ປະທານປະເທດຂໍໃຫ້ ຕຳຣວດ ເປັນ ມິດປະຊາ

ໄຊຍາ
2021.04.07
ປະທານປະເທດຂໍໃຫ້ ຕຳຣວດ ເປັນ ມິດປະຊາ ປະທານປະເທດ ສປປລາວ ໄດ້ກ່າວ ສູນທອນພົດ ເນື່ອງໃນໂອກາດ ສລອງວັນ ສ້າງຕັ້ງ ກຳລັງປ້ອງກັນ ຄວາມສະຫງົບ ເມື່ອວັນທີ 05 ເມສາ 2021
ຂອບໃຈພາບ: ວາລະສານ ປ້ອງກັນ ຄວາມສະຫງົບ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ໄດ້ກ່າວສູນທອນພົດ ເນື່ອງໃນໂອກາດສລອງວັນ ສ້າງຕັ້ງກຳລັງປ້ອງກັນ ຄວາມສະຫງົບ ເມື່ອວັນທີ 05 ເມສາ ຄົບຮອບ 60 ປີ ໂດຍທ່ານໄດ້ຮຽກຮ້ອງໃຫ້ ຕຳຣວດລາວ ໃນທົ່ວປະເທດຕ້ອງເປັນມິດ ກັບ ປະຊາຊົນເພື່ອໃຫ້ ປະຊາຊົນໄດ້ຣາຍງານເບາະແສ ໃຫ້ເຈົ້າໜ້າທີ່ ເມື່ອພົບສິ່ງບໍ່ດີ ໃນທ້ອງຖິ່ນ. ດັ່ງ ທ່ານ ທອງລຸນ ສີສຸລິດ ໄດ້ ກ່າວບາງຕອນວ່າ:

"ຕຳຣວດປະຊາຊົນຕ້ອງມີນໍ້າໃຈ ປົກປ້ອງຊັບສີນ ແລະ ຜົລປໂຍດຂອງປະຊາຊົນ ຢ່າງຖືກຕ້ອງ ແລະເປັນທັມແທ້ ໃຫ້ປະຊາຊົນມີ ສ່ວນຮ່ວມ, ປະຊາຊົນຮ່ວມມື ແລະ ປະຊາຊົນກ້າ ຣາຍງານເບາະແສ ເມື່ອເຫັນສິ່ງທີ່ເກີດຂື້ນ ທີ່ບໍ່ຊອບມາພາກົລ, ທີ່ເປັນອັນຕະຣາຍ ຕໍ່ສັງຄົມ ຕໍ່ພົລເມືອງໃນທ້ອງຖິ່ນຂອງເຂົາ. ຫລີກທີ່ສຸດການກະທໍາໃດໆ ທີ່ເຮັດໃຫ້ ປະຊາຊົນຢ້ານ ປະຊາຊົນບໍ່ກ້າເວົ້າ ປະຊາຊົນບໍ່ ກ້າຣາຍງານ ແລະ ບໍ່ກ້າເຂົ້າເຖິງເຈົ້າໜ້າທີ່."

ໂດຍທົ່ວໄປປະຊາຊົນລາວ ກໍຢ້ານເຈົ້າໜ້າທີ່ຕຳຣວດຢູ່ແລ້ວ ທີ່ຢ້ານຫລາຍກວ່າໝູ່ ກໍແມ່ນ ຕຳຣວດຕັ້ງດ່ານກວດຣົດ ເມື່ອຖືກກັກ ແລ້ວກໍຕ້ອງໄດ້ເສັຽເງິນ ແລະ ບັນຫານີ້ກໍເປັນທົ່ວ ປະເທດທີ່ຕຳຣວດ ຈາຣະຈອນຕັ້ງດ່ານກວດເກືອບທຸກເຂດ.

"ຄັນເຫັນດ່ານຕຳຣວດແລ້ວກະຢ້ານ ຢ້ານວ່າບາງຄັ້ງກໍຄັນເພິ່ນໄດ້ຈັບ ແລ້ວຄັນບໍ່ໄດ້ເງິນ ກະບໍ່ຍອມຫັ້ນນ່າ ໄດ້ 20-30 ພັນ ເພິ່ນກໍແນວນັ້ນເຄີຍເທື່ອນຶ່ງ ຄັນໃສ່ກັນນ໊ອກ ບາງທີ່ ກໍຣົດບໍ່ມີແວ່ນ ບາງທີ່ຣົດບໍ່ມີຕະກ້າ ປັບໄປຕາມນັ້ນຢູ່."

ມີບາງກໍຣະນີຕຳຣວດ ກໍມີພືດຕິກັມ ທີ່ກ່າວຫາປະຊາຊົນ ຫລືຂົ່ມຂູ່ໃນຂນະທີ່ ປະຕີບັດໜ້າທີ່ ເພື່ອເຮັດໃຫ້ປະຊາຊົນຢ້ານ. ໃນຍຸກ ປັຈຈຸບັນ ສື່ສັງຄົມອອນລາຍ ເປັນເຄື່ອງມືນຶ່ງ ທີ່ຊ່ອຍໃຫ້ ປະຊາຊົນຂໍຄວາມເປັນທັມໄດ້ ເມື່ອຕຳຣວດນາບຂູ່ ບໍ່ເປັນທັມ, ດັ່ງ ປະຊາຊົນລາວ ໄດ້ກ່າວວ່າ.

"ເອີ; ກະຖ່າຍໄດ້ຢູ່ ເຮົາກະຖ່າຍຮູບ ເຂົາກະຖ່າຍຮູບເຮົາ ຖ່າຍຮູບຊື່ໆ ແລ້ວກະຖ່າຍວີດີໂອໄວ້ ຊິລົງເຟສລົງຫຍັງກະໄດ້ ຄັນວິຈານ ຫລາຍກະບໍ່ໄດ້ແຫລະ."

ປະຊາຊົນອີກຄົນນຶ່ງ ໃຫ້ຄວາມເຫັນວ່າ ຕຳຣວດຫລາຍຄົນ ກໍເປັນທັມ ແຕ່ຜູ້ບໍ່ໃຫ້ຄວາມເປັນທັມກໍມີ ທຸກບ່ອນມັນກໍມີໝົດ ບໍ່ວ່າແຕ່ ຕຳຣວດ.

"ບາງຄົນຢ້ານບາງຄົນ ກໍອາດຈະບໍ່ຢ້ານເນາະ ເຈົ້າໜ້າທີ່ເຮົາ ກະມີຜູ້ເປັນທັມ ຜູ້ບໍ່ເປັນທັມກະມີເນາະ ທຸກປະເທດທຸກບ່ອນແຫຼະ ມັນມີໝົດຕ່າງແຕ່ວ່າ ເຮົາຕ້ອງເຂົ້າໄປເຖິງຜູ້ທີ່ ເປັນທັມຫັ້ນ."

ສ່ວນເຣື່ອງ ປະທານປະເທດ ໄດ້ກ່າວເຖິງ ກ່ຽວກັບການໃຫ້ຕຳຣວດ ມີການສະກັດກັ້ນສື່ ອອນລາຍ ທີ່ສ້າງຄວາມບໍ່ສງົບນັ້ນ ດຣ.ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ໄດ້ກ່າວວ່າ.

"ຂ້າພະເຈົ້າເຫັນວ່າ ຕໍ່ການທີ່ວ່າຈະມີການປາບປາມ ສື່ສັງຄົມອອນລາຍ ທີ່ເຮັດໃຫ້ສັງຄົມມີຄວາມວຸ້ນວາຍນັ້ນແມ່ນເພິ່ນ ກຳລັງກ່າວ ຜິດພາດແລ້ວ. ເພາະວ່າສື່ສັງຄົມ ອອນລາຍ ແມ່ນສີ່ງທີ່ເຮັດໃຫ້ສັງຄົມ ໄດ້ມີການແລກປ່ຽນຂໍ້ມູນ ຂ່າວສານຕ່າງໆ ທີ່ມີຄວາມຈິງ ທາງພັກ-ຣັຖ ເພິ່ນພຍາຍາມປົກປິດ ຄວາມຈິງ."

ການສລອງວັນກຳລັງປ້ອງຄວາມສງົບຂອງລາວ ຄົບຮອບ 60 ປີ ເປັນຢ່າງລຽບງ່າຍ ກະທັດຮັດ ບໍ່ໄດ້ຈັດມີພີທີສວນສະໜາມ ສະແດງກຳລັງແຕ່ຢ່າງໃດ. ມີພຽງແຕ່ການຈັດໂຮມ ຊຸມນຸມ ຟັງປະທະກະຖາ ຈາກ ປະທານປະເທດ ສປປ ລາວ ແລະ ແຕ່ລະ ໜ່ວຍງານ ກໍຈັດຕາມອັດຕະພາບ ຂອງໜ່ວຍງານທີ່ມີເງື່ອນໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Lao
May 15, 2021 07:34 PM

ຖາມປະຊາຊົນແລ້ວບໍ ວ່າຢາກເປັນມິດກັບຕໍາລວດບໍ່?