ກົດໝາຍເລືອກຕັ້ງທ້ອງຖິ່ນ

ສິດນີ
2015.12.07
F-Pany ຍານາງ ປານີ ຢາທໍຕູ້ ປະທານ ສະພາ ແຫ່ງຊາດ ສປປລາວ
Wikipedia

ສະພາ ແຫ່ງຊາດ ລາວ ເລີ້ມ ອະພິປາຍ ກົດຫມາຍ ກ່ຽວກັບ ການເລືອກຕັ້ງ ສະມາຊິກ ສະພາ ທອ້ງຖິ່ນ ຂັ້ນແຂວງ ໃນ ກອງປະຊຸມ ສະພາ ໃນ ວັນທີ 7 ທັນວາ ປີ 2015. ດັ່ງ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ກ່າວ ໃນ ກອງປະຊຸມ ຂອງມື້ ທຳອິດ ກ່ຽວກັບ ເຣື້ອງນີ້ວ່າ:

"ຢູ່ໃນການ ປົກຄອງ ທ້ອງຖິ່ນ ຈະມີສະພາ ປະຊາຊົນ ແຂວງ ແລະ ມີ ອຳນາດ ການປົກຄອງ ແຂວງ ແລະ ນະຄອນ ແລະ ງວດທີ 12 ແມ່ນງວດ ວ່າດ້ວຍ ຄນະ ກັມມະການ ເລືອກຕັ້ງ ຊຶ່ງ ປະກອບມີ ຄນະ ກັມມະການ ເລືອກຕັ້ງ ຣະດັບຊາດ ແລະ ທ້ອງຖິ່ນ ໂດຍພື້ນຖານ ຈະຮັກສາ ໄວ້ຄືເກົ່າ ແຕ່ເພີ້ມພຽງ ປະໂຍກ ແລະ ຄຳສັບ ເຂົ້າຕື່ມ ເພື່ອສ້າງ ຣະບອບ ປະຊາທິປະຕັຍ ປະຊາຊົນ ພາຍໃຕ້ ການນຳພາ ຂອງພັກ ເພື່ອ ກ້າວຂຶ້ນສູ່ ຣະບອບ ສັງຄົມ ນີຍົມ".

ກົດຫມາຍ ວ່າດ້ວຍ ການເລືອກຕັ້ງ ສະມາຊິກ ສະພາ ທ້ອງຖິ່ນ ສະບັບນີ້ ທາງການລາວ ຄາດວ່າ ຈະ ສາມາດ ປະກາດໃຊ້ ໄດ້ ໃນປີ 2016. ດັ່ງ ເຈົ້າຫນ້າທີ່ ຜແນກ ປັບປຸງ ກົດຫມາຍ ສະພາ ແຫ່ງຊາດ ລາວ ກ່າວວ່າ:

"ກົດຫມາຍ ເລືອກຕັ້ງນີ້ ເພິ່ນກຳລັງ ເຂົ້າ ພິຈາຣະນາ ໃນ ກອງປະຊຸມ ສະພາພັກ ເພິ່ນ ເລີ້ມຕັ້ນ ມື້ນີ້ ຕົວນີ້ນີ່ ແມ່ນ ປະມານ ທ້າຍ ເດືອນ ນີ້".

ແຕ່ເຖິງຢ່າງໃດ ກໍຕາມ ທ່ານວ່າ ຍັງ ບໍ່ສາມາດ ເປີດເຜີຍ ຣາຍລະອຽດ ເພີ້ມຕື່ມ ກ່ຽວກັບ ກົດຫມາຍ ດັ່ງກ່າວ ຍ້ອນວ່າ ຕ້ອງໄດ້ ຜ່ານການ ພິຈາຣະນາ ໃຫ້ ຖີ່ຖ້ວນ ກ່ອນ ໂດຍສະເພາະ ສະພາ ແຫ່ງຊາດ ຈະ ພິຈາຣະນາ ໃຫ້ສຳເຣັດ ໃນ ທ້າຍເດືອນ ນີ້ ແລະ ຈະ ປະກາດໃຊ້ ໃນປີ 216.

ໃນກອງປະຊຸມ ສະພາ ແຫ່ງຊາດລາວ ເທື່ອນີ້ ຈະມີການ ອະພິປາຍ ແລະ ຮັບຜ່ານ ກົດຫມາຍ ໃຫມ່ 4 ສະບັບ ແລະ ກົດຫມາຍ ດັດແປງ 7 ສະບັບ ທັງຫມົດ 11 ສະບັບ. ເປັນ ກອງປະຊຸມ ສຸດທ້າຍ ຂອງ ຜູ້ແທນ ສະພາ ຊຸດທີ 7.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.