ກອງປະຊຸມຂອງປະຊາຊົນ ອາຊຽນ

ອຸ່ນແກ້ວ ສຸກສະຫວັນ
2016.04.25
F-APF ພາຍໃນກອງປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ຢູ່ ປະເທດ ມາເລເຊັຍ
Citizen Journalist

ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຈະປ່ຽນໄປ ຈັດຢູ່ ປະເທດ ຕີມໍເລສເຕ ແທນ ຫລັງຈາກ ທີ່ ປະເທດລາວ ປະຕິເສດ ການເປັນ ປະທານວຽນ ຂອງ ອາຊຽນ ໃນຄັ້ງນີ້. ເພາະສະນັ້ນ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຈຶ່ງຕົກລົງ ເຫັນພ້ອມ ໄປຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ປະເທດ ຕີມໍເລສເຕ, ເຖິງວ່າ ປະເທດ ຕີມໍເລສເຕ ຈະບໍ່ແມ່ນ ສະມາຊິກ ອາຊຽນ ກໍຕາມ. ອີງຕາມ ການຣາຍງານ ຂອງ ໜັງສືພິມ ບາງກອກ ໂພສ ຂອງໄທ.

ທຸກໆປີ ກ່ອນທີ່ ຈະມີການ ຈັດ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ, ຈະຕ້ອງມີ ກອງປະຊຸມ ພາກ ປະຊາຊົນ ຫລື ເອີ້ນກັນອີກ ຢ່າງນຶ່ງ ວ່າ ອົງການ ຈັດຕັ້ງ ທາງສັງຄົມ ຄູ່ຂນານກັນ  ເພື່ອຣະດົມ ແນວຄິດ ທີ່ ຫຼາກຫຼາຍ ຈາກ ພາກ ປະຊາຊົນ ແລ້ວ ມີການ ສລຸບ ເພື່ອສົ່ງຕໍ່ ໃຫ້ ປະເທດ ທີ່ ເປັນປະທານ ອາຊຽນ ຄື ປະເທດລາວ ໃນຄັ້ງນີ້ ໄດ້ນໍາໄປ ພິຈາຣະນາ ຢູ່ໃນ ທີ່ປະຊຸມ.

ຍານາງ ຈາລິດາ ທະຈະເຣີນສັກ (Chalida Tacharoensak) ຕົວແທນ ຈາກ ອົງການ ພາກ ປະຊາຊົນ ຂອງໄທ ໄດ້ກ່າວວ່າ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ອາຊຽນ ຈະປະຊຸມ ເພື່ອປຶກ ສາຫາລື ການກະຕຣຽມ ຢູ່ ປະເທດລາວ, ຊຶ່ງ ເປັນປະເທດ ເຈົ້າພາບ ຈັດກອງ ປະຊຸມ ຜູ້ນໍາ ອາຊຽນ ໃນປີນີ້ ແລະ ບັນດາ ກຸ່ມອົງການ ຈັດຕັ້ງ ທາງສັງຄົມ ຂອງ ອາຊຽນ ໄດ້ຕົກລົງ ກັນ ວ່າຈະຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ແຕ່ວັນທີ 3 ຫາ 5 ສິງຫາ.

ນອກຈາກນີ້ ຍາງ ນາງ ຈາລິດາ ຍັງກ່າວວ່າ ບັນດາ ຕົວແທນ ຂອງອົງການ ຈັດຕັ້ງ ທາງສັງຄົມ ມີຄວາມ ພຍາຍາມ ທີ່ຈະປຶກສາ ກັບ ປະເທດລາວ ແລະ ປະເທດ ອາຊຽນອື່ນໆ ເພື່ອ ເຂົ້າພົບປະ ກັບບັນດາ ຜູ້ນໍາ ອາຊຽນ ຢູ່ໃນ ປະເທດລາວ ແຕ່ກໍບໍ່ ປະສົບ ຜົນສໍາເຣັດ.

ສາເຫດ ທີ່ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ບໍ່ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ສປປລາວ ຍ້ອນວ່າ ທາງການລາວ ບໍ່ສາມາດ ຮັບປະກັນ ຄວາມປອດໄພ ໃຫ້ ຜູ້ທີ່ ເຂົ້າຮ່ວມ ກອງປະຊຸມ ພາກ ປະຊາຊົນ ທີ່ ເປັນຄົນລາວ ໄດ້ ຊຶ່ງເລື້ອງ ດັ່ງກ່າວ ຖົກຖຽງ ກັນຢູ່ ປະເທດ ມາເລເຊັຽ ໃນປີ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.