍ່ແມ່ນໃຫ້ຕິດຄຸກ."

ໃນຂນະທີ່ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອ ປະຊາທີປະຕັຍ ໃນລາວ ປະຈຳເຢັຽຣະມັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າໃນ ໂອກາດ ຄົບຮອບ 1 ປີ ນາງໝວຍຖືກ ຄຸກຕົນຢາກທວງຖາມ ແລະຮຽກຮ້ອງໄປຍັງທາງການລາວ ໃຫ້ປ່ອຍໂຕນາງໝວຍ ຍ້ອນ ບໍ່ໄດ້ເຮັດ ຫຍັງຜິດ.

"ເນື່ອງໃນໂອກາດຄົບຮອບ ການຈັບກຸມນາງໝວຍ ຫຼື ວ່ານາງຮວາຍເຮືອງ ໄຊຍະບູລີ ຄົບຮອບ 1 ປີນີ້. ຂ້າພະເຈົ້າເອງ ທວງຖາມມາຍັງ ທາງການລາວ ວ່າໃຫ້ທາງການ ປ່ອຍໂຕ ນາງໝວຍ ຢ່າງຮີບດ່ວນ ເພາະວ່າລາວບໍ່ໄດ້ ກະທໍາຜິດຫຍັງ ທີ່ເປັນອັນຕະລາຍຮ້າຍແຮງແກ່ ປະເທດຊາດ ບ້ານເມືອງ."

ທາງດ້ານຍານາງ ອັງຄະນາ ນີລະໄພຈີດ ອາດີດກັມມະການສິດທີມະນຸດແຫ່ງຊາດ ປະຈຳປະເທດໄທຍ ກໍມີຄຳເຫັນວ່າຕົນ ເປັນຫ່ວງກັບ ຊະຕາກັມ ຂອງໝວຍ ທີ່ຖືກຄຸກພຽງແຕ່ໃຊ້ ສິດເສຣີພາບ ທາງດ້ານຄວາມຄິດເຫັນ ເຊີ່ງບໍ່ໄດ້ຕັ້ງໃຈ ວິຈານ ພາກສ່ວນໃດ.

"ຈຸດນີ້ເປັນກັງວົນຍ້ອນວ່າ ສີ່ງທີ່ນາງໝວຍໄດ້ເຮັດໄປ ກໍແມ່ນການໃຊ້ ເສຣີພາບ ຂອງມະນຸດ ທີ່ມີສິດທີເສຣີພາບ ຈະຣິຍາທັມ ອີຫຍັງ ແບບນີ້ ແຕ່ໃນຂນະດຽວກັນທາງ ຣັຖບານລາວ ກໍໃຊ້ກົດໝາຍ ທີ່ເຮັດໃຫ້ຄົນທີ່ບໍ່ເຫັນດ້ວຍ ກັບພັກຣັຖຕ້ອງຕົກ ເປັນຜູ້ຕ້ອງຫາ ເຊີ່ງຈຸດນີ້ກໍເປັນຫ່ວງ."

ສ່ວນນັກເຄື່ອນໄຫວ ດ້ານສິດທິມະນຸດ ທີ່ອາສັຍຢູ່ໃນປະເທດໄທຍ ກໍມີຄວາມຮູ້ສຶກຢ້ານວ່າ ເມື່ອນາງໝວຍ ຖືກຂັງຄຸກກຳນົດ 5 ປີ ແລະ ຖືກປ່ອຍໂຕອອກຈາກຄຸກ ອາດຈະບໍ່ມີ ເສຣີພາບ ໃນການໃຊ້ຊີວິດ ໃນສັງຄົມຄືຄົນປົກກະຕິ.

"ຄົນທີ່ມີຄະດີທາງການເມືອງ ເທົ່າທີ່ຜ່ານມາ ຢູ່ໃນປະເທດລາວເຮົາ ທີ່ຜ່ານໆມາມັນມີຄວາມໂຫດຮ້າຍ ກະຄືສົມມຸດວ່າເຂົາຈັບເຈົ້າຂັງຄຸກ ຄັນເຈົ້າຄົບກຳນົດອອກ ມານີ້ເຈົ້າອອກມານີ້ ບໍ່ແມ່ນວ່າເຈົ້າຊິມີອິສຣະໃດ໋ ເປັນຄະດີທາງການເມືອງເນາະ ອອກມາ ເຈົ້າກະຖືກກັກໂຕ ເຈົ້າກະຖືກກັກບໍຣິເວນ ບໍ່ໄດ້ແມ່ນຄືປະເທດເສຣີເຮົາ ເບິ່ງຮຸ້ນແມ່ ທີ່ຖືກຄະດີທາງການເມືອງ."

ນາງຮວາຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ຢູ່ບ້ານສະເຫຼົາ ເມືອງໂພນທອງ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ຕຳຣວດ ແຂວງຈຳປາສັກ ຈັບໃນວັນທີ 12 ກັນຍາ 2019 ໃນຄວາມ ຜິດໂຄສະນາ ຕ້ານ ສປປ ລາວ ອັນເກີດຈາກການທີ່ນາງ ໄດ້ວິພາກວິຈານ ການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ກ່ຽວກັບ ການຊ່ອຍເຫຼືອຜູ້ປະສົບພັຍນໍ້າຖ້ວມ ທາງພາກໃຕ້ ຜ່ານຊື່ສັງຄົມ ອອນລາຍ, ຕໍ່ມາໃນວັນທີ 22 ພືສຈິກາ ປີ 2019 ສານຊັ້ນຕົ້ນແຂວງຈຳປາສັກ ກໍໄດ້ຕັດສີນຈຳຄຸກ ນາງໝວຍ ເປັນເວລາ 5 ປີ ພ້ອມປັບໄໝເງິນ 20 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.