ທະຫານຣັຖເຊັຽຊ່ອຍກູ້ ຣະເບີດ

ໄຊຍາ
2018.10.15
F-Russia ນາຍທະຫານຣັດເຊັຽ ຮ່ວມທັງ ນາຍທະຫານລາວ ລົງພື້ນທີ່ວາງແຜນງານ ການເກັບກູ້ລະເບີດ
ຮູປຈາກ ສໍານັກຂ່າວ ກອງທັບແຫ່ງຊາດ

ນາຍທະຫານ ຈາກກອງທັບຣັຖເຊັຍ ໄດ້ສົ່ງເຈົ້າໜ້າທີ່ ທະຫານ ເກັບກູ້ລະເບີດ ຈໍານວນ 36 ຄົນ ມາປະຈໍາການ ຢູ່ເມືຶຶອງຄຳເກີດ ແຂວງ ບໍລິຄຳໄຊ ເພື່ອຊ່ອຍເກັບກູ້ ຣະເບີດ ໃນເຂດດັ່ງກ່າວ ເປັນການຊ່ອຍເຫຼືອລ້າ ໃນການກູ້ຣະເບີດ ຢູ່ລາວ ແລະເປັນການ ສ້າງສັມພັນ ທາງການທະຫານ ຣະຫວ່າງ ທັງສອງປະເທດ. ດັ່ງເຈົ້າໜ້າທີ່ ຫ້ອງການທະຫານ ເມືອງຄຳເກີດ ກ່າວຕໍ່ ວິທຍຸ RFA ໃນວັນທີ 15 ຕຸລາ ນີ້ວ່າ:

“ມື້ນີ້ຫັ້ນເພິ່ນກ່າວເປີດໄຂພິທີ ຢ່າງເປັນທາງການຄາບເຊົ້າ ເກັບກູ້ນີ້ 6 ເດືອນ ຮອດວັນທີ 30 ເດືອນ 3, 2019 ເປັນເປົ້າໝາຍຫຼັກ ກະແມ່ນວ່າ ປະຕິບັດນະໂຍບາຍ ຫັ້ນແຫຼະ ກອງທັບຣັຖເຊັຍ ຊ່ອຍເຫຼືອຣັຖບານລາວ ຊ່ອຍເຫຼືອລ້າ.”

ທ່ານກ່າວຕື່ມວ່າ ໃນການເກັບກູ້ຣະເບີດເທື່ອນີ້ ຈະມີເຈົ້າໜ້າທີ່ທະຫານລາວ ເຂົ້າຮ່ວມນໍາຕາມແຜນ ຈະເກັບກູ້ຣະເບີດ ໃນພື້ນທີ່ 100 ເຮັກຕ້າ ແລະ ຊອກຫາຣະເບີດບໍ່ທັນແຕກ ທີ່ຢູ່ໃນພື້ນດິນເລິກຣະດັບ 50 ຊັງຕີແມັດ ເຖິງ 2,5 ແມັດ ໃນຂອບເຂດ 5 ບ້ານ ໃຫ້ແລ້ວ ພາຍໃນຣະຍະ ເວລາ 6 ເດືອນ.

ຫຼັງຈາກສໍາເຣັດພາລະກິດ ຢູ່ເມືອງຄໍາເກີດແລ້ວ ທີມທະຫານຣັຖເຊັຍ ກໍຈະໄປເກັບກູ້ຣະເບີດ ຢູ່ແຂວງອື່ນ ຕາມແຜນການ ຂອງພວກ ເຂົາເຈົ້າ ເຊິ່ງຈະເຮັດໃຫ້ການ ຊອກຫາຣະເບີດ ບໍ່ທັນແຕກໃນລາວ ມີຄວາມຄືບໜ້າຫຼາຍ ເພາະໃຊ້ເຄື່ອງມື ທັນສະໄໝ

ປັດຈຸບັນ ການເກັບກູ້ຣະເບີດໃນລາວ ມີທີມຈາກໂຄງການ UXO ແລະ MAG ເປັນຜູ້ເຮັດວຽກ ດັ່ງກ່າວ ໃນແຕ່ລະປີ ປະສົບກັບບັນຫາ ງົບປະມານ ແລະ ຈຳນວນ ພະນັກງານບໍ່ພຽງພໍ ເຊິ່ງມາຮອດປັດຈຸບັນ ສາມາດເກັບກູ້ຣະເບີດ ບໍ່ທັນແຕກ ໄດ້ໃນເນື້ອທີ່ 10,250 ເຮັກຕ້າ ແລະ ທຳລາຍຣະເບີດໄປ 7 ແສນ ປາຍລູກ ຍັງເຫຼືອລູກຣະເບີດ ຢູ່ປະມານ 80 ລ້ານປາຍລູກ ທີ່ຍັງຕົກຄ້າງ.

ອີງຕາມແຫຼ່ງຂ່າວ ພາຍໃນປະເທດ ຣາຍງານວ່າ ນອກຈາກ ຣັຖເຊັຍ ຊ່ອຍເຫຼືອເກັບກູ້ຣະເບີດ ບໍ່ທັນແຕກແລ້ວ ຣັຖເຊັຍ ຍັງຈະຊ່ອຍ ຝຶກອົບຮົມ ໃຫ້ພະນັກງານຂອງລາວ ແລະ ຈະຊ່ອຍພວກເຂົາ ໃນຄົ້ນຫາ ແລະສິດສອນ ວິທີການປ້ອງກັນໂຕ ແບບບຸກຄົນ. ພ້ອມທັງ ຈະສ້າງສາຂາ ສູນປະຕິບັດງານແຫ່ງຊາດ ແລະ ກອງກຳລັງປະກອບອາວຸດ ແຫ່ງຣັຖເຊັຍຂຶ້ນ ເຊິ່ງຈະກາຍເປັນສາຂາ ທີ 02 ຂອງ ໜ່ວຍງານດັ່ງກ່າວ ທີ່ຕັ້ງຢູ່ຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.