ຊາວລາວຢາກຮູ້ສາເຫດເຮືອບິນ ຕົກ

ໄມໂຊລີ
2014.03.21
F-plane-crash ຊາວບ້ານພາກັນມາເບິ່ງ ເຄື່ອງຂອງສໍາພາລະ ຂອງຜູ້ໂດຍສານ ໃນຍົນ ສາຍການບິນລາວ ທີ່ຕົກໃສ່ແມ່ນໍ້າຂອງ ໃກ້ເມືອງປາກເຊ ວັນທີ 17 ຕຸລາ 2013
AFP PHOTO / PORNCHAI KITTIWONGSAKUL

 

ບັນດາ ພີ່ນ້ອງ ຂອງ ຜູ້ ເຄາະຮ້າຍ ຈາກ ເຫດການ ເຮືອບິນຕົກ ຢາກໃຫ້ ທາງການ ອອກມາ ແຈ້ງການ ເຖິງ ສາເຫດ ຂອງ ຖ້ຽວບິນ QV301 ວຽງຈັນ - ປາກເຊ ທີ່ ໄປຕົກ ຢູ່ ເມືອງ ໂພນທອງ ແຂວງ ຈຳປາສັກ ເມື່ອ 5 ເດືອນກ່ອນ.

ຊາວລາວ ພາກັນ ຕັ້ງ ຄຳຖາມວ່າ ເມື່ອໃດ ທາງການ ທີ່ ກ່ຽວຂ້ອງ ຈະອອກມາ ສະຫຼຸບ ເຖິງສາເຫດ ທີ່ເຮັດໃຫ້ ເຮືອບິນຕົກ ແລະ ກ່ອງດຳ ກໍຊອກ ເຫັນແລ້ວ. ດັ່ງ ຜູ້ເປັນໝູ່ ຂອງ ຜູ້ເຄາະຮ້າຍ ທີ່ ບໍ່ປະສົງ ອອກຊື່ ໄດ້ເວົ້າ ໃນວັນທີ 18 ມີນາ 2014 ວ່າ:

”ຢາກຮູ້ ເພາະວ່າ ໃຫ້ມັນ ກະຈ່າງແຈ້ງ ຄືກັບ ຄົນອື່ນເຂົາ. ຄັນສົມມຸດ ເປັນຄົນໃດ ຄົນໜຶ່ງ ໃນຄອບຄົວເຮົາ ເຣື້ອງນີ້ເນາະ ມັນເປັນເຣື້ອງ ເປີດເຜີຽ ຢູ່ແລ້ວ ເປັນຫຍັງ ຊິບໍ່ໃຫ້ ເຮົາຮູ້. ຄັນເຮົາຮູ້ ມາເອີ້ ລັຖເຮົາ ມີການ ຊົດໃຊ້ ອັນນັ້ນນີ້ ປະກັນໄພ ເຮົາໃຊ້ ອັນນັ້ນ ອັນນີ້ ຍັງໃຄ ກ່ອນ ວ່າຈະປິດບັງ ມາວ່າ ບໍ່ມີຫຍັງ ເກີດຂຶ້ນມາ. ຈັກມີຫຍັງ ຊິເກີດຂຶ້ນ ບາງເທື່ອ ມື້ໜ້າມາ ເປັນນຳເຮົາ ເດຊັ້ນ ໃຜຊິຮູ້?”.

ມາຮອດ ປັດຈຸບັນ, ສັງຄົມ ລາວ ແລະ ຍາດພີ່ນ້ອງ ຂອງ ຜູ້ທີ່ເສັຽ ຊີວິດ ຈາກ ອຸບັດຕິເຫດຂອງ ສາຽການບິນ ລາວ ຖ້ຽວບິນ QV301 ວຽງຈັນ - ປາກເຊ ຍັງລໍຖ້າ ຄຳຕອບ ຢູ່ວ່າ ກົກປາຽ ສາເຫດ ຂອງ ອຸບັດຕິເຫດ ໃນຄັ້ງນັ້ນ ເປັນຍ້ອນ ຫຍັງ ກັນແທ້? ພາກສ່ວນໃດ ຈະ ເປັນຜູ້ ຮັບຜິດຊອບ ໂດຍກົງ? ຈະມີ ການ ປັບໄໝ ໃສ່ໂທດ ທາງອາຍາ ຕໍ່ບຸກຄົນ ທີ່ບົກຜ່ອງ ໃນໜ້າທີ່ ຫຼືບໍ່? ທາງການ ຄວນອອກມາ ເປີດເຜີຽ ເພາະ ທຸກຄົນ ຕ້ອງການ ຄວາມ ໂປ່ງໄສ.

ເຫດການ ເຮືອບິນຕົກ ໃນຄັ້ງນັ້ນ ເກີດຂຶ້ນ ໃນວັນທີ 16 ຕຸລາ 2013 ຖ້ຽວບິນ QV301 ວຽງຈັນ-ປາກເຊ ດ້ວຍເຮືອບິນ ລຸ້ນ ATR 72-600 ທີ່ມີ ຜູ້ ໂດຍສານ 44 ຄົນ ແລະ ພະນັກງານ ບິນ 5 ຄົນ. ຜູ້ເຄາະຮ້າຽ ທີ່ ເສັຽຊີວິດ ທັງໝົດ ໄປຈາກ 11 ປະເທດ ດ້ວຽກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.