ການຂຽນ/ອ່ານ ໃນຊັ້ນປະຖົມ ຂ.ຫົວພັນ

ອຸ່ນແກ້ວ ສຸກສະຫວັນ
2017.08.28
f-school ໂຮງຮຽນແຫ່ງນຶ່ງ ໃນເຂດຊົນນະບົດ ຂອງລາວ
RFA/PN

ນັກຮຽນໃນຊັ້ນປະຖົມ ຢູ່ແຂວງຫົວພັນ ສ່ວນຫຼາຍ ຍັງບໍ່ສາມາດ ອ່ານແລະຂຽນ ພາສາລາວ ໄດ້ດີຍ້ອນວ່າ ຄຣູສອນ ພໍ່ພຽງພໍ ຈຶ່ງເຮັດໃຫ້ ການກໍາກັບ ນໍາເລື້ອງ ການຮຽນການສອນ ບໍໍ່ທົ່ວເຖິງກັນ. ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຫົວພັນ ໄດ້ກ່າວວ່າ:

"ປັດຈຸບັນນີ້ ກ່ຽວກັບແຂວງຫົວພັນຂອງພວກເຮົາ ວ່າດ້ວຍເລື້ອງຄຸນນະພາບໜັກຢູ່ ພາສາລາວ ກັບຄະນິດສາດນີ້ແຫຼະ ເຮົານີ້ມັນມີ ມັນມີ ຫ້ອງສອນຄວບຫຼາຍເນາະ ຄັນຄວບຫລາຍຄື ຊັ້ນປໍນຶ່ງນີ້ນະ ຄູເຮົາຕ້ອງໄດ້ ເອົາໃຈໃສ່ເນາະ ດ້ານການເວົ້າ ການຂຽນເນາະ ແຕ່ວ່າເຮົາ ສອນຄວບ ນີ້ແນ່ນອນ ເຮົາເອົາກິຈກັມ ໃຫ້ແລ້ວ ກັບຊັ້ນປໍສອງ ແນວນີ້ເນາະ ເຮັດກັບ ຊັ້ນປໍສາມ ແນວນີ້ເນາະ ມັນພາໃຫ້ ຄຸນນະພາບ ຂອງພວກເຮົາ ຫນັກທີ່ສຸດ ພາສາລາວ ກັບ ຄະນິດສາດ".

ຈຳນວນຄຣູສອນ ບໍ່ພຽງພໍກັບ ຈຳນວນນັກຮຽນ ຍັງເປັນບັນຫານຶ່ງ ຂອງແຂວງຫົວພັນ ຍ້ອນວ່າ ຄຣູນຶ່ງຄົນ ຕ້ອງໄດ້ສອນ ຫລາຍຊັ້ນຮຽນ ຢູ່ໃນຫ້ອງດຽວກັນ, ສ່ວນຫຼາຍແມ່ນໂຮງຮຽນປະຖົມ ໃນເຂດຊົນນະບົດ ຊຶ່ງຈະມີຄຣູສອນພຽງແຕ່ 1-2 ຄົນ ເທົ່ານັ້ນ ຕໍ່ໂຮງຮຽນ. ອີງຕາມ ຂໍ້ມູນຈາກຫ້ອງການ ຜແນກສຶກສາທິການ ແລະກິລາ ແຂວງຫົວພັນ.

ອີກສາເຫດນຶ່ງກໍຄື ຢູ່ເຂດຊົນນະບົດ ພໍ ແມ່ ຜູ້ປົກຄອງ ບໍ່ມີເວລາສອນລູກ ຍ້ອນວ່າ ເຂົາເຈົ້າຕ້ອງ ທຳມາຫາກິນ. ດັ່ງເຈົ້າໜ້າທີ່ກ່າວວ່າ:

"ອັນຕົວນີ້ມັນຈະໜັກຢູ່ບ່ອນວ່າ ຂະເຈົ້າອ່ານບໍ່ໄດ້ ຂຽນບໍ່ເປັນຫັ້ນນະເນາະ ແນວວ່າໜັກໃນເຂດນອກ ສ່ວນຫຼາຍກັບໄປບ້ານ ການຮ່ວມ ມື ຂອງພໍ່ແມ່ ທີ່ຈະສອນລູກ ຍັງບໍ່ດີ ເທົ່າທີ່ຄວນນະ".

ທີ່ຜ່ານມາຜແນກສຶກສາທິການ ແລະກິລາ ແຂວງຫົວພັນ ພຍາຍາມແກ້ໄຂບັນຫາ ດັ່ງກ່າວ ດ້ວຍການ ຈັດຊັ້ນຮຽນບຳລຸງ ໃຫ້ແກ່ນັກຮຽນ ທີ່ອ່ານບໍ່ອອກ ແລະ ຂຽນບໍ່ໄດ້ ແລະ ຈະມີການປະເມີນ ຜົນການຮຽນ ຂອງນັກຮຽນ ດັ່ງກ່າວທຸກໆເດືອນ.

ນອກຈາກນີ້ ແຕ່ກໍມີນັກຮຽນບາງຄົນ ທີ່ຢູ່ຊັ້ນປໍ 5 ແລ້ວ ຍັງບໍ່ສາມາດ ອ່ານແລະຂຽນ ພາສາລາວ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.