ກອງປະຊຸມສພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 8 ຂອງສພາແຫ່ງຊາຕຊຸດທີ 8 ກໍດຳເນີນມາໄດ້ກາງທາງແລ້ວ. ໃນສັປດານີ້, ສພາແຫ່ງຊາຕໄດ້ຮັບຟັງການຣາຍງານ ຜົລການກວດກາຂອງອົງການກວດກາຣັຖບານ ແລະ ຜົລການກວດສອບການນຳໃຊ້ງົບປະມານແຫ່ງຊາຕ ຈາກອົງການກວດສອບແຫ່ງຣັຖ. ຕໍ່ການຣາຍງານດັ່ງກ່າວ ສສຊ ຈາກເຂດເລືອກຕັ້ງຕ່າງໆ ກໍໄດ້ສະທ້ອນບາງບັນຫາໃຫ້ປະທານກອງປະຊຸມໄດ້ຮັບຮູ້ ເພື່ອຝາກໄປເຖິງຣັຖບານ ໃນການຊອກວິທີແກ້ໄຂ, ເປັນຕົ້ນກໍແມ່ນ ບັນຫາການສໍ້ຣາສບັງຫຼວງ ທີ່ນັບມື້ນັບຮຸນແຮງ ແລະ ສສຊ ກໍໄດ້ຮັບຟັງວ່າ ມີການສໍ້ຣາສບັງຫຼວງໃນກົງຈັກຣັຖບານ ແລະ ສາມາດກວດເຫັນໄດ້ທຸກສມັຍຂອງກອງປະຊຸມສພາ, ແຕ່ບັນດັ່ງກ່າວ ພັດບໍ່ສາມາດຖືກແກ້ໄຂໃຫ້ຕົກໄປໄດ້.
ທ່ານ ສາຍທອງ ແກ້ວດວງດີ, ສສຊ ຈາກເຂດເລືອກຕັ້ງທີ່ 1, ນະຄອນຫຼວງວຽງຈັນ.
" ໂກງ ກິນ ບ່ອນ ໃດ ? ໜ່ວຍ ງານ ຂອງ ຣັ ຖ ຈຳ ນວນ ນຶ່ງ ເອົາ ເງິນ ໄປ ຝາກ ທນາ ຄານ ຣັ ຖ ຂອງ ຕົນ ເອງ ແລະ ໃນ ນັ້ນ ເອົາ ໄປ ປັນ ກັນ ເຂົ້າ ຖົງ ໂຕ ເອງ , ເຫຼືອ ໜ້ອຍ ນຶ່ງ ສົ່ງ ເຂົ້າ ຣັ ຖ . ຄັນ ເປັນ ແນວນີ້ , ເສ ຖ ກິ ຈ ຂອງ ປະ ເທດ ຂ ຍາຍ ໂຕ ຂຶ້ນ ປະ ຊາ ຊົນ ຜູ້ ປະ ກອບ ການ ເສັຽ ອາ ກອນ ພາ ສີ ໃຫ້ ຣັ ຖ ຢ່າງ ເອົາ ໃຈ ໃສ່ , ຣາຍ ຮັບ ເຂົ້າງົບ ປະ ມານ ສູນ ກາງ ຣັ ຖ ບານ ໜ້ອຍ ນຶ່ງ . ກະ ສະ ແດງວ່າ ຣັ ຖ ບານ ເຮົາ ນີ້ ເຣີ່ມ ທຸກ ລົງ , ພະ ນັກ ງານ ຣັ ຖ ຢູ່ ໃນ ກົງ ຈັກ ຣັ ຖ ເຄິ່ງ ກາງ ຮັ່ງ ຂຶ້ນ . ອັນ ນີ້ ມັນ ຜິດຫຼັກ ການ ກົດ ໝາຍ ຊິ ຂຽນ ແນວ ໃດ ກ ະ ຂຽນ ມັນ ຂາດ ຈັນ ຍາ ບັນ - ຈັນ ຍາ ທັມ ແລະ ຄວາມ ຮັບ ຜິດ ຊອບ ຂອງ ໜ່ວຍ ງານ ຂອງ ຣັ ຖ ເອງ . ເຈົ້າ ເປັນ ຫ ຍັງ ເອົາ ເງິນ ຂອງ ຣັ ຖ ທີ່ ປະ ຊາ ກອນ ທີ່ ເຂົາ ເຈົ້າ ເສັຽອາ ກອນ ໃຫ້ ເຈົ້າ ແລ້ວ , ແລ້ວເຈົ້າ ເອົາ ໄປ ຝາກ ທ ນາ ຄານ ຣັ ຖ ຂອງ ເຈົ້າ ? ກວດ ພໍ້ ແລ້ວ ຕ້ອງ ເຮັດ ແນວ ໃດ ? ມັນ ຜິດ ກົດ ໝາຍ ໄດ໋ ນີ້ ນ່າ , ໃນ ຂໍ້ ທີ ສອງ ທີ່ ພວກ ເຮົາ ເຫັນ ນີ້ . ອັນນີ້ ແຫຼະ ທີ່ ປະ ເທດ ຊາ ຕ ຊິຫຼົ້ມ ຈົມ ຍ້ອນ ວ່າ ພະ ນັກ ງານ ຢູ່ ໃນ ກົງ ຈັກ ຂັ້ນ ກາງນີ້ ຮວມ ຫົວ ກັນ ເຮັດ ບັນ ຫາ ດັ່ງ ກ່າວນີ້ ເຮັດ ໃຫ້ ເງິນບໍ່ ເຂົ້າ ສູ່ຣັ ຖ ."
ຍານາງ ແສງຄຳ ຊົ່ງຊະນະ, ສສຊ ຈາກເຂດເລືອກຕັ້ງທີ່ 9, ແຂວງຊຽງຂວາງ.
" ເຮົາ ໃຫ້ ລົງ ທຶນ ກ່ອນນີ້ ນ່າ ສ ມັຍ ປີ 2010-2018 ນີ້ ໝາຍ ຄວາມ ວ່າ ໃຫ້ ທຸ ຣະ ກິ ຈ ລົງ ທຶນ ກ່ອນ ບາດນີ້ ລົງ ທຶນ ໄປຫຼາຍ ແລ້ວ ເຮົາ ລະ ບໍ່ ຊຳ ຣະ , ຊຳ ຣະ ແຕ່ ປີ ລະ 100 ລ້ານ ບໍ , 200 ລ້ານ , 300 ລ້ານ ແບບນີ້ ນ່າ . ເຮັດ ໃຫ້ທຸ ຣະ ກິ ຈ ກໍ ເຈັ້ງ ລະ ກໍ ຕາຍ ໄປ ເອງຫັ້ນ ແຫຼະ ເນາະສ່ວນຫຼາຍ ລະ ເຂົາ ກະ ຫາ ວິ ທີກັບ ມາ ຢືມ ເງິນ . ຢືມ ເງິນ , ໂດຍ ສະ ເພາະ ກະ ມີ ເງິນ ໃຕ້ ໂຕະ ນີ້ ແຫຼະ ເນາ ະ ລະ ກະ ພ້ອມ ກັນ ກິນ ໄປ , ຊັ້ນ ນ່າ . ແລ້ວ ບາ ດນີ້ ພວກ ເຮົາ ເຄີຍ ເວົ້າ ວ່າ ວິ ຊາ ການ ພວກ ເຮົາ ນີ້ ຢູ່ ໃສ ເຮັດ ອັນ ໃດ ລະ ກິນ ນຳ ອັນ ນັ້ນ . ກິນນັ້ນ ກໍ ຄື ກິນ ໄມ້ , ກິນ ເງິນວິ ຊາ ການ , ກິນ ຣົດ , ກິນ ເຮືອນ , ກິນ ດິນ ຊັ້ນ ແຫຼະ ເນາະ ບັນ ດາ ທ່ານ ."
ທ່ານ ສົມໃຈ ເພັດສີນວນ, ສສຊ ຈາກເຂດເລືອກຕັ້ງທີ່ 12, ແຂວງຄຳມ່ວນ.
" ບັນ ດາ ການ ອອກ ນິ ຕິ ກັມ ແບບ ຊະ ຊາຍ ຂອງ ທ້ອງ ຖິ່ນ , ໂດຍ ສະ ເພາະ ກະ ແມ່ນ ຢູ່ ຮາກ ຖານ ຫຼື ວ່າ ບັນ ດາ ຂ ແນງ ການ ຢູ່ ຂັ້ນ ເມືອງ ກະ ແມ່ນ ຮາກ ຖານ ຢູ່ ຂັ້ນ ບ້ານ ກະ ມີ . ລະກ່ຽວ ກັບ ນິຕິ ກັມ ດັ່ງ ກ່າວນັ້ນ , ເຂົາ ເຈົ້າ ເອີ້ນ ວ່າ ຄ່າ ທຳ ນຽມ , ເຊິ່ງວ່າ ກະ ຊວງ ກາ ນ ເງິນບໍ່ ໄດ້ ອະ ນຸ ຍາດ , ແຕ່ ວ່າ ເຂົາ ເຈົ້າ ໄປ ອອກ . ແຕ່ ລະ ບ້ານ ກະ ບໍ່ ຄື ກັນ ແຕ່ ລະ ເມືອງ ກະ ບໍ່ ຄື ກັນ ອອກ ໃຜ ອອກ ລາວ . ອອກ ແລ້ວ ກະ ພາ ກັນ ເກັບ ເກັບ ໄດ້ ມາ ກະ ປັນ ກັນ . ມັນ ກະ ເປັນ ຊ່ອງ ຫວ່າງ ອັນ ນຶ່ງ ເຮັດ ໃຫ້ ອັນ ນຶ່ງ ມັນ ກະ ແມ່ນ ຣາຍ ຮັບ ມັນ ບໍ່ ໄດ້ ມັນ ຮົ່ວ ໄຫຼເນາະ ."
ຊາວລາວທ່ານນຶ່ງ ກໍໄດ້ໃຫ້ທັສນະແກ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍຄືທ່ານ ໄຊຍາ ເມື່ອບໍ່ດົນມານີ້ວ່າ ການສໍ້ຣາສບັງຫຼວງໃນລາວ ຍັງບໍ່ມີລັກສະນະຈິງຈັງເທົ່າທີ່ຄວນ ແລະ ບັນຫານີ້ ກໍເກີດຈາກເຈົ້າໜ້າທີ່ຣະດັບສູງຂອງພັກ-ຣັຖ ເປັນຜູ້ພາເຮັດ ແລະ ເມື່ອກວດເຫັນແລ້ວ ຈຶ່ງບໍ່ສາມາດແກ້ໄຂໄດ້ຈັກເທື່ອ.
" ກະ ຄື ຜ່ານ ມາ ເທົ່າ ທີ່ ເຫັນ ຄວາມ ເປັນ ຈິງ ເນາະ , ເຣື້ອງ ການ ປາບ ປາມ ການ ສໍ້ ຣາ ສ ບັງຫຼວງນີ້ ບໍ່ ໄດ້ ເອົາ ຈິງ ເອົາ ຈັງ ເພາະ ວ່າ ເຂົາ ຢ້ານ ແບບ ວ່າ ຄັນ ຊິ ເຮັດຫຼາຍ ພັດ ຢ້ານ ໂຕ ເອງ ສູນ ເສັຽ ອຳ ນາດ ເນາະ ຄັນ ຊິ ເຮັດ ແທ້ ເພາະ ວ່ າ ພະ ນັກ ງານ ເຂົາ ເຈົ້າ ບໍ່ ໄດ້ ກິນ ການ ນຳ ພັກ - ຣັ ຖ ພັດ ກິນ ຫັ້ນ ນ່າ . ແບບນັ້ນ ມັນ ຈະ ສົ່ງ ຜົ ລ ສະ ທ້ອນ ໃຫ້ ແກ່ ພະ ນັກ ງານ ຣະ ດັບ ຂັ້ນ ຕ່າງໆ ເນາະ ທີ່ບໍ່ ແມ່ນ ການ ນຳ ຣະ ດັບ ສູງ ຂອງ ພັກ - ຣັ ຖ ຫັ້ນ ນ່າ , ແບບນັ້ນ . ສະ ນັ້ນ , ໂຕ ເອງ ທີ່ ເປັນ ຜູ້ ນຳ ຣະ ດັບ ສູງ ພາ ເຂົາ ເປັນ ເນາະ ມັນ ບໍ່ ແມ່ນ ວ່າ ທາງ ຂັ້ນ ລຸ່ມ ເປັນ ໄດ໋ ເນາະ . ຄັນ ວ່າ ຣະ ດັບ ສູງ ເປັນ ຂັ້ນ ລຸ່ມ ເຂົາ ກະ ເປັນ ນຳ ໄດ໋ເນາະ ເພາະ ວ່າ ໂຕ ເອງ ພາ ເຂົາ ເປັນ ແບບນັ້ນ . ມັນ ກະ ເລີຍ ວ່າ ການ ໃຊ້ ອຳ ນາດນ່າ ມັນ ກະ ເລີຍ ຍາກ ເພາະ ໂຕ ເອງ ເປັນ ຄົນພາ ເຮັດ ພາ ເຂົາ ເຈົ້າ ເຮັດເນາະ . ເຂົາ ເອີ້ນ ນົກ ເຄົ້າ ທ້ວງ ຕາ ແມ່ເນາະ ."
ດັ່ງນັ້ນ, ສສຊ ຫຼາຍທ່ານ ຈຶ່ງສເນີວ່າ ແຕ່ນີ້ໄປ ຂໍໃຫ້ຣັຖບານບັງຄັບໃຊ້ກົດໝາຍຢ່າງເດັດຂາດ ຕໍ່ພະນັກງານຣັຖເອງ ແລະ ເຈົ້າໜ້າທີ່ຣະດັບສູງຂັ້ນຜູ້ນຳພັກ-ຣັຖ ຜູ້ທີ່ກວດພົບເຫັນວ່າ ເຂົ້າໄປມີສ່ວນພົວພັນກັບການສໍ້ຣາສບັງຫຼວງ ເພາະທີ່ຜ່ານມາ ແມ່ນມີແຕ່ຜ່ອນສັ້ນຜ່ອນຍາວໃຫ້ກັນ ຈົນຜູ້ທີ່ກະທຳຜິດ ບໍ່ເກງກົວຕໍ່ກົດໝາຍບ້ານເມືອງ ແລ້ວກໍກະທຳຜິດ ຈົນກາຍເປັນອາຈິນ.
ຍານາງ ບົວຄຳ ທິບພະວົງ, ສສຊ ຈາກເຂດເລືອກຕັ້ງທີ່ 1, ນະຄອນຫຼວງວຽງຈັນ ຈຶ່ງສເນີໃນກອງປະຊຸມສພາເທື່ອນີ້ວ່າ ການຈະປາບປາມການສໍ້ຣາສບັງຫຼວງໃນປະເທດລາວ ຕ້ອງເດັດຂາດໃນການປະຕິບັດກົດໝາຍ ແລະ ເຂັ້ມງວດທີ່ສຸດ.
" ຜ່ານ ມານີ້ ເຮົາ ບໍ່ ທັນ ໄດ້ ເຖິງ ຖອງ ປານ ໃດ . ເວົ້າ ຂໍ ໂທ ສ ບັນ ດາ ທ່ານ , ຍັງ ມີ ຈຳ ນວນ ເນາະ ອັນ ນີ້ ກະຖື ວ່າ ຍັງ ບໍ່ ທັນ ໄດ້ ສົມ ກັບ ການ ກະ ທຳ ຜິດ ໄດ໋ ບໍ່ ທັນ ໄດ້ ລົງ ວິ ນັຍ ເຖິງ ຖອງ ນ່າ . ເອົາ ກົດ ໝາຍ ມາ ທຽບ ກະ ບໍ່ ທັນ ໄດ້ ເຮັດ ໄດ້ ວ່າ ຊັ້ນ ສາ ໄປ໋ . ຊິ ແມ່ນ ຍ້ອນ ແນວນັ້ນ ບໍ ເຂົາ ຈຶ່ງບໍ່ ເຂັດຫຼາບ ເຂົາ ຈັ່ງ ບໍ່ ຢ້ານ ເນາະ , ອັນຜູ້ກະ ທຳ ຜິດ ຫັ້ນ ນ່າ . ຄັນ ວ່າ ຜູ້ ນຶ່ງ ກະ ທຳ ຜິດ ຈຳ ນວນ ກະ ທຳ ຜິດ ມັນ ກະ ສະ ທ້ອນ ເຖິງ ໝົດ ປະ ເທດ ຊາ ຕ ເຮົາ ນີ້ . ຮອດ ຈຸດນີ້ , ຂ້າ ພະ ເຈົ້າ ກະ ມີ ແຕ່ ຢາກ ຮຽກ ຮ້ອງວ່າ ເດັດ ຂາດ ເຄົາ ຣົ ບປະ ຕິ ບັດ ກົດ ໝາຍນີ້ ໃຫ້ ມັນ ເຂັ້ມ ງວດ ທໍ່ ນັ້ນ ແຫຼະ ."