ການລ໊ອກຕີນຣົດຢູ່ປ້າຍ ຫ້າມຈອດ

ອຸ່ນແກ້ວ ສຸກສວັນ
2014.02.25
f-car ມາອີກແລ້ວຂ່າວ ການລ໊ອກຕີນຣົດ ຢູ່ປ້າຍຫ້າມຈອດ
RFA

 

ເຈົ້າໜ້າທີ່ຈະຣາຈອນໄດ້ມີການເຜີຍແພ່ພາບການລ໊ອກຕີນຣົດປ້າຍສີຟ້າ ທີ່ເປັນປ້າຍຂອງກະຂວງທີ່ຈອດຢູ່ບ່ອນຫ້າມຈອດແລະມີ ຂໍ້ຄວາມບອກໃຫ້ສາທາຣະນະຊົນຮູ້ວ່າເຈົ້າໜ້າທີ່ຈະຣາຈອນບໍ່ໄດ້ເລືອກປະຕິບັດໃຊ້ມາຕການຕໍ່ຜູ້ຣະເມີດກົດໝາຍ.

ເນື່ອງຈາກວ່າໃນອາທິດຜ່ານມາສື່ສັງຄົມອອນລາຍຢູ່ນະຄອນຫລວງວຽງຈັນໄດ້ວິພາກວິຈານກ່ຽວກັບການເລືອກປະຕິບັດຂອງເຈົ້າ ໜ້າທີ່ຕໍາຫຣວດແລະນຳສະເໜີພາບທີ່ເຈົ້າໜ້າທີ່ຈະຣາຈອນເລືອກປະຕິບັດໃນການລ໊ອກຕີນຣົດ.

ຜູ້ທີ່ປະສົບເຫດການເລົ່າວ່າໄດ້ຈອດຣົດຢູ່ແຄມທາງທີ່ມີປ້າຍຫ້າມຈອດ ຈຶ່ງຖືກເຈົ້າໜ້າທີ່ລ໊ອກຕີນໄວ້ ໃນຂະນະທີ່ມີຣົດອີກຄັນນຶ່ງ ທີ່ຕິດປ້າຍສີຟ້າຊຶ່ງເປັນປ້າຍຂອງກະຊວງຈອດຢູ່ໃກ້ກັນພັດບໍ່ຖືກລ໊ອກຕີນ,ຈຶ່ງເປັນສາເຫດວິຈານກັນວ່າເຈົ້າໜ້າທີ່ບໍ່ກ້າປະຕິບັດ ກົດໝາຍກັບຜູ້ທີ່ມີຕຳແໜ່ງຂັ້ນສູງ,ແຕ່ຈະກ້າປະຕິບັດກົດໝາຍກັບປະຊາຊົນທັມມະດາ.

ມາຮອດອາທິດນີ້ຈຶ່ງມີການໂພັສຮູບພາບຣົດສີດຳປ້າຍສີຟ້າ ປ້າຍກະຊວງໝາຍເລກ ກພ 8989 ຖືກລ໊ອກຕີນຢູ່ແຄມຖນົນຍ້ອນວ່າ ຈອດຢູ່ບ່ອນຫ້າມຈອດເພື່ອຢາກບອກໃຫ້ສັງຄົງໄດ້ຮັບຮູ້ວ່າເຈົ້າໜ້າທີ່ບໍ່ໄດ້ເລືອກປະຕິບັດໜ້າທີ່.

ແຕ່ບັນດາສື່ສັງຄົມອອນລາຍກໍຍັງບໍ່ປັກໃຈເຊື່ອວ່າເປັນການປະຕິບັດຂອງເຈົ້າໜ້າທີ່ໂດຍແທ້ຈິງ,ຈຶ່ງໃຫ້ທັສນະນວ່າເປັນການສ້າງ ພາບຂອງເຈົ້າໜ້າທີ່ຕໍາຫຣວດເທົ່ານັ້ນເພາະຜ່ານມາບໍ່ເຄີຍເຫັນເຈົ້າໜ້າທີ່ລ໊ອກຕີນຣົດຂອງພະນັກງານຂັ້ນສູງຈັກເທື່ອ.

ຢູ່ໃນນະຄອນຫລວງວຽງຈັນ,ການຈອດຣົດຜິດກົດໝາຍຈະຣາຈອນກາຍເປັນເຣື້ອງປົກກະຕິໄປແລ້ວ ບໍ່ວ່າປະຊາຊົນທົ່ວໄປຕລອດ ເຖິງພະນັກງານຣັຖກອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.