ມ.ປາກຊັນກວດກາຄຸ້ມຄອງ ຊາວຈີນ
2016.06.13
ອໍານາດການປົກຄອງ ເມືອງ ປາກຊັນ ແຂວງ ບໍຣິຄໍາໄຊ ຈະເພີ່ມມາຕການ ຄຸ້ມຄອງ ແລະ ກວດກາ ຊາວຈີນ ຢູ່ເມືອງນີ້ ຫຼາຍຂຶ້ນ ເພື່ອ ຮັບປະກັນ ຄວາມປອດພັຍ ໃນສັງຄົມ, ຈາກ ເຫດການ ເມື່ອວັນທີ 6 ມິຖຸນາ 2016 ທີ່ ເກີດເຫດ ຊາວຈີນ ເຂົ້າຊິງຊັພ ຊາວຈີນ ດ້ວຍກັນ ຢູ່ ບ້ານສີວິໄລ ເມືອງປາກຊັນ. ດັ່ງ ເຈົ້າໜ້າທີ່ ຕໍາຣວດ ເມືອງປາກຊັນ ກ່າວຕໍ່ RFA ເມື່ອວັນທີ 10 ມິຖຸນາ ນີ້ວ່າ:
"ທຸກມື້ນີ້ ເຮົາກະໄດ້ ກວດກາ ຢູ່ ກະຄຸ້ມຄອງ ກວດກາ ຖ້າວ່າ ມາຮຽກຮ້ອງ ມາສເນີ ເຮົາກະໄດ້ ກວດກາ ແຫຼະ, ຈະໄດ້ດໍາເນີນ ໃຫ້ເຂົາ ໂດຍສະເພາະ ຢູ່ເມືອງເຮົາເນາະ ຢູ່ເມືອງອື່ນ ກະບໍ່ຮູ້".
ທ່ານເວົ້າວ່າ ໃນຫຼາຍປີ ຜ່ານມາ ມີຊາວຈີນ ເຂົ້າມາຢູ່ ເມືອງປາກຊັນ ຫຼາຍ ທັງມາ ອອກແຮງງານ ແລະ ຄ້າຂາຍ ແຕ່ບໍ່ເຄີຍ ກໍ່ເຫດ ອາຊຍາກັມ ມາກ່ອນ ຈົນກະທັ້ງ ມາເຖິງເຫດການ ໃນເທື່ອນີ້. ປັຈຈຸບັນ ເຈົ້າໜ້າທີ່ ກໍາລັງ ສອບສວນ ຜູ້ຕ້ອງຫາ ຊາວຈີນ ນັ້ນຢູ່ວ່າ ເຄີຍກ່ຽວຂ້ອງ ການພະນັນ ແລະ ຢາເສບຕິດ ຫລືບໍ່.
ທ່ານກ່າວວ່າ ຢ່າງໃດກໍຕາມ ສໍາລັບ ຜູ້ຕ້ອງຫາ ຊາວຈີນ ຄົນ ດັ່ງກ່າວ ຈະຖືກດໍາເນີນ ຄະດີ ຢູ່ໃນແຂວງ ບໍຣິຄໍາໄຊ ເຖິງ ຈະເປັນຄະດີ ຂ້າຄົນຈີນ ດ້ວຍກັນ ກໍຕາມ. ຫລັງຈາກທີ່ ຜູ້ກ່ຽວ ຖືກຕັດສິນ ລົງໂທດ ແລະ ຈໍາຄຸກ ຄົບກໍານົດ ແລ້ວ ທາງການ ກໍຈະສົ່ງ ມອບຕົວໃຫ້ ທາງການຈີນ ຕາມສັນຍາ ວ່າດ້ວຍການ ສົ່ງ ຜູ້ຮ້າຍ ຂ້າມແດນ ຣະຫວ່າງ ລາວ-ຈີນ.