ສິດທິຂອງກຸ່ມຮັກຮ່ວມເພດ

ຈໍາປາທອງ
2015.10.19
F-gay ສັນຍາລັກ ຂອງ ກຸ່ມຮັກຮ່ວມເພດ
Wikipedia

ກຸ່ມ ຮັກຮ່ວມເພດ ໃນ ລາວ ຢາກໃຫ້ ຣັຖບານ ອະນຸຍາດ ໃຫ້ ມີການ ຈັດຕັ້ງ ສະມາຄົມ ຫຼື ອົງການ ຂອງ ກຸ່ມຄົນ ຮັກຮ່ວມເພດ ຂອງ ພວກຕົນ ເພື່ອ ປົກປ້ອງ ພວກຕົນ ໃຫ້ ໄດ້ຮັບ ສິດທິ ເທົ່າທຽມ ກັບ ຄົນກຸ່ມ ອື່ນໆ ໃນ ສັງຄົມ. ດັ່ງ ຜູ້ຮັກ ຮ່ວມເພດ ທ່ານນຶ່ງ ເວົ້າວ່າ:

“ກໍ ອາດຈະດີ ຖ້າຕັ້ງ ສະມາຄົມ ໃດນຶ່ງຂຶ້ນ ຄົນ ກຸ່ມນ້ອຍ ຄ້າຍໆວ່າ ຮັກຊາຍ ເນາະ ກໍຢາກໃຫ້ ມີກົດຫມາຍ ຄຸ້ມຄອງ”.

ກ່ຽວກັບ ເຣື້ອງນີ້ ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ເຈົ້າຫນ້າທີ່ ທາງການ ລາວ ທ່ານນຶ່ງ, ທ່ານ ເວົ້າວ່າ:

“ສ່ວນຫຼາຍ ຈະບໍ່ມີ ເນາະ ອາຊີບ ທາງ ຣາຊການ ແລ້ວ ເປັນແນວນັ້ນ, ສ່ວນຫຼາຍ ຈະເປັນ ເອກຊົນ ທຸຣະກິດ ສ່ວນຕົວ ຫຼື ອາດ ຈະມີຢູ່ ແຕ່ຂະເຈົ້າ ບໍ່ ສະແດງຕົວ ແບບວ່າ ເປັນ ເກ ບໍ, ແຕ່ບໍ່ໄດ້ ສະແດງ ຕົວຕົນ ອອກມາ. ມັນກໍຕ້ອງ ຢູ່ໃນ ຣະບຽບ ກະຊວງ ອົງການ ນັ້ນໆ ແຕ່ວ່າ ຖ້າ ໄປຫລິ້ນ ໄປທ່ຽວ ທັມມະດາ ກໍຊີວິດ ນອກ ໂມງວຽກ ໂມງການ ກໍເປັນຕາມ ສະຕາຍ ຂອງ ຂະເຈົ້າ”.

ເມື່ອ ຕົ້ນເດືອນ ນີ້ ອົງການ ສິ້ງຊອມ ການ ປະຕິບັດ ສິດທິມະນຸດ (Human Rights Watch) ຣາຍງານ ວ່າ ຣັຖບານ ປະເທດ ຕ່າງໆ ໃນຂົງເຂດ ເອເຊັຽ ປາຊິຟິກ ຮວມທັງ ສປປລາວ ວ່າ, ຍັງບໍ່ຍອມ ຮັບຮູ້ ສິດທິ ຂອງກຸ່ມ ຮັກຮ່ວມເພດ ດຽວກັນ ເທົ່າ ທີ່ ຄວນ. ເຊັ່ນ ບໍ່ມີການ ປົກປ້ອງ ຄົນກຸ່ມ ນີ້ ຈາກ ການ ຖືກຂົ່ມເຫັງ ແລະ ດູຖູກ. ປັດຈຸບັນ ສປປ ລາວ ມີພຽງ ຣະບຽບ ກົດໝາຍ ວ່າດ້ວຍ ຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ແຕ່ບໍ່ໄດ້ ເວົ້າເຖິງ ກຸ່ມ ເພດ ທີ 3 ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.