ຫ້ອງການສຶກສາ ຂ.ເຊກອງ ພົບ ໃບປະກາດປອມ

ອຸ່ນແກ້ວ ສຸກສະຫວັນ
2019.08.30
f-dip ໃບປະກາດມີໄວ້ ຮັບປະກັນວ່າ ບຸກຄົນນັ້ນ ໄດ້ຜ່ານການຮຽນຮູ້ ຈາກສະຖາບັນການສຶກສາ ແລະ ຈົບຫຼັກສູດ
Photo: RFA

ຂໍ້ມູນຈາກເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງເຊກອງ ທີ່ເຜີຍແຜ່ອອກມາໃນເດືອນ ສິງຫາ ນີ້ພົບວ່າພະນັກງານຣັຖກອນ ແຂວງ ໃຊ້ໃບປະກາດປອມ ກວ່າ 700 ຄົນ.

ຂໍ້ມູນດັ່ງກ່າວ ໄດ້ເຜີຍແຜ່ອອກມາ ໂດຍອີງໃສ່ຜົນຂອງກອງປະຊຸມ ຖອດຖອນບົດຮຽນ ວຽກງານກວດໃບປະກາດສະນີຍະບັດ ຂອງ ພະນັກງານຣັຖກອນ ທົ່ວແຂວງເຊກອງ.

ບັນຫາການປອມແປງ ໃບປະກາດສະນີຍະບັດ ມັນບອກເຖິງສະຖາບັນການສຶກສາ ທີ່ອ່ອນແອ ຕລອດເຖິງຂັ້ນຕອນ ການຄັດເລືອກເອົາ ພະນັກງານ ຣັຖກອນເຂົ້າເຮັດວຽກ ນຳ. ດັ່ງນັກຊ່ຽວຊານ ຜູ້ເຮັດວຽກໃນໂຄງການພັທນາການສຶກສາ ທ່ານ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ເປັນສິ່ງທີ່ສະແດງອອກ ເປັນສິ່ງທີ່ບົ່ງບອກເຖິງຄວາມອ່ອນແອ ຂອງສະຖາບັນການສຶກສາ ທີ່ສາມາດປອມແປງໄດ້ ຫຼື ທີ່ສາມາດຊື້ໄດ້ ລວມໄປເຖິງຂະບວນການຄັດເລືອກ ພະນັກງານ ຂະບວນການກວດສອບ ເບິ່ງເອກກະສານວ່າ ອັນໃດຖືກ ອັນໃດຜິດ.”

ລະບົບການສຶກສາອ່ອນແອ ສະຖາບັນກາເຮັດວຽກອ່ອນແອ ມັນຈະສົ່ງຜົນເຮັດໃຫ້ ພະນັກງານຣັຖກອນ ຂາດຫລັກຈັນຍາບັນ.

“ຄວາມອ່ອນແອ ຂອງສະຖາບັນ ບໍ່ວ່າການສຶກສາ ບໍ່ວ່າ ບ່ອນເຮັດວຽກ ແລະ ສອງນີ້ ມັນແມ່ນສັນຍານທີ່ບົ່ງບອກການ ເຂົາເອີ້ນວ່າ ຄົນ ຫລື ວ່າ ພະນັກງານ ທີ່ຂາດ ຈັນຍາບັນ.”

ຊ່ຽວຊານທ່ານນີ້ ກ່າວຕື່ມອີກວ່າ ການຂີ້ຕົວະ ແລະ ປອມແປງໃບປະກາດ ເພື່ອສະໜັກງານ ແລະ ເພື່ອເອົາໃບປະກາດໄປເລື່ອນຕຳແໜ່ງ ມັນບໍ່ເກີດຂຶ້ນຢູ່ສະເພາະ ແຕ່ ແຂວງເຊກອງ, ແຕ່ໃນຕົວຈິງຈຳນວນ ທີ່ເຈົ້າໜ້າທີ່ ໃຊ້ໃບປະກາດປອມ ທີ່ຍັງບໍ່ສາມາດກວດພົບນັ້ນ ຍັງມີ ອີກຫລາຍກວ່ານີ້.

ກ່ຽວກັບການກວດກາໃບປະກາດສະນີຍະບັດ ໃນຄັ້ງນີ້ ທາງການແຂວງເຊກອງ ໄດ້ຈັດຕັ້ງຄນະລົງໄປກວດກາໃນຂັ້ນແຂວງ ແລະ ລົງໄປ ກວດກາໃນຂັ້ນເມືອງຕ່າງໆ. ເຈົ້າໜ້າທີ່ກວດກາພັກຣັຖ ແຂວງເຊກອງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ລວມໝົດແຂວງເພິ່ນໄດ້ຈັດຕັ້ງຄນະລົງໄປກວດກາ ໃນຂັ້ນແຂວງລົງໄປ ແຕ່ລະເມືອງໆ ໄປກວດສອບຄືນກ່ຽວກັບ ໃບປະກາດ ມ. ຕົ້ນ, ມ ປາຍ ເນາະ ຄັນຕາມສະພາບ ແລ້ວບໍ່ມີ ບາງຄົນກໍມີ ແຕ່ວ່າເວລາເຂົ້າເຮັດ ແຕ່ວ່າເວລາເຊົ້າ ເຮັດວຽກກວດເອກກະສານຫັ້ນ ບາດໄປກວດ ສອບຄືນ ບາງເທື່ອວ່າມັນບໍ່ແມ່ນ ຄ້າຍຄືກັບວ່າ ມັນບໍ່ໄດ້ຈົບ ແທ້ວ່າຊັ້ນ ມັນຂ້າມຊັ້ນ."

ເຈົ້າໜ້າທີ່ກວດກາ ພັກ-ຣັຖ ທ່ານນີ້ ຍັງກ່າວຕື່ມອີກວ່າ ຫາກບໍ່ໄດ້ກວດສອບ ເບິ່ງຂໍ້ມູນ ຂອງ ພະນັກງານຣັຖກອນ ກໍບໍ່ຮູ້ເລີຍວ່າ ຄົນໃດ ຮຽນຈົບແທ້ ຫລື ວ່າ ເອົາໃບປະກາດ ປອມ ມາສະໝັກເຮັດວຽກ ເພື່ອເຂົ້າມາເປັນຣັຖກອນ ຊຶ່ງໄລຍະຜ່ານມາ ຣັຖກອນເຫລົ່ານັ້ນ ກໍໄດ້ ຮັບເງິນເດືອນ ແລະ ເງິນອຸດໜູນທຸກເດືອນ ເປັນປົກກະຕິ.

ສ່ວນວ່າ ມາດຕະການໃນການແກ້ໄຂ ແລະ ບົດລົງໂທດ ກໍຄື ໃຫ້ໄປຮຽນຄືນ ແລະ ອອກເປັນຣັຖກອນ. ດັ່ງເຈົ້າໜ້າທີ່ ກວດກາພັກ-ຣັຖ ແຂວງເຊກອງ ໄດ້ກ່າວຕໍ່ ເອເຊັຽເສຣີ ອີກວ່າ:

"ໂຕນີ້ ອັນດັບນຶ່ງທີ່ວ່າບໍ່ມີເນາະ ໃນກໍລະນີນຶ່ງ ແມ່ນໃຫ້ຮຽນຄືນ ບໍ່ໄດ້ຮຽນຈົບຕົ້ນ ກໍຕ້ອງໄປຮຽນຈົບຕົ້ນຄືນ ຜູ່ໃດບໍ່ໄດ້ຮຽນຈົບ ມ ປາຍ ຮຽນ ມ ປາຍຄືນ ຄວາມໝາຍແນວນັ້ນ ແຕ່ວ່າຖ້າມັນກໍຣະນີ ໜັກ ແລ້ວກໍເພິ່ນ ກໍປະຕິບັດຕາມລະບຽບ ແມ່ນຖືວ່າໃຫ້ເອົາອອກ 2 ຢ່າງນີ້."

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງເຊກອງ ກໍປະຕິເສດວ່າ ບໍ່ຮູ້ ບໍ່ເຫັນ ໃນເລື້ອງນີ້. ດັ່ງ ຍານາງ ອາດສາມ ຈັນທາ, ຮອງຫົວໜ້າຜແນກ ສຶກສາ ແຂວງເຊກອງ ໄດ້ກ່າວເອເຊັຽເສຣີ ໃນວັນທີ 28 ສິງຫາ ວ່າ:

"ໂອໂຕນີ້ ອາຈານບໍ່ຮູ້ນຳເພິ່ນເດີ ມີແຕ່ວ່າ ກະບໍ່ໄດ້ກ່ຽວຂ້ອງກັບ ອາຈານ ກໍເລີຍ ບໍ່ໄດ້ເຂົ້າໃຈ ບໍ່ໄດ້ສຶກສາເບິ່ງເນາະວ່າ ມັນເປັນຈັ່ງໃດ."

ນອກຈາກນີ້, ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ທ່ານ ກອງສີ ຮອງຣັຖມົນຕຼີ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 28 ສິງຫາ, ແຕ່ ທ່ານ ບໍ່ສະດວກທີ່ຈະໃຫ້ສຳພາດ.

ທີ່ຜ່ານມາ ກໍມີເລື້ອງການສອບເສັງຊັ້ນ ມ ປາຍ ທົ່ວປະເທດ ກໍມີບັນເລື້ອງຂໍ້ສອບຮົ່ວ ຈົນກະຊວງສຶກສາ ມີຄຳສັ່ງໃຫ້ສອບເສັງຄືນໃໝ່.

ໃນ ວັນທີ 9 ກໍຣະກະດາ 2015, ກະຊວງສຶກສາທິການ ແລະກິລາ, ໄດ້ມີການຊີ້ແຈງ ຕໍ່ຄໍາຊັກຖາມ ຂອງປະຊາຊົນ ຜ່ານໂທຣະສັບ ສາຍດ່ວນ ສະພາແຫ່ງຊາດ.

ນຶ່ງໃນບັນຫາກໍແມ່ນ ບົດສອບເສັງ ຈົບຊັ້ນມັທຍົມປາຍ ຮົ່ວ, ໃນວັນທີ 26 ມິຖຸນາ 2015. ຍານາງ ແສງເດືອນ ຫລ້າຈັນທະບູນ ເວລາ ທີ່ທ່ານຍັງເປັນຮອງ ຣັຖມົນຕຣີ ກະຊວງ ສຶກສາ ແລະ ກິລາ ໃນເວລານັ້ນ ໄດ້ກ່າວວ່າ:

"ໄດ້ມີການຕັດຊອງ ຫົວບົດສອບເສັງກ່ອນເວລາ ໃນສູນສອບເສັງແຫ່ງນຶ່ງ, ສະນັ້ນເພື່ອຄວາມໂປ່ງໄສ ຈຶ່ງໄດ້ສັ່ງ ໃຫ້ໂຈະການສອບເສັງ ໃນທົ່ວປະເທດ, ໃນມື້ນັ້ນເລີຍ, ແລ້ວກໍໄດ້ແຈ້ງໃຫ້ ເລື່ອນໄປສອບເສັງ ສອງວິຊາ ໃນມື້ໃຫມ່. ການເລື່ອນການສອບເສັງ ໄດ້ສົ່ງຜົລກະທົບ ໃຫ້ສິ້ິ້ນເປືອງເວລາ, ເສັຽງົບປະມານ, ແລະເສັຽຄວາມຮູ້ສຶກ, ເສັຽ ຄວາມຕັ້ງໃຈ ຂອງທຸກຄົນ ທີ່ຕັ້ງໃຈເຮັດວຽກງານ ໃຫ້ອອກມາດີ. ດັ່ງນັ້ນ ເພື່ອປັບປຸງ ການສອບເສັງ ໃຫ້ດີຂຶ້ນກວ່າເກົ່າ ໃນຕໍ່ຫນ້າ, ກະຊວງສຶກສາ ຈະ ຫາວິທີປ້ອງກັນ ແລະ ມີ ມາຕການທີ່ ຮັດກຸມກວ່າເກົ່າ."

ໃນກາງເດືອນກັນຍາ ປີ 2016, ຄນະກຳມະການ ຮັບຜິດຊອບການສອບເສັງລ ະດັບຊາດ ໄດ້ອອກຄຳສັ່ງໃນວັນທີ 15 ກັນຍາ ໃຫ້ເສັງ ເຂົ້າມະຫາວິທຍາໄລ ແຫ່ງຊາດຄືນໃໝ່ ຍ້ອນວ່າ ຂໍ້ສອບຮົ່ວ.

ນອກຈາກນີ້ ຍັງມີການຊື້ຈ້າງເຂົ້າເຮັດວຽກ ຫລື ເລື່ອນຊັ້ນເຂົ້າໃນຕຳແໜ່ງທີ່ເໝາະສົມ ແລະ ການເຮັດວຽກຢູ່ໃນສະຖາບັນການເງິນ ຕ້ອງໄດ້ຈ້າງເປັນເງິນຫລາຍແສນບາດ ເປັນສະກຸນເງິນໄທ, ດັ່ງປະຊາຊົນທ່ານນຶ່ງ ເຄີຍກ່າວຕໍ່ເອເຊັຽເສຣີ ວ່າ:

"ເຈົ້າໄປເຂົ້າ ທະນາຄານດັງໆ ມັນກ່າເວົ້າ ແຕ່ເປັນສາມແສນບາດຂຶ້ນໄປ ຈ່າຍໃຫ້ເຂົາໂລດແຫລະ ນາຍໜ້າເຂົາຊິເອົາເຂົ້າ 5 ແສນບາດ ໃດ, ຮັບປະກັນ ຄັນ 5 ແສນ."

ນອກຈາກນີ້ ການສອບເສັງເຂົ້າເປັນຣັຖກອນ ກໍຍັງມີການເລືອກເອົາ ເຄືອຍາດ ແລະ ບຸກຄົນທີ່ຮູ້ຈັກ ຫລືວ່າ ລູກຫລານຂອງຕົນເອງ, ດັ່ງຜູ່ທີ່ເຄີຍເສັງເຂົ້າ ຣັຖກອນທ່ານນຶ່ງ ເຄີຍກ່າວຕໍ່ເອເຊັຽເສຣີ ວ່າ:

"ການເສັງເອົາບັດຂຽວ ນີ້ແມ່ນໃຜກະສາມາດ ໄປເສັງເຂົ້າໄດ້, ອາການເສັງນີ້ ກະແບບວ່າ ບໍ່ເຄັ່ງຄັດ ໃຜກ່າຍກະໄດ້ ສລຸບລວມອອກມາ, ຜູ້ໃດກະໄດ້ ຄະແນນສູງໝົດ, ອັນທີ່ຈິງແລ້ວ ກະບໍ່ມີຜົນຫຍັງດອກ ເພາະວ່າຂະເຈົ້າ ກະເບິ່ງວ່າ ຜູ້ທີ່ຈະເສັງເຂົ້າ ມີຄຸນນະວຸດທິ ອັນອື່ນ ຫລືວ່າຈະເບິ່ງອັນໜ້າວ່າ ເປັນລູກຫລານໃຜບໍ່ ຫລືວ່າຂະເຈົ້າ ມີໂຄຕາສະເພາະ ລູກຫລານຂະເຈົ້າ ຫັ້ນນ່າ ສຸດທ້າຍລະກະບໍ່ມີຜົນຫຍັງ ດອກ."

ຢູ່ໃນສັງຄົມລາວ, ຫລາຍຄົນກໍໃຫ້ທັສນະ ວ່າການໃຊ້ປະກາດປອມ, ຂໍ້ສອບຮົ່ວ, ແລະ ການຈ້າງເຂົ້າເຮັດວຽກ ກາຍເປັນເລື້ອງປົກກະຕິ ໄປແລ້ວ ຍ້ອນວ່າ ຫລາຍຄົນໄດ້ເຫັນ ແລະ ໄດ້ຍິນຢູ່ກັນຕະຫລອດ.

ແຕ່ຖ້າບໍ່ໃຊ້ໃບປອມ ບໍ່ໃຊ້ເງິນຊື້ຈ້າງເຂົ້າເຮັດວຽກ ແລະ ຂໍ້ສອບເສັງບໍ່ຮົ່ວ ອັນນັ້ນ ຖືວ່າ ເປັນເລື້ອງຜິດປົກກະຕິ ໄປແລ້ວ ຊຶ່ງມັນສະແດງ ໃຫ້ເຫັນເຖິງ ສັນຍານອັນຕະລາຍ ໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.