ເກືອບ 43 ປີ ທີ່ປະເທສລາວ ຕົກຢູ່ພາຍໃຕ້ການປົກຄອງ ຂອງຣະບອບຜະເດັດການ ພັກດຽວຜູກຂາດອຳນາດ ຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ຂາດສິດ ເສຣີພາບ ແລະປະຊາທິປະໄຕ. ເຖິງແມ່ນວ່າມີ ຣັຖທຳມະນູນ ແລະກົດໝາຍ 130 ປາຍສະບັບ ກຳນົດເອົາໄວ້ ເຖິງການຮັບປະກັນສິດທິ ດັ່ງກ່າວ ແຕ່ກໍບໍ່ໄດ້ຮັບການຈັດຕັ້ງ ປະຕິບັດໃຫ້ເກີດຜົລເປັນຈິງໄດ້ ພໍເທົ່າໃດ.
ໃນຖແລງການຮ່ວມ ຂອງສະຫະພັນສາກົນ ເພື່ອສິດທິມະນຸດ ແລະຂະບວນການ ລາວເພື່ອສິດທິະມະນຸດ ທີ່ປະເທດຝຣັ່ງເສດ ໃນມື້ວັນທີ 11 ມິຖຸນາ 2018 ຄື ກ່ອນໜ້າຄນະກັມການສິດທິມະນຸດ ສະຫະປະຊາຊາດ ຈະທົບທວນເຣຶ່ອງການຣະເມີດສິດທິ ພົລເຮືອນ ແລະສິດທິ ທາງການເມືອງ ຢູ່ ສປປລາວ ຄັ້ງທໍາອິດ ຢູ່ນະຄອນ Geneva ປະເທດ Switzerland ໃນມື້ວັນທີ 11 ແລະ 12 ກໍຣະກະດາ ທີ່ຈະມາ ເຖິງນີ້ ເວົ້າວ່າ ສິດທິມະນຸດຢູ່ ສປປລາວ ຖືກລ່ວງຣະເມີດຢ່າງໜັກໜ່ວງຢູ່ຕໍ່ມາ.
ຍານາງ ວານິດາ ເທບສຸວັນ ປະທານຂະບວນການລາວ ເພື່ອສິດທິມະນຸດ ທີ່ ປະເທດຝຣັ່ງເສດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນານີ້ວ່າ ການທົບທວນ ຂອງຄນະກັມການສິດທິມະນຸດ ສະຫະປະຊາຊາດ ເຣຶ່ອງການຣະເມີດສິດທິພົລເຮືອນ ແລະສິດທິທາງການເມືອງ ຢູ່ ສປປລາວ ເປັນການກວດສອບ ຄັ້ງປະວັດການ:
"ມັນເປັນການພິຈາຣະນາ ສອບກວດຄັ້ງປວັດການ ເພາະເປັນຄັ້ງທໍາອິດ ຂອງສປປລາວ ທີ່ຈິງແລ້ວຄນະກັມມາທິການ ດ້ານສິດທິມະນຸດ ແຫ່ງສະຫະປະຊາຊາດ ລໍຖ້າຮັບລາຍງານ ກ່ຽວກັບ ການປະຕິບັດສິດທິພົລເຮືອນ ແລະ ສິດທິທາງການເມືອງ ຈາກ ສປປລາວ ມາຕັ້ງແຕ່ປີ 2010 ພຸ້ນ, ແຕ່ ສປປລາວຊັກຊ້າໄປ 7 ປີ ຫາກໍ່ສົ່ງໄປໃນປີ 2017."
ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງ ຢູ່ປະເທສເຢັຍຣະມັນ ກໍກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ຕໍ່ມາວ່າ ສິດເສຣີພາບ ຂອງປະຊາຊົນລາວ ຖືກລ່ວງຣະເມີດ ຢ່າງຮ້າຍແຮງ ໃນປັດຈຸບັນ:
"ສິດທິພົລເຮືອນ ແລະສິດທິການເມືອງຂອງ ປະຊາຊົນລາວຖືກລະເມີດ ຢູ່ໃນລາວຢ່າງຮ້າຍແຮງໃນປັດຈຸບັນ ອັນສໍາຄັນທີ່ສຸດກະແມ່ນ ສິດທິໃນການປາກເວົ້າ ການອອກຄໍາຄິດຄໍາເຫັນ ສິດທິໃນການຊຸມນຸມຊົນ ສິດທິໃນການຮຽກຮ້ອງເອົາຄວາມເປັນທັມ ສິດທິໃນການປະທ້ວງ ແບບສັນຕິວິທີ ສິດທິ ໃນການຮັບຂໍ້ມູນ ສິດທິທາງດ້ານຂ່າວສານ ທາງອິນເທີເນັຕ ສິດທິການຈັດຕັ້ງອົງການ ທີ່ບໍ່ຂຶ້ນກັບຣັຖບານແລະສິດທິ ທາງດ້ານສາສນາ ໂດຍສະເພາະສາສນາຄຣິສ ໄດ້ຖືກຈໍາກັດ ຢ່າງຮ້າຍແຮງ ຢູ່ໃນສປປລາວ."
ທ່ານ Andrea Giorgetta ຫົວໜ້າຜແນກເອເຊັຍ ຂອງສະຫະພັນສາກົນ ເພື່ອສິດທິມະນຸດ ກໍກ່າວຕໍ່ວິທຍຸເອເຊັຍເສຣີຕອນນຶ່ງວ່າ:
"ທ່ານກ່າວວ່າ ຣັຖບານລາວ ໄດ້ຣະເມີດທຸກມາຕຣາຢ່າງໜັກໜ່ວງ ຣະເມີດສິດທິມະນຸດ ທຸກຢ່າງ ທີ່ຣະບຸໄວ້ ໃນສົນທິສັນຍາສາກົລ ວ່າດ້ວຍສິດທິພົລເຮືອນ ແລະສິດທິທາງການເມືອງ ຮວມເຖິງສິດເສຣີພາບ ໃນການສະແດງຄວາມຄິດເຫັນ, ການໂຮມຊຸມນຸມ ຢ່າງສັນຕິ, ສິດເສຣີພາບທາງສາສນາ ແລະອື່ນໆອີກ."
ຄນະກັມການສິດທິມະນຸດສະຫະປະຊາຊາດ ຕິດຕາມການປະຕິບັດ ພັລທະທາງກົດໝາຍ ຕາມສົນທິສັນຍາສາກົລທີ່ວ່ານັ້ນ ຂອງບັນດາ ປະເທດພາຄີ ທີ່ ສປປລາວ ກໍໃຫ້ສັຕຍາບັນເມື່ອປີ 2009 ຊຶ່ງ ດຣ. ບຸນທອນ ກ່າວວ່າເກືອບ 10 ປີ ຜ່ານມານີ້ ທາງການ ສປປລາວ ບໍ່ໄດ້ປະຕິບັດສິດທິ ດັ່ງກ່າວແຕ່ຢ່າງໃດ:
"ເປັນເວລາເກຶອບ 10 ປີຜ່ານມາທີ່ທາງການລາວ ບໍ່ໄດ້ປະຕິບັດສິດທິພົລເມືອງ ແລະສິດທິການເມືອງ ແຕ່ປະການໃດເລີຍ. ກົງກັນຂ້າມ ຍິ່ງຢຽບຍໍ່າສິດທິ ຂອງປະຊາຊົນ ຢ່າງຮ້າຍແຮງເຂົ້າໄປຊັກໃຊ້. ຕົວຢ່າງທີ່ຮ້າຍແຮງທີ່ສຸດ ກໍຄືວ່າສິດທິທາງດ້ານ ຂ່າວສານ ຕົວຢ່າງການ ຈັບກຸມ ຄົນງານລາວ 3 ຄົນ ທີ່ອອກຄໍາຄິດຄໍາເຫັນ ຢູ່ໃນປະເທດໄທ ລະກະສິດທິ ຂອງປະຊາຊົນ ໃນການຮ້ອງຂໍເອົາຄວາມເປັນທັມ ເຊັ່ນປະຊາຊົນຊາວບ້ານຍືບ 14 ຄົນ ຈັບກຸມທໍຣະມານ ແລະກະເສັຽຊີວິດ ຢູ່ໃນຄຸກໄປແລ້ວ ຜູ້ນຶ່ງ. ອັນນີ້ແມ່ນຕົວຢ່າງ ທີ່ສະແດງໃຫ້ເຫັນ ວ່າຜູ້ນໍາພັກ-ຣັຖ ສປປລາວ ບໍ່ໄດ້ອະນຸຍາດໃຫ້ປະຊາຊົນລາວ ມີສິດທິພົລເຮືອນ ມີສິດທິທາງດ້ານການເມືອງ ຢ່າງແທ້ຈິງ."
ແລະໃນຣາຍງານຮ່ວມ ສະຫະພັນສາກົນ ເພື່ອສິດທິມະນຸດ ແລະຂະບວນການ ລາວເພື່ອສິດທິມະນຸດ ໃຫ້ລາຍລະອຽດເຣື່ອງການລະເມີດ ສິດທິພົລເຮືອນ ແລະ ສິດທິທາງການເມືອງ ທີ່ບົ່ງບອກເຖິງຄວາມບໍ່ສາມາດ ຂອງຣັຖບານ ສປປລາວ ໃນການ ປະຕິບັດພັລທະຂອງຕົນ ຕາມທີ່ບົ່ງໄວ້ໃນສົນທີສັນຍານັ້ນ ດັ່ງຍານາງ ວານິດາ ກ່າວວ່າ:
"FIDH ແລະ ຄລສມ ໄດ້ສົ່ງລາຍງານ 18 ໜ້າເຖິງຄນະກັມມາທິການດັ່ງກ່າວ ເພື່ອຊີ້ແຈງຢ່າງລະອຽດ ຕໍ່ການລະເມີດຢ່າງຮ້າຍແຮງ ຂອງທຸກມາຕຣາ ທີ່ຣະບຸໄວ້ໃນສົນທິສັນຍາສາກົລ ວ່າດ້ວຍສິດທິພົລເຮືອນ ແລະສິດທິການເມືອງ ທີ່ ສປປລາວ ໄດ້ສັຕຍາບັນ ໃນປີ 2009."
ແລະ ດຣ. ບຸນທອນ ກໍກ່າວວ່າ ອົງການພັນທະມິດ ຂອງພວກທ່ານກໍໄດ້ຍື່ນຂໍ້ສເນີຂອງຕົນ ໃຫ້ຄນະກັມມະການສິດທິມະນຸດ ສະຫະປະຊາຊາດ ທັງໝົດ 25 ຂໍ້ ຊຶ່ງ ດຣ. ບຸນທອນ ກ່າວຕອນນຶ່ງວ່າ:
"ຕໍ່ກອງປະຊຸມຂອງກັມການສະຫະປະຊາຊາດ ທາງດ້ານສິດທິມະນຸດ ທີ່ຈະຈັດຂຶ້ນຢູ່ໃນຕົ້ນເດືອນ ກໍຣະກະດາ 2018 ນີ້ ທາງອົງການ ພັລທະມິດ ເພື່ອປະຊາທິປະຕັຍໃນລາວ ຂອງພວກເຮົາ ກໍໄດ້ມີການຕິດຕໍ່ກັບພວກເພິ່ນ ແລະຍື່ນຂໍ້ມູນເປັນທີ່ຮຽບຮ້ອຍ ແລ້ວ. ພວກເຮົາ ກໍໄດ້ຄົ້ນຄວ້າເອົາຂໍ້ມູນ ການລະເມີດສິດທິພົລເຮືອນ ແລະທາງດ້ານການເມືອງນີ້ ແຈ້ງໃຫ້ພວກເພິ່ນມີຂໍ້ມູນ ມີຕົວຢ່າງໃຫ້ພວກເພິ່ນ ແລ້ວພວກເຮົາກໍມີຂໍ້ສ້ນີ ໃຫ້ມີການແກ້ໄຂບັນຫາ ຣະເມີດສິດທິມະນຸດໃນລາວ ເຊັ່ນວ່າ ສິດທິພົລເຮືອນ ຕ້ອງມີການແກ້ໄຂ ໃຫ້ປະຊາຊົນມີສິດທິ ໃນການປາກເວົ້າ ໃນການຊຸມນຸມຊົນ ໃນການເດີນຂະບວນ ປະທ້ວງຮຽກຮ້ອງ ເອົາຄວາມເປັນທັມ ແບບສັນຕິ ສິດທິທາງດ້ານຂ່າວສານ ສິດທິທາງດ້ານສາສນາ."
ໃນກອງປະຊຸມຂອງຄນະກໍາມະການສິດທິມະນຸດສະຫະປະຊາຊາດ ທີ່ຈະມີຂຶ້ນຄັ້ງນີ້ ຍານາງ ວານິດາ ກ່າວວ່າ ທີ່ນະຄອນ ເຈນີວາ ຄນະຜູ້ແທນຣັຖບາລ ສປປລາວ ຈະຕ້ອງໄດ້ຕອບຫລາຍຄໍາຖາມ ນັບຕັ້ງແຕ່ເຣື່ອງ ການບັງຄັບໃຫ້ ທ່ານສົມບັດ ສົມພອນ ຜູ້ນໍາອົງການພາກປະຊາສັງຄົມ ຂອງລາວ ຫາຍສາບສູນໄປ ແລະການຕັດສິນລົງໂທດ ທີ່ໜ້າຕົກໃຈຂອງຣັຖບານ ສປປລາວ ຕໍ່ຜູ້ຄົນທີ່ຕິຕຽນຕົນ ແລະວ່າເຖິງເວລາແລ້ວ ທີ່ຣັຖບານນັ້ນ ຈະເຮັດໃຫ້ຕົນເອງຂາວສະອາດ ແລະແກ້ໄຂບັນຫາ ການລ່ວງຣະເມີດ ສິດທິພົລເຮືອນ ແລະສິດທິທາງການເມືອງ ໃນລາວ.
ຍານາງ ວານີດາ ເທບສູວັນ ກ່າວຕື່ມວ່າ ໃນກອງປະຊຸມທີ່ຈະມີຂຶ້ນໃນເດືອນກໍຣະກະດານີ້ ປະຊາຄົມສາກົນຕ້ອງເອົາໃຈໃສ່ ທົບທວນ ສປປລາວ ເປັນພິເສດເຣຶ່ອງການຣະເມີດສິດທິຕ່າງໆ:
"ໃນກອງປະຊຸມທີ່ຈະມາເຖິງນີ້ ປະຊາຄົມສາກົລຈະຕ້ອງໃຫ້ຄວາມ ເອົາໃຈໃສ່ພິເສດ ໂດຍທົບທວນ ຜົລປະຕິບັດອັນແທ້ຈິງຂອງ ອໍານາດຜະເດັດການລາວ ເພື່ອ ປັບປຸງແລະນໍາໃຊ້ ນະໂຍບາຍໃໝ່ກັບ ສປປລາວ."
ແລະເລຂາທິການສະຫະພັນສາກົນ ເພື່ອສິດທິມະນຸດ ແດັບບີ ສະຕັອດຮາດ ກໍ ກ່າວໃນຖແລງການຮ່ວມ ວ່າການທົບທວນເບິ່ງ ສະພາບສິດທິພົລເຮືອນ ແລະສິດທິທາງການເມືອງ ທີ່ໜັກໜ່ວງຢູ່ ສປປລາວ ຊຶ່ງຈະມີຂຶ້ນນັ້ນ ເປັນໂອກາດທີ່ ບໍ່ຄ່ອຍມີຂຶ້ນ ຊຶ່ງຈະເນັ້ນເຖິງ ການກົດຂີ່ຂົ່ມເຫັງ ຂອງຣັຖບານຜະເດັດການລາວ ອັນເປັນ ເຣຶ່ອງທີ່ປະຊາຄົມສາກົລ ຈະໃຫ້ຄວາມສໍາຄັນ ຢ່າງໃກ້ຊິດຕໍ່ການທົບທວນນັ້ນ ແລະໃຊ້ ຜົລທີ່ອອກມາ ປ່ຽນແປງ ນະໂຍບາຍຂອງຕົນຕໍ່ ສປປລາວ.
ສະຫະພັນສາກົນເພື່ອສິດທິມະນຸດ ແລະຂະບວນການລາວເພື່ອສິດທິມະນຸດ ໄດ້ຮ່ວມກັນສົ່ງບັນຊີ ທີ່ເວົ້າເຖິງບັນຫາຕ່າງໆ ຊຶ່ງເປັນສ່ວນນຶ່ງ ຂອງການທົບທວນສະພາບ ຂອງລາວ ພາຍໃຕ້ສົນທິສັນຍາສາກົລ ວ່າດ້ວຍສິດທິພົລເຮືອນ ແລະສິດທິ ທາງການເມືອງ ມາດຕຣາ 40 ຊຶ່ງທາງຄນະກັມການ ສິດທິມະນຸດ ສະຫະປະຊາຊາດ ໄດ້ຮັບຜ່ານເມື່ອ ເດືອນມິນາ 2017. ແຕ່ໜ້າເສັຍດາຍທີ່ຣັຖບານ ສປປລາວ ບໍ່ສາມາດໃຫ້ຂໍ້ມູນ ທີ່ທາງຄນະກັມການສິດທິມະນຸດ ສະຫະປະຊາຊາດ ຢາກໄດ້ຄືໃນບັນຊີ ທີ່ວ່ານັ້ນ.
ກ່ຽວກັບບັນຫາດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງກົມການຂ່າວ ແລະກົມສົນທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທສ ສປປລາວ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 12 ມິຖຸນາ 2018 ເພື່ອຂໍຮູ້ກ່ຽວກັບການ ປະຕິບັດ ສິດທິພົລເຮືອນ ແລະສິດທິທາງການເມືອງ ຢູ່ລາວວ່າ ເປັນຄືແນວໃດກັນແທ້. ແຕ່ບໍ່ສາມາດຕິດຕໍ່ໄດ້ ນອກຈາກຜແນກສົນທິສັນຍາ ຫລາຍຝ່າຍ ກົມສົນທິສັນຍາ ແລະກົດໝາຍ ບອກໃຫ້ເຮັດໜັງສື ເປັນລາຍລັກອັກສອນ ໄປຫາທາງກົມເພິ່ນກ່ອນ ຈຶ່ງຈະເວົ້າໄດ້.
ແຕ່ເຖິງຢ່າງໃດກໍຕາມ ກ່ອນໜ້າກອງປະຊຸມທົບທວນຂອງຄນະກັມມະການສິດທິມະນຸດສະຫະປະຊາຊາດ ຊຶ່ງຈະຖືກຈັດຂຶ້ນເປັນເວລາ 2 ມື້ ຄືທີ່ວ່ານັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ບອກໃຫ້ຮູ້ວ່າ ຈະມີການເດີນຂະບວນ ປະທ້ວງທາງການ ສປປລາວ ທີ່ລະເມີດສິດ ເສຣີພາບ ແລະປະຊາທິປະໄຕຂອງ ປະຊາຊົນລາວ:
"ພວກເຮົາອົງການພັລມິດເພື່ອປະຊາທິປະຕັຍໃນລາວ ກໍາລັງກະກຽມເດີນຂະບວນປະທ້ວງ ຢູ່ຕໍ່ໜ້າສໍານັກງານສະຫະປະຊາຊາດ ທີ່ ນະຄອນ Geneva ໃນເດືອນ ກໍຣະກະດາ ທີ່ຈະມາເຖິງນີ້ ກ່ອນຈະມີກອງປະຊຸມ ຂອງກັມການສິດທິມະນຸດ."
ສິ່ງດັ່ງກ່າວ ເກີດຂຶ້ນ ຫຼາຍຄົນເວົ້າວ່າ ເປັນຍ້ອນມີການໃຊ້ສິດ ໃຊ້ອໍານາດເກີນ ຂອບເຂດ, ບໍ່ເຄົາຣົບຣະບຽບກົດໝາຍ, ຫລິ້ນພັກຫລິ້ນພວກ ສໍ້ຣາດບັງຫລວງ, ປາບປາມປະຊາຊົນຢ່າງໜັກໜ່ວງ ຈຶ່ງເຮັດໃຫ້ສັງຄົມໃນລາວວຸ້ນວາຍ, ປະຊາຊົນບໍ່ພໍໃຈ ແລະບໍ່ເຊື່ອໝັ້ນ ແນວທາງນະໂຍບາຍ ແລະແຜນພັທນາເສຖກິດ-ສັງຄົມ ຂອງພັກປະຊາຊົນປະຕິວັດລາວ ທີ່ຜູກຂາດອໍານາດ ແບບຜະເດັດການ ຈຶ່ງເຮັດໃຫ້ການພັທນາ ສປປລາວ ທີ່ມີມາໄດ້ 40 ປີ ປາຍແລ້ວນັ້ນ ບໍ່ພຽງແຕ່ບໍ່ສາມາດເຮັດໃຫ້ລາວ ຫລຸດພົ້ນອອກຈາກການເປັນປະເທສ ດ້ອຍພັທນາໄດ້ເທົ່ານັ້ນ ແຕ່ຫາກຍັງເຮັດໃຫ້ຊັພຍາກອນທັມຊາດ ອັນອຸດົມຂອງລາວກຸດຫ້ຽນ ແລະເຮັດໃຫ້ປະເທສຊາດ ແລະປະຊາຊົນລາວ ທຸກຍາກຫລາຍ ແລະທັງຕິດໜີ້ຕ່າງປະເທສ ຢ່າງມະຫາສານອີກດ້ວຍ.