ປະຊາຊົນຮຽກຮ້ອງ ສະພາ ແຫ່ງຊາດ ຊ່ອຍເຫຼືອ

ມະນີຈັນ
2018.06.11
F-Micro-finance ປະຊາຊົນຊາວບ້ານສົງເປືອຍ ເມືອງນາຊາຍທອງ ໂຮມກັນ ຂໍຖອນເງິນຈາກ ສະຖາບັນການເງິນ ຈຸລພາກ ເພື່ອ ການພັທນາ ເມື່ອວັນທີ 30 ມິນາ 2018
Screen captured from: ບອກຂ່າວວັນນີ້

ປະຊາຊົນເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກການຍັກຍອກເງິນຝາກ ຈາກສະຖາບັນ ການເງິນຈູລພາກ ໄດ້ຮຽກຮ້ອງ ໃຫ້ສະພາແຫ່ງຊາດ ຊ່ອຍແກ້ໄຂບັນຫາ ດັ່ງກ່າວໃຫ້ ຍ້ອນວ່າພວກຂະເຈົ້າ ບໍ່ສາມາດ ຖອນເງິນໄດ້. ດັ່ງ ເຈົ້າໜ້າທີ່ ເມືອງນາຊາຍທອງ ກ່າວຕໍ່ RFA ໃນມື້ວັນທີ 8 ມິຖຸນາ ນີ້ວ່າ:

"ກໍຮຽກຮ້ອງໃຫ້ເພີ່ນຫັ້ນແຫລ້ວ ມີຫຍັງກະໃຫ້ເພິ່ນແກ້ໄຂຊ່ອຍ ເພາະວ່າລູກຄ້າ ປະຊາຊົນ ນີ້ກະເດືອດຮ້ອນຫລາຍ ທະນາຄານກາງ ມື້ວານນີ້ເພິ່ນກະວ່າ ບໍ່ໃຫ້ກາຍເດືອນເຈັດນີ້ ຄັນວ່າດັ່ງນັ້ນ ກະຢາກໃຫ້ທາງສະພາຊ່ອຍຫັ້ນແຫລ້ວ."

ທ່ານກ່າວຕື່ມວ່າ ທຸກມື້ນີ້ ລູກຄ້າຂອງສະຖາບັນດັ່ງກ່າວ ໄດ້ພາກັນໄປລຽນແຖວ ຖ້າຖອນເງິນ, ບາງຄົນກໍສາມາດຖອນໄດ້ 50 ພັນກີບຮອດ 1 ແສນກີບ ເທົ່ານັ້ນຍ້ອນສະຖາບັນ ບໍ່ມີເງິນ ແຕ່ຫລາຍຄົນກໍຖອນບໍ່ໄດ້ ບາງມື້ກໍມີການ ຖຽງກັນຣະວ່າງ ປະຊາຊົນ ກັບພະນັກງານ ຫ້ອງການດັ່ງກ່າວ.

ໃນຂນະດຽວກັນໃນເຂດພາກເຫນືອ ຂອງລາວ ທີ່ແຂວງຫລວງພຣະບາງ ປະຊາຊົນຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ຣົດໄຟ ລາວ-ຈີນ ກໍໄດ້ຮຽກຮ້ອງ ໃຫ້ສະພາແຫ່ງຊາດ ຊ່ອຍແກ້ໄຂບັນຫາ ຄ່າຊົດເຊີຍ ໃຫ້ແກ່ຂະເຈົ້າ, ດັ່ງປະຊາຊົນ ທ່ານນຶ່ງກ່າວວ່າ:

"ຍັງບໍ່ທັນໄດ້ຈັກກີບເທື່ອ ຍັງວຸ້ນວາຍນຳການຊົດເຊີຍ ນີ້ແຫລະ ອັນອື່ນມັນແລ້ວຫມົດແລ້ວ ວ່າເດືອນນີ້ເດືອນຫນ້າ ກະຍັງບໍ່ໄດ້ຍ້າຍ."

ກອງປະຊຸມສະພາແຫ່ງຊາດ ເທື່ອນີ້ ກໍານົດດໍາເນີນໄປ ຈົນຮອດວັນທີ 28 ມິຖຸນາ ຊຶ່ງຈະມີການເວົ້າເຖິງ ຫລາຍບັນຫາ ທີ່ປະຊາຊົນ ຮຽກຮ້ອງໃຫ້ສະພາ ຊ່ວຍແກ້ໄຂ ແຕ່ຍັງບໍ່ຮູ້ວ່າ ຈະສາມາດແກ້ໄຂ ໄດ້ຫລາຍໜ້ອຍປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.