ເວທີພາກປະຊາຊົນອາຊຽນ 2024 ຈັດຂຶ້ນຢູ່ ປະເທດຕີມໍຕາເວັນອອກ
2024.09.20
ກອງປະຊຸມເວທີພາກປະຊາຊົນອາຊຽນ 2024 (ACSC/APF 2024) ຈັດຂຶ້ນຢູ່ປະເທດ ຕີມໍຕາເວັນອອກ ແຕ່ວັນທີ 19 ຫາ 21 ກັນຍາ 2024 ນີ້ແທນທີ່ຈະຈັດຂຶ້ນຢູ່ປະເທດລາວ ຊຶ່ງເປັນປະທານວຽນອາຊຽນ 2024 ຍ້ອນທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມດັ່ງກ່າວ ຂຶ້ນຢູ່ປະເທດລາວ ຄືກັນກັບເມື່ອປີ 2016 ທີ່ລາວໄດ້ເປັນປະທານວຽນອາຊຽນນັ້ນ, ແລະໄດ້ໄປຈັດຢູ່ປະເທດ ຕີມໍຕາເວັນອອກ ຍ້ອນຢູ່ລາວມີຂໍ້ຈໍາກັດເສລີພາບໃນການສະແດງອອກ, ປະເດັນ ນີ້ ກໍພໍຮູ້ຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ໃນລາວທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ກັນຍານີ້.
“ໂອ ໂຕເລື່ອງຈັດຫັ້ນບໍ ເຮົາກໍພໍຮູ້ຢູ່ເລື່ອງປະເດັນຫັ້ນ ເພີ່ນເຄີຍເຮັດຢູ່ ແຕ່ມັນກະມີປະເດັນຫັ້ນແຫຼະນໍ ເຂົາເຈົ້າກະເລື່ອນເດ.”
ກ່ຽວກັບເລື້ອງທີ່ວ່ານີ້ ທ່ານ ຟີລ ໂຣເບີດຊັນ ຜູ້ອຳນວຍການ ອົງການເພື່ອ ຜູ້ສະໜັບສະໜູນ ສິດທິມະນຸດ ແລະ ແຮງງານເອເຊຍ ຫຼື Asia Human Rights and Labor Advocates (AHRLA) ກ່າວວ່າ ເປັນເລື້ອງປົກກະຕິຢູ່ແລ້ວ ທີ່ທາງການລາວ ບໍ່ອະນຸຍາດໃຫ້ຈັດກອງປະຊຸມ ເວທີພາກປະຊາຊົນອາຊຽນ ຢູ່ໃນປະເທດລາວ ແລະໄປຈັດຢູ່ປະເທດອື່ນແທນ ຍ້ອນຢ້ານວ່າ ຈະເຮັດໃຫ້ມີການສະແດງຄວາມຄິດເຫັນ ແລະຕັ້ງຄໍາຖາມໃນດ້ານຕ່າງໆ ໂດຍສະເພາະ ດ້ານສິດທິມະນຸດຢູ່ລາວ ດັ່ງທີ່ທ່ານກ່າວວ່າ:
“ທາງການ ສປປລາວ ບໍ່ຍອມ ບໍ່ຢາກມີສ່ວນຮ່ວມ ກັບພາກປະຊາສັງຄົມ ໃນການແລກປ່ຽນ ເລື້ອງນະໂຍບາຍຕ່າງໆ ທາງລັດຖະ ບານລາວ ກໍເປັນຫ່ວງວ່າ ກຸ່ມດັ່ງກ່າວນີ້ ອາດອອກມາເວົ້າເລື້ອງສິດທິມະນຸດ, ແຮງງານຂ້າມຊາດ ຮວມເຖິງປະເດັນອື່ນໆ ທີ່ກະທົບຕໍ່ທາງການລາວ.”
ທ່ານກ່າວຕື່ມວ່າ ການທີ່ທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມເວທີພາກປະຊາຊົນອາຊຽນ ໃນປະເທດລາວເທື່ອນີ້ ຖືເປັນຂໍ້ຜິດພາດ ຢ່າງຮຸນແຮງ ເນື່ອງຈາກຫລາຍປະເທດ ທີ່ເປັນປະທານວຽນອາຊຽນ ເມື່ອກ່ອນໜ້ານີ້ ກໍ່ໄດ້ເປີດກ້ວາງ ໃຫ້ມີກອງປະຊຸມດັ່ງກ່າວນີ້ນໍາດ້ວຍ ເພື່ອຮັບຟັງຂໍ້ຄິດເຫັນຕ່າງໆ ຂອງພາກປະຊາຊົນ ແລະປະຊາສັງຄົມ ຊຶ່ງສະທ້ອນໃຫ້ເຫັນວ່າ ທາງການລາວ ຍັງພະຍາຍາມ ທີ່ຈະປິດກັ້ນ ເສລີພາບຂອງປະຊາຊົນ.
ແຕ່ເຖິງຢ່າງໃດກໍ່ຕາມ ພະນັກງານ ພາກປະຊາສັງຄົມ ໃນລາວຫລາຍຄົນ ຈາກຫລາຍອົງການ ກໍໄດ້ເດີນທາງ ໄປເຂົ້າຮ່ວມກອງປະຊຸມເວທີພາກປະຊາ ຊົນອາຊຽນ 2024 ທີ່ປະເທດຕິມໍຕາເວນອອກ ຄືດັ່ງແຕ່ລະປີ ທີ່ໄດ້ຈັດຂຶ້ນ ຢູ່ປະເທດຕ່າງໆ ໃນອາຊຽນ. ແຕ່ສ່ວນໃຫຍ່ ກໍໄປໃນຖານະຜູ້ເຂົ້າຮ່ວມ, ແຕ່ກໍມີຈໍານວນນຶ່ງ ທີ່ໄປບັນລະຍາຍນໍາດ້ວຍ.
ສໍາລັບກອງປະຊຸມເວທີພາກປະຊາຊົນອາຊຽນ 2024 ໃນປີນີ້ ກໍຄືຊຸມປີທີ່ຜ່ານໆມາ ຊຶ່ງແຕ່ລະປີ ເພີ່ນກໍໄດ້ໄປເຂົ້າຮ່ວມ ດັ່ງພະນັກງານພາກປະຊາສັງຄົມ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕີມໍ ແມ່ນພະນັກງານໄປ ຕີມໍ ແຕ່ລະປີເພິ່ນກໍໄດ້ໄປຮ່ວມ ບໍ່ແນ່ໃຈວ່າແມ່ນຄືດັ່ງທີ່ວ່າບໍ່ ເພາະກໍ່ໄດ້ຍິນເພິ່ນເວົ້າວ່າ ແມ່ນເປັນເຈົ້າພາບນ່າ ກະຍັງບໍ່ໄດ້ປະສານງານມາເທື່ອນ່າ.”
ໃນຂະນະດຽວກັນ ກໍມີອົງການພາກປະຊາສັງຄົມໃນລາວ ອີກຈໍານວນບໍ່ໜ້ອຍ ທີ່ບໍ່ໄດ້ສົ່ງພະນັກງານຂອງຕົນ ໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ທີ່ປະເທດຕິມໍຕາເວນອອກ ໃນປີນີ້ ຍ້ອນມີບັນຫາທາງດ້ານງົບປະມານ ສໍາລັບຄ່າໃຊ້ຈ່າຍ ໃນການເດີນທາງ ແລະຄ່າອື່ນໆ ສໍາລັບຜູ້ທີ່ຈະໄປເຂົ້າຮ່ວມ ດັ່ງພະນັກງານພາກປະຊາສັງຄົມ ນາງນຶ່ງເວົ້າວ່າ:
“ອັນບໍ່ແນ່ໃຈ ຄືວ່າໄປຫລາຍເຕີບຢູ່ ແຕ່ວ່າອົງກອນເຮົາບໍ່ໄດ້ເຂົ້າຮ່ວມນ່າ ເຈົ້າ ງົບປະມານຈໍາກັດ ບໍ່ໄດ້ໄປປີນີ້ນ່າ ປີກາຍນີ້ແມ່ນເຮົາໄປເນາະ ປີນີ້ເຮົາບໍ່ໄດ້ໄປ ປີກາຍເຮົາໄປອິນໂດເນເຊັຽຫັ້ນເດ້.”
ນອກຈາກ ອົງການພາກປະຊາສັງຄົມໃນລາວແລ້ວ ກໍມີພາກປະຊາສັງຄົມອີກຫຼາຍປະເທດ ໃນອາຊຽນ ທີ່ໄດ້ສົ່ງພະນັກງານຂອງຕົນ ໄປເຂົ້າຮ່ວມກອງປະຊຸມດັ່ງກ່າວ ເປັນຕົ້ນ ຫລາຍອົງການພາກປະຊາສັງຄົມຢູ່ ປະເທດໄທ ກໍໄດ້ສົ່ງພະນັກງານຂອງຕົນ ໄປເຂົ້າຮ່ວມຫຼາຍ, ແຕ່ສ່ວນໃຫຍ່ ໄປໃນຖານະຜູ້ເຂົ້າຮ່ວມ ບໍ່ແມ່ນໄປບັນຍາຍ ດັ່ງພະນັກງານຂອງອົງການ Swing Thailand ກ່າວວ່າ:
(ພາສາໄທຍ) “ທາງເຮົາ ກໍໄປໃນຖານະຜູ້ເຂົ້າຮ່ວມຊື່ໆ ບໍ່ໄດ້ມີປະເດັນຫລັກ ທີ່ຈະນໍາໄປລາຍງານ ແລະແລກ ປ່ຽນຄໍາເຫັນ ປີນີ້ ດ້ວຍຄວາມທີ່ວ່າ ປະເທດຕິມໍຕາເວນອອກ ມີວາລະຄົບຮອບແນວໃດແນວນຶ່ງ ແລະໄດ້ສະເໜີຕົວ ເຂົ້າເປັນສະມາຊິກອາຊຽນ ແບບເຕັມ ຕົວ.”
ກອງປະຊຸມເວທີກາກປະຊາຊົນອາຊຽນ ໄດ້ຖືກຈັດຂຶ້ນ ເປັນຄັ້ງທໍາອິດ ໃນປີ 2005, ເປັນກອງປະຊຸມຂອງພາກປະຊາຊົນ ທີ່ເປີດໂອກາດ ໃຫ້ມີການແລກ ປ່ຽນຄວາມຄິດເຫັນ ໃນຫົວຂໍ້ຕ່າງໆ ຢູ່ອາຊຽນ ເປັນຕົ້ນ ດ້ານສິດທິມະນຸດ , ຄວາມເທົ່າທຽມກັນ ລະຫວ່າງຍິງ-ຊາຍ, ການສົ່ງເສີມປະຊາທິປະໄຕ, ແຮງງານຂ້າມຊາດ ແລະອື່ນໆ ເພື່ອຜັກດັນໃຫ້ອາຊຽນ ມີການແກ້ໄຂບັນຫາທີ່ວ່ານັ້ນ. ແຕ່ກອງປະຊຸມດັ່ງກ່າວນີ້ ຍັງບໍ່ເຄີຍຈັດຢູ່ປະເທດລາວຈັກເທື່ອ.