ຂ່າວການສືບສວນເຣື້ອງ ທ.ສົມບັດ
2013.03.05

ເຈົ້າໜ້າທີ່ ຕໍາຣວດ ສປປລາວ ຈັດປະຊຸມ ຖແລງຂ່າວ ແຈ້ງຜົນ ຂ່າວຄືບໜ້າ ໃນການ ສືບສວນ ສອບສວນ ກ່ຽວກັບ ການຕິດຕາມ ຊອກຫາ ທ່ານສົມບັດ ສົມພອນ ທີ່ ຫາຍໄປ.
ກະຊວງ ປ້ອງກັນ ຄວາມສງົບ ສປປລາວ ຈັດກອງປະຊຸມ ຖແລງຂ່າວ ຂຶ້ນທີ່ ນະຄອນຫລວງ ວຽງຈັນ ເມື່ອວັນສຸກ ທີ 1 ມີນາ 2013 ເພື່ອຣາຍງານ ຄວາມຄືບໜ້າ ໃນການສືບສວນ ສອບສວນ ຊອກຫາຕົວ ທ່ານ ສົມບັດ ສົມພອນ, ໂດຍມີ ພັນຕໍາຣວດ ເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າ ກົມໃຫຍ່ ຕໍາຣວດ ຕາງໜ້າ ຄະນະ ຮັບຜິດຊອບ ດໍາເນີນຄະດີ ເປັນຜູ້ແຈ້ງຜົນ ການສືບສວນ ສອບສວນ ນັ້ນ ເພີ່ມເຕີມ ເປັນຄັ້ງທີ 2 ດັ່ງນີ້.
ພັນເອກ ເພັງສະຫວັນ ກ່າວວ່າ ຕໍ່ຄໍາສເນີ ຂອງ ຍານາງ ອຶງ ຊູມິງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ແລະ ຄໍາສົນໃຈ ຂອງບາງປະເທດ ສະມາຊິກ ສະມາຊິກ ຣັຖສະພາ ຢູໂຣບ ອົງການ ຈັດຕັ້ງສາກົນ ບາງອົງການ ຈັດຕັ້ງ ບໍ່ສັງກັດ ຣັຖບານ ສື່ມວລຊົນ ຕ່າງປະເທດ ແລະ ບາງບຸກຄົນ ກ່ຽວກັບບາງ ບັນຫາດັ່ງນີ້:
"ເຈົ້າໜ້າທີ່ ສືບສວນ ໄດ້ສອບຖາມ ຫຍັງແດ່ ຕໍ່ກັບ ຕໍາຣວດ ທີ່ໄດ້ຢຸດຣົດ ຂອງ ສາມີ ຂ້າພະເຈົ້າ ກໍຄື ທ້າວສົມບັດ ສົມພອນ, ໃນຕອນແລງ ຂອງວັນທີ 15 ທັນວາ 2012 ເຈົ້າໜ້າທີ່ ໄດ້ຖາມບໍ່ວ່າ? ເກີດຫຍັງຂື້ນ ໃນມື້ນັ້ນ ແລະ ພວກເຮົາ ໄດ້ເຫັນ ໄດ້ຮູ້ຫຍັງແດ່? ຕໍ່ກັບຄໍາຖາມ ດັ່ງກ່າວ ຂ້າພະເຈົ້າ ເຄີຍໄດ້ຊີ້ແຈ້ງ ແລ້ວວ່າ ພວກເຮົາ ໄດ້ສອບຖາມ ເຈົ້າໜ້າທີ່ ຈະຣາຈອນ ທີ່ ປະຕິບັດ ໜ້າທີ່ ຢູ່ຈຸດດັ່ງກ່າວ ໃນເວລານັ້ນ, ພວກເຂົາ ໄດ້ຕອບວ່າ ທຸກໆວັນ ແມ່ນໄດ້ມີການ ກວດຣົດ ຈໍານວນ ຫລາຍຄັນ ຕາມຣະບຽບການ ປົກກະຕິ".
ແລະວ່າ ພາຍຫລັງ ກວດ ເອກກະສານ ພົບວ່າ ຖືກຕ້ອງ ຄົບຖ້ວນແລ້ວ ທາງຕໍາຣວດ ຈະລາຈອນ ກໍຈະໃຫ້ ພວກເຂົາ ກໍຈະປ່ອຍ ໃຫ້ໄປໄດ້ ຕາມລະບຽບ ຫລັກການ. ພ້ອມດຽວກັນ ທ່ານກໍວ່າ ທາງຕໍາຣວດ ໄດ້ຢືນຢັນວ່າ ໃນຊ່ວງເວລາ ທີ່ມີ ການແຈ້ງວ່າ ເກີດເຫດນັ້ນ ສະພາບການ ກໍເປັນ ປົກກະຕິ,ບໍ່ມີເຫດການ ຕີຕ່ອຍ ຫລືຮຸນແຮງ ໃດໆເກີດຂຶ້ນ ແລະ ກໍບໍ່ມີຣົດ ຫລືບຸກຄົນໃດ ຖືກກັກ. ພັນເອກ ເພັງສະຫວັນ ໄດ້ກ່າວອີກ ໃນຕອນນຶ່ງວ່າ:
"ພວກເຮົາໄດ້ ພຍາຍາມ ກວດເບິ່ງກ້ອງ ວົງຈອນປິດ ຫລາຍຄັ້ງ ກໍເຫັນໄດ້ ຊໍ່າທີ່ໄດ້ ບັນທຶກພາບ ໄວ້ເທົ່ານັ້ນ ເພາະເປັນ ເຣື້ອງເຕັກນິກ ທັງເປັນກາງຄືນ ບໍ່ສາມາດ ເຫັນໄດ້ ຢ່າງຊັດເຈນວ່າ ແມ່ນຜູ້ໃດ ຂັບຂີ່ ຣົດຈັກມາ ເລຂທະບຽນ ຣົດຈັກ ເທົ່າໃດ ກໍບໍ່ເຫັນ".
ທ່ານ ກ່າວຕໍ່ໄປ ໂດຍອ້າງອີງ ໃສ່ຄໍາເວົ້າຂອງ ເຈົ້າໜ້າທີ່ ຕໍາຣວດ ຈະລາຈອນ ທີ່ເວົ້າວ່າ ບໍ່ໄດ້ຕິດຕາມ ເບິ່ງຣົດຈັກ ຫລືຣົດຈິບ ໃຜເປັນຜູ້ຂັບ ຣົດຈັກມາ ແລະ ຂັບຣົດຈິບ ອອກໄປ ເພາະວ່າ ສະພາບ ປົກກະຕິ ມີແຕ່ກ່ອນ ຈະໄປກິນເຂົ້າ ແລງ ເຈົ້າໜ້າທີ່ ຕໍາຣວດ ຈະລາຈອນ ໄດ້ເຫັນ ຣົດຈັກ ຄັນນຶ່ງ ຈອດຂວາງ ທາງຍ່າງ ຈຶ່ງຍ່າງໄປ ເພື່ອຈະຍ້າຍອອກ ແຕ່ຣົດຈັກ ນັ້ນ ຖືກລັອກ ກຸນແຈຄໍໄວ້ ຈຶ່ງບໍ່ສາມາດຍ້າຍ ຈຶ່ງກັບຄືນ ໄປກິນເຂົ້າ.
ນັ້ນເປັນ ສ່ວນນຶ່ງ ໃນຄໍາຖແລງຂ່າວ ຂອງທາງການ ກ່ຽວກັບ ທ່ານສົມບັດ ສົມພອນ ທີ່ຫລາຍຄົນ ເຊື່ອວ່າ ຖືກລັກພາ ຕົວໄປ ເມື່ອວັນທີ 15 ທັນວາ ປີ 2012 ຜ່ານມາ.