ປະຊາຊົນຊາວນະຄອນຫຼວງວຽງຈັນ ຫຼາຍຄົນ ຈົ່ມວ່າຕຳຣວດຈະຣາຈອນ ຕັ່ງດ່ານກວດກາ ແບບຊະຊາຍຫຼາຍເກີນໄປ ເຮັດໃຫ້ຜູ່ຂັບຂີ່ຣົດ ຫຼາຍຄົນເສັຽເວລາ ແລະຖືກປັບໃໝແບບບໍ່ມີ ຄວາມຈະແຈ້ງ, ດັ່ງຜູ້ຂັບຂີ້ຣົດໂດຍສານ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນ ວັນທີ 27 ກໍຣະກະດາ ວ່າໃນເດືອນນີ້ ມີການຕັ້ງ ດ່ານຈະຣາຈອນຫຼາຍກວ່າປົກກະຕິ, ເຊີ່ງ ເມື່ອຕຳຣວດເອີ້ນກວດ ກໍຕ້ອງໃຫ້ຄວາມ ຮ່ວມມື ທຸກຄັ້ງເຮັດໃຫ້ເສັຍເວລາຫຼາຍ ໃນການທໍາມາຫາກິນ.
"ດ່ານຫຼາຍໄລຍະນີ້ ເດືອນນີ້ກໍຫຼາຍຢູ່ເມື່ອກີ້ ມາກໍຍັງຖືກກວດເລີຍຖາມ ວ່າເສັຽເວລາບໍ່ມັນກໍແນ່ນອນ ຢູ່ແລ້ວ ມັນເປັນໜ້າທີ່ຂອງເພິ່ນ ເຮົາກໍບໍ່ຮູ້ເພິ່ນຕັ້ງດ່ານເພິ່ນຈະກວດກໍຕ້ອງໄດ້ ກວດຖ້າເຮົາມີ ຄວາມຜິດກໍຈະບອກໄປຕາມນັ້ນ ເຂົາກໍຈະບອກໄປຕາມນັ້ນແຫຼະ ວ່າເຈົ້າມີ ຄວາມຜິດພຽງນີ້ເດີ້."
ທ່ານໄດ້ກ່າວຕື່ມວ່າ ເທົ່າທີ່ເຄີຍເຫັນມາຈະຂໍກວດເອກກະສານຕ່າງໆ ເຊັ່ນການເສັຍຄ່າ ທາງການເສັຍອາກອນ ຮວມໄປເຖີງກວດຫາສີ່ງ ຜິດກົດໝາຍອື່ນໆໃນຣົດ. ບາງເທື່ອຕົນກໍຍັງ ບໍ່ໄດ້ເຮັດເອກກະສານ ດັ່ງກ່າວ ຍ້ອນບໍ່ມີເວລາ ແລະ ບໍ່ມີເງິນພຽງພໍ ໃນໄລຍະນີ້ຍ້ອນບໍ່ມີ ຜູ້ໂດຍສານເຮັດໃຫ້ຕ້ອງເສັຍຄ່າປັບໃໝເຣື້ອຍໆ ເຊີ່ງຕົນເຫັນວ່າຄວນເຮັດແຕ່ ການຕັກເຕືອນ ກໍໄດ້.
ສ່ວນຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວວ່າ ຕົນກໍເຂົ້າໃຈທ່າທີ່ ຂອງຕຳຣວດຈະຣາຈອນ ທີ່ຕ້ອງມີການຕັ້ງດ່ານກັນປົກກະຕິ ຕາມໜ້າທີ່ ແລະເຫັນວ່າບໍ່ໄດ້ມີການຕັ້ງດ່ານ ແບບຊະຊາຍຫຼາຍເກີນໄປ.
"ມັນກໍປົກກະຕິ ຂອງໜ້າທີ່ວຽກງານຂອງເຈົ້ານັ້ນແຫຼະ ວັນທີ່ເຂົາເຈົ້າຕັ້ງ ເຂົາກໍຕັ້ງ ວັນທີ່ເຂົາເຈົ້າ ບໍ່ຕັ້ງກໍບໍ່ຕັ້ງ ຕັ້ງຫຼາຍຂຶ້ນມັນກໍບໍ່ມີດອກ ເປັນຈຸດ ເປັນບ່ອນຈັ່ງຊັ້ນລະ."
ໃນຂນະທີ່ເຈົ້າໜ້າທີ່ຕຳຣວດ ກົມຈະຣາຈອນໄດ້ຊີ້ແຈງຈຕໍ່ບັນຫາດັ່ງກ່າວ ຜ່ານເອເຊັຽເສຣີ ວ່າປັຈຈຸບັນມີການຕ້ັ້ງດ່ານກວດກາ ຫຼາຍແທ້ ຍ້ອນສ້າງຄວາມມີຣະບຽບ ໃນການໃຊ້ຣົດ ໃຊ້ຖນົນ ແຕ່ທ່ານບໍ່ໄດ້ໃຫ້ຄໍາຕອບ ຕໍ່ການຕັ້ງດ້ານຊະຊາຍ.
ເຖິງຢ່າງໃດກໍຕາມ ໃນສັງຄົມອອນລາຍ ມີຜູ້ໃຊ້ເຟສບຸກ ຫຼາຍຄົນສະແດງຄວາມເຫັນວ່າປັຈຈຸບັນ ນະຄອນຫຼວງວຽງຈັນ ມີດ່ານຈະຣາຈອນ ຫຼາຍຂື້ນ ຮວມທັງການກວດ ເອກກະສານ ຢ່າງເຂັ້ມງວດ ເຊິ່ງປະຊາຊົນ ເຫັນວ່າການຕັ້ງດ່ານ ບາງດ່ານນັ້ນອາດຈະຕັ້ງບໍ່ຖືກຕ້ອງ ແລະ ຕັ່ງໃຈເອົາປຽບ ປະຊາຊົນໃນໄລຍະ ທີ່ປະສົບບັນຫາ ດ້ານຣາຍໄດ້ຍ້ອນການແຜ່ຣະບາດ ຂອງພຍາດ ໂຄວິດ-19.