ການຊື້ຈ້າງໃຫ້ສິນບົນ ຢູ່ ລາວ

ສິດນີ
2018.06.07
F-finance ກະຊວງການເງິນ ສປປລ ທີ່ ນະຄອນຫຼວງວຽງຈັນ
RFA/NY

ນັກຮຽນລາວຈຳນວນ 66 ພັນປາຍຄົນ ໃນທົ່ວປະເທດ ເສັງຈົບຊັ້ນມັທຍົມຕອນປາຍແລ້ວ ວ່າງອາທິດ ທີ່ຜ່ານມາ ຊຶ່ງນັກຮຽນເຫລົ່ານີ້ ສ່ວນນຶ່ງ ກໍຈະເສັງເຂົ້າໂຮງຮຽນຂັ້ນສູງ ຫຼືມະຫາວິທຍາລັຍ ແຕ່ອີກສ່ວນນຶ່ງ ຕ້ອງໄດ້ຊອກຫາວຽກເຮັດງານທໍາ, ບັນຫາມີຢູ່ວ່ານັກຮຽນ ຫລາຍຄົນ ຕ້ອງຊື້ຈ້າງເຂົ້າຮຽນ ແລະເຂົ້າເຮັດວຽກງານ ຫລັງຈາກຈົບການສຶກສາ. ດັ່ງ ຜູ້ໃຊ້ເພສບຸກ ນາງນຶ່ງ ເວົ້າວ່າ:

”ປີນຶ່ງນີ້ ຕົວນັກຮຽນ ທີ່ຮຽນຈົບມານີ້ ມັນຈັກຄົນ ໄປຖາມນີ້ 100 ຄົນນີ້ ຖືກຕົ້ມຢູ່ ປະມານ 90 ຄົນ ສິມີຢູ່ຈໍານວນ 10 ຄົນ ທີ່ໄດ້ເຂົ້າວຽກ ກໍມີແຕ່ລູກຫຼານຜູ້ໃຫຍ່ເພິ່ນ ປະຊາຊົນຊາວໄຮ່ຊາວນາ ເຮົານີ້ມີແຕ່ເສັຍເງິນຟຣີ ຖາມມາເປັນ 100 ຄົນວ່າເສັຍແລ້ວ ບໍ່ໄດ້ເຂົ້າຮຽນ ແລ້ວ ເງິນກໍບໍ່ໄດ້ ສົ່ງເຂົາຄືນອີກໃດ ຢາກຮູ້ວ່າ ເງິນຈໍານວນນັ້ນ ມັນໄປຢູ່ໃສ ນີ້ບໍທີ່ວ່າເປັນປະເດັນຫຼັກ ທີ່ວ່າເປັນຫຍັງ ຄົນເຮັດວຽກນໍາພັກຣັຖ ເຂົາຄືລວຍຂື້ນໆ ປະຊາຊົນນີ້ ຄືທຸກລົງ.”

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ ກະຊວງສຶກສາທິການ ໃຫ້ຄວາມເຫັນວ່າ ກໍມີຫາງສຽງມາໂດຍຕຣອດ ທາງການ ກໍພຍາຍາມ ຫາວິທີແກ້ໄຂ ແຕ່ກໍບໍ່ສາມາດ ກວດກາໄດ້ຢ່າງທົ່ວເຖີງ ໃນທຸກກໍຣະນີ ຈຶ່ງຢາກໃຫ້ປະຊາຊົນ ຢ່າຫລົງເຊື່ອຜູ້ທີ່ບອກວ່າ ຈະຊ່ອຍໃຫ້ ລູກຫລານຂອງທ່ານ ໄດ້ເຂົ້າເຮັດວຽກ ເປັນຣັຖກອນ ຫລັງຈາກຈົບຮຽນ:

“ບັນຫານີ້ ມັນພຍາຍາມສະກັດກັ້ນຢູ່ເນາະ ກໍມີມາຕການ ກໍມີສາຍດ່ວນສະພາ ໃຫ້ປະຊາຊົນ ຮ້ອງຮຽນເຂົ້າໄປ ມີຢູ່ຂັ້ນແຂວງ ແລະມີຂັ້ນ ຂອບເຂດ ໃນສະພາແຫ່ງຊາດ ຄື:ນະຄອນຫຼວງກໍມີ ສະພາຂັ້ນນະຄອນຫຼວງ ຕຶ່ມອີກເນາະ ເຂົາເຈົ້າກໍຮ້ອງຮຽນ ໄປຕາມຊ່ອງທາງເນາະ ເພິ່ນກໍລົງໄປແກ້ໄຂ ຮ່ວມກັນ ມີບັນຫາອິຫຍັງ ຄັນວ່າມີຫລັກຖານ ຈະຖືກປະຕິບັດວິນັຍ ປະຕິບັດຕາມກົດໝາຍເນາະ.”

ເຖິງຢ່າງໃດກໍຕາມ ທ່ານວ່າ ໃນຣະຍະ ທີ່ກອງປະຊຸມ ສະພາແຫ່ງຊາດ ກໍາລັງດໍາເນີນຢູ່ນີ້ ປະຊາຊົນກໍສາມາດ ໂທໄປຮ້ອງຮຽນ ເຣື້ອງ ດັ່ງກ່າວ ຜ່ານສາຍດ່ວນ ສະພາເລກທີ 156 ໄດ້ ເພື່ອແຈ້ງການ ໃຫ້ເຈົ້າໜ້າທີ່ຮັບຮູ້ ໃນການແກ້ໄຂບັນຫານີ້ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.