ເດັກນ້ອຍເຊກອງ 655 ຄົນ ບໍ່ໄດ້ຮຽນ ໜັງສື

ມະນີຈັນ
2019.06.12
F-Kids ເດັກນ້ອຍລາວ ໃນເຂດຊົນນະບົດ
RFA/SS

ໃນສົກຮຽນ 2018-19 ນີ້ ເດັກນ້ອຍທີ່ເຖິງເກນອາຍຸ ເຂົ້າໂຮງຮຽນປະຖົມ ແຕ່ 6 ປີຫາ 10 ປີ ຢູ່ແຂວງເຊກອງ 655 ຄົນ ຫຼື 1 ຈຸດ 7 ສ່ວນຮ້ອຍ ໃນຈໍານວນນັກຮຽນ ທັງໝົດ 38,500 ຄົນບໍ່ໄດ້ເຂົ້າໂຮງຮຽນ ຄືມີຈໍານວນເພິ່ມຂຶ້ນຈາກ ສົກຮຽນປີກາຍ ທີ່ມີພຽງ 0 ຈຸດ 9 ສ່ວນຮ້ອຍ. ເດັກນ້ອຍທີ່ບໍ່ໄດ້ ເຂົ້າໂຮງຮຽນທີ່ວ່ານີ້ ສ່ວນຫຼາຍແມ່ນເດັກນ້ອຍຊົນເຜົ່າ ທີ່ຢູ່ໃນເຂດຫ່າງໄກສອກຫຼີກບໍ່ມີໂຮງຮຽນ ຫຼື ມີກໍຢູ່ໄກ ແລະພໍ່ແມ່ກໍທຸກຍາກ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງເຊກອງ ທ່ານນຶ່ງ ຕໍ່ RFA ໃນວັນທີ 11 ມິຖຸນາ ນີ້:

"ສໍາລັບສົກ 18-19 ປະຊາກອນໃນເກນເຂົ້າໂຮງຮຽນ ບໍ່ໄດ້ເຂົ້າໂຮງຮຽນ 6-10 665 ຄົນ ໃນເດັກນ້ອຍທັງໝົດ ໄດ້ເຂົ້າໂຮງຮຽນ 38 ພັນ 500 ຄົນ ຍົກຕົວຢ່າງວ່າ ໂຮງຮຽນກິນນອນ ຫັ້ນນະ ແຂວງເຊກອງ ມີຢູ່ 2 ເມືອງ, ເມືອງດາກຈຶ້ງ ເມືອງກະລືມ ມັນເປັນເຂດຫ່າງໄກ ອິຫລີ ເພາະວ່າໂຮງຮຽນ ບໍ່ມີຫໍພັກຢູ່ ນັກຮຽນບໍ່ມີບ່ອນນອນ ໄກເຕິບ ແຫລະ 30-40 ກິໂລແມັດ."

ທ່ານກ່າວຕື່ມວ່າ ເຖິງຢ່າງໃດກໍດີ ກໍມີເດັກນ້ອຍຊົນເຜົ່າ ໄດ້ຮັບທຶນການສຶກສາ 100 ທຶນ ຈາກກອງທຶນການສຶກສາ ເພື່ອການພັທນາຂອງ ຕ່າງປະເທດ ປະຈໍາປະເທດລາວ EDF-LAO ທີ່ຊ່ອຍທາງດ້ານ ອຸປກອນການຮຽນ, ສົ້ງ, ເສື້ອ, ເກິບ ແລະ ຣົຖຖີບ. ແລະອີກ 100 ປາຍ ທຶນຈາກກອງທຶນ ESDT ຂອງທະນາຄານໂລກ ທີ່ຊ່ອຍເປັນເບັ້ຽລ້ຽງ ອຸປກອນການຮຽນ ແລະບ່ອນນອນໃຫ້ນັກຮຽນ ແຕ່ທຶນຈໍານວນ ດັ່ງກ່າວ ກໍບໍ່ພຽງພໍ ດັ່ງເຈົ້າໜ້າທີ່ ຜແນກສືກສາທິການ ແລະກິລາ ແຂວງເຊກອງ ອີກຜູ້ນຶ່ງເວົ້າວ່າ:

"ພວກເຮົາມີທຶນສນັບສນູນ ໃຫ້ເດັກນ້ອຍ ດ້ອຍໂອກາດ ສ່ວນຫລາຍ ກໍມີແຕ່ເດັກຊົນນະບົດ ເຜົ່າ EDF ລາວ ເດັກມີຈຸດປະສົງ ຢາກຮຽນ ແຕ່ເງື່ອນໄຂ ບໍ່ເອື້ອອໍານວຍ ຖ້າເຮົາໄປສນັບສນູນ ເປັນເງື່ອນໄຂໃຫ້ເດັກ ໄດ້ເຂົ້າໂຮງຮຽນຈົບ ນັ້ນແຫລະເນາະ ແຕ່ມັນກໍບໍສາມາດ ຈະເຂົ້າເຖິງໄດ້ໝົດ.”

ທຶນຊ່ອຍເຫລືອ ຂອງ EDF-LAO ແລະ ຂອງ ESDT ທີ່ເຂົ້າມາທຸກປີນັ້ນ ເປັນທຶນຊ່ອຍເຫລືອລ້າ. ເດັກນ້ອຍຊົນເຜົ່າຜູ້ໃດ ທີ່ຮຽນຢູ່ໃນ ຣະດັບກາງ ແລະຮຽນເກັ່ງ ຕ້ອງການຮຽນ ບໍ່ຂາດໂຮງຮຽນ ຄອບຄົວທຸກຍາກ ຈະໄດ້ຮັບທຶນນັ້ນ.

EDF-LAO ເວົ້າເຖິງຣະດັບການເຕີບໂຕ ຂອງເດັກນ້ອຍລາວ ຮວມທັງການບໍ່ໄດ້ເຂົ້າ ໂຮງຮຽນປະຖົມ ແລະ ມັທຍົມ ອົງການຊ່ວຍເຫລືອ ເດັກນ້ອຍ Save The Children ຣະບຸໃນບົດຣາຍງານ Global Childhood ວ່າ ເດັກນ້ອຍລາວ ເຕີບໂຕດ້ວຍຄຸນນະພາບຕໍ່າ ຄືຢູ່ ໃນອັນດັບທີ 145 ໃນຈໍານວນ 176 ປະເທດທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.