ຖແລງການຮ່ວມ:ສະຫະພັນ ສາກົລ ເພື່ອ ສິດທິມະນຸດ

ມະນີຈັນ
2018.06.11
F-FIDH ສະຫະພັນສາກົລ ເພື່ອ ສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ອອກຖແລງການຮ່ວມ ເນື່ອງໃນໂອກາດ ທີ່ ສະຫະປະຊາຊາດ ຈະທົບທວນ ການຣະເມີດ ສິດທິມະນຸດ ຢູ່ສປປລາວ ໃນເດືອນ ກໍຣະກະດາ 2018 ທີ່ນະຄອນ Geneva
Public Domain

ສິດທິພົລເຮືອນ ແລະສິດທິທາງການເມືອງ ໃນລາວ ຢູ່ໃນສະພາບ ຖືກຣະເມີດຢ່າງໜັກໜ່ວງ ຢູ່ຕໍ່ໄປ, ຕາມຖແລງການຮ່ວມ ຂອງ ສະຫະພັນ ສາກົລ ເພື່ອສິດທິມະນຸດ ຫລື FIDH ແລະ ຂະບວນການລາວ ເພື່ອ ສິດທິະມະນຸດ ຫລື LMHR ໃນມື້ວັນທີ 11 ມິຖຸນາ ກ່ອນໜ້າຄນະກັມການ ສິດທິມະນຸດ ສະຫະປະຊາຊາດ ຈະທົບທວນເປັນຄັ້ງທໍາອິດ ໃນມື້ວັນທີ 11 ແລະ 12 ກໍຣະກະດາ 2018 ນີ້ ທີ່ນະຄອນ Geneva ປະເທດ Switzerland.

ທ່ານ Andrea Giorgetta ຫົວໜ້າຜແນກເອເຊັຽ ຂອງ FIDH ກ່າວຕໍ່ RFA ຕອນນຶ່ງວ່າ:

"ທ່ານກ່າວວ່າ ຣັຖບານລາວ ໄດ້ຣະເມີດທຸກມາຕຣາ ຢ່າງໜັກໜ່ວງ ຣະເມີດສິດທິມະນຸດ ທຸກຢ່າງທີ່ຣະບຸໄວ້ໃນ ສົນທິສັນຍາ ສາກົລ ວ່າດ້ວຍສິດທິພົລເຮືອນ ສິດທິທາງການເມືອງ ຮວມເຖິງສິດເສຣີພາບ ໃນການສະແດງຄວາມຄິດເຫັນ ການໂຮມຊຸມນຸມ ຢ່າງສັນຕິ ແລະອື່ນໆ ທັງສິດເສຣີພາບ ທາງສາສນາ ນໍາດ້ວຍ."

ຄນະກັມການ ສິດທິມະນຸດສະຫະປະຊາຊາດ ຕິດຕາມການປະຕິບັດ ພັນທະທາງກົດໝາຍ ຕາມສົນທິສັນຍາສາກົລ ວ່າດ້ວຍ ສິທິພົລເຮືອນ ແລະສິດທິ ທາງການເມືອງ ຂອງບັນດາ ປະເທດພາຄີ ຊຶ່ງສປປລາວ ກໍເຂົ້າເປັນພາຄີ ເມື່ອປີ 2009 ນັ້ນ.

ທາງດ້ານ ຍານາງ ວານີດາ ເທບສຸວັນ ປະທານຂະບວນການລາວ ເພື່ອສິດທິມະນຸດ ທີ່ປະເທດຝຣັ່ງເສດ ກໍໄດ້ກ່າວໃນຖແລງການຮ່ວມ ນັ້ນວ່າ ທີ່ນະຄອນ Geneva ຄນະຜູ້ແທນຣັຖບານລາວ ຈະຕ້ອງໄດ້ຕອບ ຫລາຍຄໍາຖາມນັບຕັ້ງແຕ່ ເຣື່ອງການບັງຄັບ ໃຫ້ ທ່ານ ສົມບັດ ສົມພອນ ຜູ້ນໍາອົງການ ພາກປະຊາສັງຄົມຂອງລາວ ຫາຍສາບສູນໄປ ແລະການຕັດສິນລົງໂທດ ທີ່ໜ້າຕົກໃຈ ຂອງຣັຖບານລາວ ຕໍ່ພວກຄົນທີ່ຕິຕຽນ ຣັຖບານ ຊຶ່ງເຖິງເວລາແລ້ວ ທີ່ຣັຖບານລາວ ຈະເຮັດໃຫ້ຕົນຂາວສະອາດ ແລະແກ້ໄຂ ບັນຫາ ການລ່ວງຣະເມີດ ສິດທິພົລເຮືອນ ແລະສິດທິ ທາງການເມືອງ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.