ມ.ໄຊສະຖານຂາດຫ້ອງຮຽນ ແລະ ອຸປກອນ
2017.09.22
ໂຮງຮຽນຫລາຍແຫ່ງ ຢູ່ເມືອງໄຊສະຖານ ແຂວງອຸດົມໄຊ ຍັງຂາດແຄນ ຫ້ອງຮຽນ ແລະອຸປກອນ ການຮຽນການສອນ ໂດຍສະເພາະ ຫ້ອງຮຽນ ຊັ້ນອະນຸບານ ທີ່ບໍ່ພຽງພໍກັບ ຈໍານວນ ນັກຮຽນ.
ໂຮງຮຽນອະນຸບານຫຼາຍແຫ່ງ ຕ້ອງຄວບຫ້ອງສອນ ເພາະວ່າ ມີຫ້ອງຮຽນພຽງແຕ່ ຫ້ອງດຽວ ເຮັດໃຫ້ການຮຽນ ການສອນ ບໍ່ໄດ້ປະສິດ ທິພາບ. ດັ່ງ ເຈົ້າໜ້າທີ່ ຫ້ອງການ ສຶກສາ ທິການ ແລະກິລາ ເມືອງໄຊສະຖານ ທ່ານນຶ່ງໄດ້ກ່າວວ່າ:
“ຄັນເວົ້າເລື້ອງຮຽນນີ້ ບາງບ່ອນກະຫຍຸ້ງຍາກຢູ່ ນັກຮຽນກະຫຼາຍ ຫຼາຍລະກະ ຫ້ອງຮຽນບໍ່ພຽງພໍຫັ້ນນ່າ ອັນຫ້ອງຮຽນ ບໍ່ພຽງພໍ ນີ້ກະຄື ອະນຸບານເນາະ ອະນຸບານນີ້ ກະເພາະວ່າ ເດັກຫຼາຍເນາະ ເດັກຫຼາຍແລ້ວ ບາງບ້ານຫຼາຍແລ້ວ ກະໂຮງຮຽນບໍ່ພຽງພໍເດັກ 3 ຫາ 5 ປີ ນີ້ເອົາເຂົ້າ ລວມກັນເລີຍ ເອົາລວມກັນ ແລ້ວ ເຮັດໃຫ້ການຮຽນ ການສອນ ຫຍຸ້ງຍາກ”.
ເຈົ້າໜ້າທີ່ກ່າວຕື່ມອີກວ່າ ນອກຈາກໂຮງຮຽນ ອະນຸບານແລ້ວ ຍັງມີໂຮງຮຽນ ມັທຍົມບາງແຫ່ງ ຢູ່ເມືອງດັ່ງກ່າວ ຫ້ອງຮຽນກໍບໍ່ພຽງພໍ ຍ້ອນວ່າແຕ່ລະຫ້ອງ ຈະມີນັກຮຽນ ບໍ່ຕໍ່າກວ່າ 30 ຄົນ ຫລືບາງຫ້ອງ ກໍມີຮອດ 40 ຄົນ ຊຶ່ງຕ້ອງມີຫ້ອງຮຽນ ເພີ້ມຕື່ມ ແຕ່ໂຮງຮຽນ ຍັງຂາດແຄນ ງົບປະມານ ຫລາຍ.
ນອກຈາກອາຄານຮຽນແລ້ວ ຍັງຂາດອຸປກອນການຮຽນ ເປັນຕົ້ນແມ່ນ ຫ້ອງສະຫມຸດ ແລະ ຕໍາລາປຶ້ມຮຽນ ກໍບໍ່ພຽງພໍ:
“ຄັນວ່າ ໄປລະກະມີຫລາຍດ້ານ ຫັ້ນແຫລະ ຄັນວ່າອີກຢ່າງ ກະເວົ້າເລື້ອງ ຫ້ອງສະຫມຸດ ເນາະ ຫ້ອງສະຫມຸດນີ້ ກະບໍ່ຄ່ອຍບໍ່ມີ ອ່ານ ຫ້ອງສະຫມຸດ ຫ້ອງອ່ານນະ ຫ້ອງອ່ານບໍ່ມີ ລະບໍ່ເປັນບ່ອນຊຸກຍູ້ ໃຫ້ນັກຮຽນ ສົ່ງເສີມ ໃຫ້ນັກຮຽນມາອ່ານ ກະບໍ່ຄ່ອຍມີ ແບບຮຽນນີ້ ກະຫຍຸ້ງຍາກ ຢູ່ໄດ໋ ນັກຮຽນຫລາຍຄົນ ອີງໃສ່ຕໍາລາ ກະບໍ່ສະດວກ ຫັ້ນແຫລ.”
ເຈົ້າໜ້າທີ່ກ່າວອີກວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ມີການ ຊື້ປຶ້ມຕໍາລາ ຮຽນເພີ້ມຕື່ມ ເພື່ອໃຫ້ນັກຮຽນ ມີການຮຽນ ໂດຍມີປຶ້ມ ຄົນລະເຫລັ້ມ. ປັດຈຸບັນ ຢູ່ເມືອງໄຊສະຖານ ມີໂຮງຮຽນ ປະຖົມ ແລະ ໂຮງຮຽນ ອະນຸບານ ຮວມກັນ ປະມານ 40 ແຫ່ງ, ໂຮງຮຽນ ມັທຍົມຕອນຕົ້ນ 4 ແຫ່ງ ແລະ ໂຮງຮຽນ ມັທຍົມສົມບູນ ສອງແຫ່ງ.