ສົບຊາວໄທຜູ້ສຸດທ້າຍ ໄດ້ກັບບ້ານແລ້ວ
2013.10.24

ໜ່ວຍກູ້ພັຍໄດ້ຄົ້ນພົບສົບອີກນຶ່ງສົບທີ່ຢູ່ໃນເຄື່ອງແບບ ຂອງບໍຣິສັດ ນໍ້າມັນ ແຫ່ງປະເທສໄທ PTT ໃນແມ່ນໍ້າຂອງ ແລະ ມີການກວດ ສອບສົບນັ້ນ ໃນວັນພຸດນີ້ວ່າເປັນສົບຄົນໄທ ຜູ້ທີ 5 ໃນຈໍານວນຜູ້ ໂດຍສານ ທີ່ເປັນຄົນໄທ ຜູ້ເຄາະຮ້າຍ ຍ້ອນເຮືອບິນລາວ ຕົກໃສ່ ແມ່ນໍ້າຂອງ ຢູ່ເຂດເມືອງໂພນທອງ ແຂວງຈໍາປາສັກ ໃກ້ກັບເມືອງ ປາກເຊ ເມື່ອວັນທີ 16 ຕຸລາ 2013. ຕາມຣາຍງານຂອງໜັງສືພິມ Bangkok Post.
ກົງສຸນໃຫຍ່ໄທ ປະຈໍາແຂວງສວັນນະເຂດເວົ້າວ່າ ໄດ້ພົບສົບທ່ານ ນິພົນ ເມັ່ງສີ ໃນວັນພຸດເວລາບ່າຍນຶ່ງໂມງຂນະທີ່ເຈົ້າໜ້າທີ່ໜ່ວຍ ກູ້ພັຍ ຊອກຫາຊາກຍົນ ATR72-600 ຢູ່ໃຕ້ແມ່ນໍ້າຂອງ. ຕໍ່ມາ 1 ຊົ່ວໂມງ ນັກຊ່ຽວຊານຕໍາຣວດ ດ້ານສັນລະສູດສົບ ໄດ້ກວດກາສົບ ຂອງທ່່ານນິພົນ ແລະໄດ້ສົ່ງສົບນັ້ນໄປປະເທສໄທ ໃນວັນພະຫັດ. ຕາມຄໍາເວົ້າຂອງກົງສຸນໃຫຍ່ໄທ. ເຈົ້າໜ້າທີ່ວ່າອັນທີ່ເປັນຫລັກຖານຢັ້ງຢືນສົບຂອງທ່ານ ນິພົນ ເມັ່ງສີ ນັ້ນຮວມທັງການກວດລາຍມື.
ສົບຄົນໄທຜູ້ເຄາະຮ້າຍ ສາມສົບທໍາອິດ ໄດ້ຖືກສົ່ງຈາກເມືອງປາກເຊ ໄປປະເທສໄທ ເມື່ອວັນອັງຄານ ທີ່ຜ່ານມາ ແລະອີກສົບນຶ່ງ ຖືກສົ່ງໄປ ບາງກອກ ໃນວັນພຸດ. ສໍາລັບສົບຂອງຄົນໄທຜູ້ເຄາະຮ້າຍ ຄົນທີ 5 ຊື່ ນິພົນ ເມັ່ງສີ ຄືຄົນສຸດທ້າຍ ໄດ້ຖືກສົ່ງກັບບ້ານ ໃນວັນພະຫັດນີ້.