ກອງປະຊຸມພາກປະຊາ ສັງຄົມ ອາຊຽນ
2018.11.12

ທີ່ປະເທສສິງກະໂປ ເມື່ອຕົ້ນເດືອນ ຄື ແຕ່ມື້ວັນທີ 2 ຫາ ວັນທີ 4 ພຶສຈິກາ 2018 ນີ້ ໄດ້ມີກອງປະຊຸມ ພາກ ປະຊາສັງຄົມ ອາຊຽນ ແລະ ເວທີ ປະຊາຊົນອາຊຽນ. ໃນກອງປະຊຸມ ດັ່ງກ່າວ ມີທັງຄນະຜູ້ແທນອົງການ ຈັດຕັ້ງ ທີ່ບໍ່ຂຶ້ນ ກັບ ຣັຖບາລ ທີ່ເຄື່ອນໄຫວ ຕໍ່ສູ້ເພື່ອ ສິດທິມະນຸດ, ປະຊາທິປະໄຕ ແລະ ຄວາມເປັນທັມ ຂອງ ປະຊາຊົນ ແລະ ມີທັງອັນທີ່ເອີ້ນວ່າ ອົງການ ຈັດຕັ້ງທີ່ບໍ່ຂຶ້ນ ກັບຣັຖາລ ຊຶ່ງ ເປັນຕົວແທນ ຂອງ ຣັຖບາລ ປະເທສ ທີ່ປົກຄອງ ດ້ວຍຣະບົບ ພັກດຽວ ຜູກຂາດອໍານາດ ແບບຜະເດັດການ ເຊັ່ນ ຄນະຜູ້ແທນ ຈາກ ສປປລາວ 21 ຄົນ ທີ່ປົກປ້ອງອໍານາດ ແລະ ຜົລປໂຍດ ຂອງພັກປະຊາຊົນ ປະຕິວັດລາວ ແລະ ຣັຖບາລ ສປປລາວ ກໍມາ ເຂົ້າຮ່ວມ. ຕາມຄໍາເວົ້າ ຂອງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທສເຢັຽຣະມັນ.
ພາຍຫລັງກອງປະຊຸມ ວິທຍຸເອເຊັຍເສຣີ ໄດ້ສໍາພາດ ຜ່ານທາງໂທຣະສັບ ກັບ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ໃນນາມ ຫົວໜ້າຄນະ ຜູ້ແທນ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວ; ເຊີນທ່ານຮັບຟັງ ໄດ້...