ຊາວມົ້ງເສັຽຊີວິດຢູ່ ບໍ່ຄຳ ເມືອງປາກແບງ
2020.10.20

ເກີດເຫດຊາວມົ້ງລາວ ເສັຽຊີວິດຢູ່ໃກ້ກັບເຂດບໍ່ຄຳ ຂອງ ບໍຣິສັດ ອາຫຼິວ ເຊິ່ງເປັນຂອງນັກລົງທຶນຈີນ ຢູ່ບ້ານບົກແຫວນ, ເມືອງປາກແບງ ແຂວງອຸດົມໄຊ ເມື່ອວັນທີ 17 ຕຸລາ 20 ຜ່ານມາ.
ຕໍ່ການຕາຍຂອງ ຜູ້ກ່ຽວຍັງບໍ່ທັນຮູ້ສາເຫດ ທີ່ແນ່ນອນແຕ່ຊາວບ້ານ ບາງຄົນ ສັນນິຖານວ່າ ອາດຈະຖືກຄົນຈີນ ທີ່ເຝົ້າຍາມຢູ່ບໍຣິສັດທໍາ ຮ້າຍຮ່າງກາຍຈົນຕາຍ ຍ້ອນບໍ່ພໍໃຈທີ່ຜູ້ຕາຍ ໄປເກັບແຮ່ຫີນໃນເຂດ ຂອງບໍຣິສັດ, ດັ່ງ ປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 20 ຕຸລາ 20 ວ່າ:
"ກາໄດ້ຍິນຂ່າວຢູ່ ແຕ່ວ່າແມ່ນຄົນທາງເມືອງພຸ້ນເດີ້ ເກັບຫັ້ນຕິມາຕຳຕິໄດ້ຍີນເພີ່ນເວົ້າຊື່ໆ ໜ້າຈະເປັນບໍຣິສັດ ຂຸດຄົ້ນຄຳຫັ້ນແຫຼະ ຈີນຫ້າມ ພວກເຮົາໄປນະແຖວນັ້ນ ເຂົ້າເຂດຂຸດຄົ້ນຄຳ ຫັ້ນນ່າ."
ອີງຕາມການບອກເລົ່າຂອງຊາວບ້ານ ຜູ້ຕາຍແມ່ນເປັນຊາວບ້ານ ບ້ານຜາແດງ ເມືອງເງິນ ແຂວງໄຊຍະບູຣີ ແຕ່ຍັງທັນຮູ້ວ່າຊື່ຫຍັງ ອາຍຸ ເທົ່າໃດ.
ໃນເຂດຂຸດຄົ້ນຄຳ ຂອງບໍຣິສັດຈີນ ປະຊາຊົນເຂດນັ້ນ ບອກໃຫ້ຮູ້ວ່າເຂົາຫ້າມ ຄົນລາວເຂົ້າ ໄປໃນເຂດດັ່ງກ່າວ ເຊິ່ງກໍ່ລວມເຖິງຜູ້ຕາຍ ໄດ້ເຂົ້າໄປໃນເຂດນັ້ນ ເຊິ່ງອາດເປັນໄປໄດ້ວ່າ ຜູ້ຕາຍຖືກຄົນຈີນ ທໍາຮ້າຍ. ດັ່ງປະຊາຊົນທີ່ສັນນິຖານ ອີກຄົນນຶຶ່ງ ໄດ້ກ່າວວ່າ:
"ກໍ່ໜ້າຈະແມ່ນ ເພາະວ່າມັນເປັນບໍຣິສັດ ມາສັມປະທານ ແລ້ວເຂົາບໍ່ໃຫ້ ຄົນນອກເຂົ້າໄປຫັ້ນນ່າ ກາໄດ້ຍິນເພີ່ນເວົ້າວ່າ ແມ່ນ ບໍຣິສັດ ສັມປະທານ ແຕ່ບໍ່ຮູ້ວ່າຄົນ ເທົ່າໃດບໍ່ຮູ້ເຈົ້າ ອັນນີ້ຂໍໃຫ້ ກົດໝາຍ ເພີ່ນ ຈັດການເພາະວ່າເຮົາ ເປັນປະຊາຊົນກໍບໍ່ຊ່າງ ຊິມິຄວາມເຫັນ ນະເຈົ້າ."
ສ່ວນເຫດການທີ່ວ່ານີ່ອາດຈະເປັນໄປໄດ້ວ່າ ຜູ້ຕາຍນັ້ນອາດຈະບໍ່ແມ່ນຄົນຈີນ ເປັນຄົນ ທໍາຮ້າຍຮ່າງກາຍ ຈົນຕາຍເພາະບໍ່ມີຫລັກຖານ ເຊີ່ງອາດ ເປັນໄປໄດ້ວ່າຜູ້ກ່ຽວ ນັ້ນອາດຈະ ເກີດອຸປັດຕິເຫດ ຕົກລົງຈາກພູ ກໍ່ເປັນໄປໄດ້ ດັ່ງຊາວບ້ານອີກທ່ານ ໄດ້ກ່າວວ່າ:
"ເຣື່ອງຕາຍແທ້ ເຂົາຕາຍແທ້ ແຕ່ວ່າຈະໄປໂທດຈີນ ມັນກາໂທດບໍ່ໄດ້ ເພາະວ່າບໍ່ມີຫຼັກຖານ ຂ່າວເຂົາເວົ້າຕຳຣວດສັນນິຖານວ່າລາວລົ້ມ ຄຳດຽວ ເພາະວ່າມັນເປັນໜ້າຜາແນ່ເດ້ ຈັກລາວລົ້ມແມ່ນຫຍັງກາບໍ່ຮູ້."
ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ຫ້ອງການ ປກສ ເມືອງແບງ ແຂວງອຸດົມໄຊ ໄດ້ສັນນິຖານເບື້ອງຕົ້ນວ່າ ຊາວບ້ານຜູ້ເສັຍຊີວິດໄດ້ໄປເລາະ ເກັບແຮ່ຫີນຢູ່ເຂດບ່ອນຂຸດຄົ້ນຄຳ ກັບ ໝູ່ອີກສອງຄົນ. ແຕ່ຍັງບໍ່ທັນ ສລຸບໄດ້ວ່າຜູ້ກ່ຽວ ເສັຽຊີວິດຍ້ອນສາເຫດໃດ ແລະ ຍັງບໍ່ມີຫຼັກຖານ ວ່າຖືກຄາດຕະກັມ. ດັ່ງເຈົ້າໜ້າທີ່ ປສກ ເມືອງແບງ ກ່າວວ່າ:
"ບ່ອນຈຸດຕາຍຫັ້ນຫ່າງຈາກອຸໂມງຫັ້ນ ປະມານຫຼັກກວ່າ ແລະ ຕາຍຫຍັງ ຍັງບໍ່ທັນຮູ້ສາເຫດ. ທີມງານພວກເຮົາຍັງສືບສວນ-ສອບສວນ ມື້ເກີດເຫດຫັ້ນ ຄົນຈີນຍາມອຸ ໂມງຫັ້ນມີຜູ້ດຽວ ລາວ ຊິສາມາດຕີໄດ້ແນວໃດ. ລາວ ຜູ້ດຽວຄັນມີເຫດນີ້ລາວ ມັກໂທຫາອ້າຍ ນ້ອງຕຳຣວດ ແຂວງລາວຍາມຜູ້ດຽວ ເຂົາມາຫຼາຍຄົນລາວ ກາບໍ່ກ້າດອກ."
ເຈົ້າໜ້າທີ່ ກ່າວຕື່ມວ່າ ທາງບໍຣິສັດອາຫລີວ ກໍໄດ້ຊີ້ແຈງວ່າ ຄົນຈີນບໍ່ໄດ້ທໍາຮ້າຍຮ່າງກາຍຜູ້ຕາຍ ຕາມທີ່ຊາວບ້ານຫຼາຍຄົນເຂົ້າໃຈ ເພາະ ໃນມື້ ເກີດເຫດມີພຽງຄົນຈີນ ຄົນດຽວ ທີ່ ເຝົ້າອຸໂມງບໍ່ຄຳ ຈື່ງເປັນໄປບໍ່ໄດ້ ທີ່ຈະໄປໄລ່ທໍາຮ້າຍຮ່າງກາຍ ຊາວບ້ານ ທີ່ມານຳກັນ 3 ຄົນ.
ປັດຈຸບັນເຈົ້າໜ້າທີ່ ຕຳຣວດ ປກສ ເມືອງແບງ ຍັງກັກໂຕມົ້ງລາວສອງຄົນ ທີ່ມານຳກັນກັບ ຜູ້ເສັຽຊີວິດເພື່ອສອບສວນ ເພີ່ມຕື່ມ. ເຊິ່ງໃນ ເບື້ອງຕົ້ນທັງສອງໄດ້ຮັບສາຣະພາບ ວ່າມື້ເກີດເຫດທັງ 3 ຄົນໄດ້ເດີນ ທາງອອກຈາກເມືອງເງິນ ໄປລັກຂຸດແຮ່ຫີນ ຢູ່ເຂດບໍ່ຄຳດັ່ງກ່າວແທ້ ແຕ່ພາຍຫຼັງເກີດເຫດກໍ່ຟ້າວກັບໄປແຈ້ງໃຫ້ຄອບຄົວຜູ້ເສັຽຊີວິດຮູ້ຂ່າວ. ດັ່ງນັ້ນຈື່ງມີຄວາມ ໜ້າສົງໃສວ່າ ທັງສອງຄົນດັ່ງກ່າວອາດຈະມີ ສ່ວນກ່ຽວຂ້ອງກັບເຫດຄາຕກັມ ຫຼືບໍ່.
ໃນຂນະທີ່ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດອາຫຼີວ ແຕ່ບໍ່ສາມາດຕິດຕໍ່ໄດ້ ແລະ ກໍພຍາຍາມຕິດຕໍ່ໄປຫາ ຄອບຄົວ ຜູ້ເສັຽຊີວິດ ແຕ່ກໍບໍ່ສາມາດຕິດຕໍ່ໄດ້. ຂໍ້ມູນເບື້ອງຕົ້ນຂອງ ບໍຣິສິດອາຫລີວ ຈາກຈີນ ໄດ້ເຂົ້າມາສັມປະທານ ແລະ ຂຸດຄົ້ນຄຳຢູ່ເຂດ ບ້ານບົກແຫວນ ເມືອງປາກແບງ ຕັ້ນແຕ່ປີ 2016 ເປັນຕົ້ນມາ. ເຊີ່ງຕາມສັນຍາ ສັມປະທານ ທັງໝົດ 12 ປີ.ໂດຍອີງຕາມຂໍ້ມູນຈາກ ຊາວບ້ານເມືອງ ປາກແບງ ທ່ານນຶ່ງ ກ່າວຕໍ່ເອເຊັຽ ເສຣີ ເມື່ອເດືອນຕຸລາປີ 2018.
ກ່ອນໜ້ານີ້ເມື່ອວັນທີ 14 ເມສາ 20 ຜ່ານມາກໍເຄີຍມີເຫດຊາວມົ້ງລາວ 3 ຄົນຢູ່ບ້ານນາ ປົ່ນ ເມືອງປາກອູ ແຂວງຫຼວງພຣະບາງ ໄດ້ຖືກ ຄົນງານຈີນ ແລະ ເຈົ້າໜ້າທີ່ທະຫານ ຈັບໂຕ ຍ້ອນໄປລັກຂຸດຄຳ ຢູ່ເຂດ ບໍ່ຄຳຂອງບໍຣິສັດທຽນ ຈີນຮົວຄານລາວຈຳກັດ ເຊີ່ງເປັນບໍ່ຄຳຂອງ ນັກລົງທືນຈີນທີ່ໄດ້ຮັບສັມປະທານ. ຫຼັງຈາກຖືກກັກໂຕໄດ້ 1 ມື້ ທັງສາມຄົນກໍໄດ້ຖືກປ່ອຍ ໂຕຫຼັງຈາກທາງຄອບຄົວ ນໍາເງິນໄປ ເສັຽຄ່າປັບ ໄໝຈຳນວນຜູ້ລະ 5 ລ້ານກີບເພື່ອແລກກັບ ການປ່ອຍໂຕແລະບໍ່ຖືກດຳເນີນຂະດີໃດໆ.