ເລືອກຕັ້ງໃນລາວ ປະຊາຊົນ ສົນໃຈໜ້ອຍ

ອຸ່ນແກ້ວ
2020.11.10
ຫີບປ່ອນບັດເລືອກຕັ້ງ ໃນເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໃນວາຣະ ການເລືອກຕັ້ງທົ່ວໄປ
RFA

ປະຊາຊົນລາວ ຢູ່​ໃນ​ຕົວ​ເມືອງ ແລະ ຊົນ​ນະ​ບົດ ບໍ່ສົນໃຈ ແລະ ໃຫ້ຄວາມສຳຄັນໜ້ອຍ ກ່ຽວກັບ ການເລືອກຕັ້ງຕ່າງໆ ໃນລາວ ເປັນຕົ້ນ ການເລືອກຕັ້ງເອົາ ສະມາຊິກສະພາ. ປະຊາຊົນ ຢູ່ແຂວງ ສວັນນະເຂດ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 9 ພຶສຈິກາ ວ່າ:

“ຜ່ານມານີ້ ມັນເປັນຈັ່ງຊີ້ ການເລືອກຕັ້ງ ຢູ່ບ້ານເຮົານີ້ໜາ ສ່ວນຫຼາຍ ປະຊາຊົນ ເຂົາເຈົ້າບໍ່ຢາກສົນໃຈ ປານໃດ ມັນເພາະວ່າ ເລືອກຕັ້ງໄປແລ້ວ ມັນກະບໍ່ໄດ້ມີ ຄວາມສຳຄັນຫຍັງດອກ ຊິເອົາແນວໃດເພິ່ນກະເອົາ ເລືອກຕັ້ງກະເລືອກ ພໍມັນແລ້ວວຽກ ແລ້ວງານຊື່ໆ ຍ້ອນແນວນີ້ແຫຼະ ປະຊາຊົນເຮົາ ຈຶ່ງບໍ່ໄດ້ສົນໃຈຫຍັງ ນໍາການເລືອກຕັ້ງ ອີ່ຫຍັງກະຢ່າເນາະ. ບໍ່ວ່າຊິເປັນ ເລືອກຕັ້ງສະພາບໍ ຫຼືວ່າເລືອກຕັ້ງນາຍຍົກ ອີ່ຫຍັງ. ລາວເຮົາມັນບໍ່ຄືຢູ່ໄທຍ ເລືອກໃຜ ເລືອກຊິໄດ້ໃຜ ກະບໍ່ມີຜູ້ໃດຄັດຄ້ານດອກ, ແຕ່ກະເລືອກໄປ ຕາມປະເພນີ, ຫັ້ນແຫຼະ.”

ໃນຂະນະດຽວກັນ, ປະຊາຊົນ ແຂວງຫຼວງນໍ້າທາ ໄດ້​ກ່າວ​ວ່າ ສ່ວນຫຼາຍ ປະຊາຊົນ ກະບໍ່ຮູ້ ຍ້ອນ​ວ່າ ທາງເມືອງ ບໍ່ໄດ້ແຈ້ງການລ່ວງໜ້າວ່າ ຈະມີການເລືອກຕັ້ງ ມີແຕ່ເອົາຣາຍຊື່ ຜູ້ສມັກ ມາໃຫ້ປະຊາຊົນ ເລືອກເທົ່ານັ້ນ.

“ອັນນີ້ກະບໍ່ຮູ້ແລ້ວເດີ ທາງບ້ານທາງເມືອງ ເພີ່ນກະບໍ່ແຈ້ງໃຫ້ຮູ້ ຈັກແມ່ນໃຜ ເປັນຜູ້ໃດ ກະຍັງບໍ່ຮູ້ເທື່ອ, ທາງເມືອງ ກະຍັງບໍ່ຮູ້ຫຍັງເທື່ອ. ສ່ວນຫຼາຍ ປະຊາຊົນ ກໍ່ທຳມາຫາກິນ ແຕ່ລະມື້ ຫັ້ນແຫຼະ. ເຂົາເຈົ້າບໍ່ຮູ້ຫຍັງ ເພາະວ່າ ເມືອງກະຍັງບໍ່ໄດ້ລົງ ຫາບ້ານເທື່ອ.”

ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ແຂວງບໍຣິຄຳໄຊ ກໍໄດ້ໃຫ້ຄຳເຫັນ ກ່ຽວກັບ ການເລືອກຕັ້ງ ຕໍ່ເອເຊັ​ຽເສຣີ ໃນວັນທີ 9 ພຶສຈິກາ ວ່າ:

“ຖ້າຈະມີການເລືອກຕັ້ງ ແມ່ນເຈົ້າໜ້າທີ່ເຮົາ ຈະລົງໄປເຜີຍແຜ່ ຢູ່ບັນດາບ້ານ ຫຼື​ວ່າເມືອງ ເພື່ອໃຫ້ປະຊາຊົນຫັ້ນ ເຂົ້າໃຈ ກ່ຽວກັັບການເລືອກຕັ້ງ ວ່າເຮົາຊິເລືອກເອົາໃຜ ມາເປັນຜູ້ແທນ ແລະ ກະເປັນການຫາສຽງ ຂອງສະມາຊິກສະພາ ຜູ້ທີ່ຈະລົງເລືອກຕັ້ງຫັ້ນ ເພື່ອຈະມາເປັນຕົວແທນ ຂອງປະຊາຊົນຫັ້ນ ແລະ ຈະນຳເອົາ ບັນຫາຂອງປະຊາຊົນ ຫັ້ນໄປສນີ ກັບສະພາແຫ່ງຊາດ ເພື່ອຊອກຫາ ວິທີແກ້ໄຂ.”

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ວ່າ ເຖິງຢ່າງໃດກໍຕາມ, ປະຊາຊົນສ່ວນຫຼາຍ ບໍ່ມີຄວາມສົນໃຈ ໃນການເລືອກຕັ້ງຕ່າງໆ ໃນລາວ ກໍຍ້ອນວ່າ ໃນເມື່ອເລືອກເອົາ ຜູ້ໃດກໍຕາມ ຜ່ານມາ ຜູ້ທີ່ຖືກເລືອກຕັ້ງນັ້ນ ບໍ່ໄດ້ໃຫ້ ຄວາມຊ່ວຍເຫຼືອ ໃນສິ່ງທີ່ ປະຊາຊົນຕ້ອງການ. ຜູ້ສມັກເລືອກຕັ້ງຕ່າງໆ ບໍ່ລົງໄປເຖິງ ປະຊາຊົນ ຜູ້ທີ່ຢູ່ເຂດ ຫ່າງໄກສອກຫຼີກ ເພື່ອທຳຄວາມເຂົ້າໃຈ ກັບປະຊາຊົນ.

ເຈົ້າໜ້າທີ່ ​ຄນະປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຄາດ​ການ​ວ່າ ການ​ເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 9 ​ຈະ​ມີ​ຂຶ້ນ ​ໃນ​ເດືອນ​ກຸມ​ພາ ປີ 2021, ແຕ່​ຍັງ​ບໍ່​ມີ ຈຳ​ນວນ​ສະ​ມາ​ຊິກ ​ທີ່​ທາງ​ການ​ລາ​ວ ​ຈະ​ອະ​ນຸ​ຍາດ ​ໃຫ້​ລົງ​ເລືອກ​ຕັ້ງ ​ໃນ​ຄັ້ງ​ນີ້ວ່າ ຈະ​ມີ​ເທົ່າ​ໃດ.

ນັບ​ແຕ່​ປີ 1975 ເປັນ​ຕົ້ນ​ມາ, ປະ​ເທດ​ລາວ ​ຖືກ​ປົກ​ຄອງ​ດ້ວຍ ຣະບອບ​ພັກ​ດຽວ ຄື ​ພັກ​ປະ​ຊາ​ຊົນ​ ປະ​ຕິ​ວັດ​ລາວ ຂຶ້ນ​ມາ​ຄຸມ​ອຳນາດ ​ແບບ​ເດັດ​ຂາດ ແລະ ໄດ້​ມີ​ການ​ເລືອກ​ຕັ້ງ ໄປ​ແລ້ວ 8 ຄັ້ງ, ອີງ​ຕາມ​ຂໍ້​ມູນ ​ຈາກ​ສະ​ພາ​ແຫ່ງ​ຊາດ. ໃນ ປີ 1975, ປະ​ເທດ​ລາວ ໄດ້​ມີ​ການ​ເລືອກ​ຕັ້ງ ເອົາສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດ​ທີ 1 ປະ​ກອບສາ​ມາ​ຊິກ 45 ທ່ານ. ໃນ​ປີ 1989, ໄດ້​ມີ​ການເລືອກ​ຕັ້ງ​ເອົາ ສະ​ພາ​ປະ​ຊາ​ຊົນ​ສູງ​ສຸດ ຊຸດທີ 2 ປະ​ກອບ​ມີ ສະ​ມາ​ຊິກ 79 ທ່ານ. ປີ 1992, ທາງ​ການ​ລາວ​ ໄດ້​ກ​ມີ​ການ​ເລືອກ​ຕັ້ງ​ເອົາ ​ສະ​ພາ​ປະ​ຊາ​ຊົນ​ສູງ ຊຸດ​ທີ 3, ແລ້ວປ່ຽນ​ຊື່ ​ມາ​ເປັນ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 3 ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ມີ​ສະ​ມາ​ຊິກ 85 ທ່ານ. ປີ 1997, ມີ​ການ​ເລືອກ​ຕັ້ງ​ເອົາ​ ສະ​ພາ​ແຫ່ງ​ຊາດ ​ຊຸດທີ 4 ມີ​ສະ​ມາ​ຊິກ ​ທັງໝົດ 99 ທ່ານ. ປີ 2002, ໄດ້​ມີ​ການ​ເລືອກ​ຕັ້ງ​ເອົາ ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 5 ປະ​ກອບ​ມີ ​ສະ​ມາ​ຊິກ 109 ທ່ານ. ປີ 2006, ມີການ​ເລື່ອກ​ຕັ້​ງ​ ສະ​ພາ​ແຫ່ງ​ຊາດ​ຊຸດ ທີ 6 ປະ​ກອບ​ມີ​ ສະ​ມາ​ຊິກ 115 ທ່ານ. ປີ 2011, ມີ​ການ​ເລື​ອກ​ຕັ້ງ​ເອົາ ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 7 ມີ​ສະ​ມາ​ຊິກ 132 ທ່ານ. ແລະ ປີ 2016, ມີ​ການ​ເລືອກ​ຕັ້ງ​ເອົາ ສະ​ພາ​ແຫ່ງ​ຊາດ ​​ຊຸດທີ 8 ມີ​ສະ​ມາ​ຊິກ 149 ທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.