ຊາວມົ້ງລາວທີ່ຕົກຄ້າງຢູ່ໄທ
2014.04.21

ຫລັງຈາກ ສູນ ອົພຍົບ ຂອງ ອົງການ ຈັດຕັ້ງ ສາກົນ ເພື່ອການ ໂຍກຍ້າຍ ຖິ່ນຖານ IOM ທີ່ ແຂວງ ສະຣະບູຣີ ປະເທສ ໄທ ຊຶ່ງ ເຄີຍໃຫ້ ການ ຊ່ວຍເຫລືອ ຊາວມົ້ງ ລາວ ໄດ້ປິດລົງ ເມື່ອ ປີ 2011 ມີຊາວມົ້ງ ຫລາຍ ພັນຄົນ ທີ່ວ່າ ຈະໄດ້ໄປ ຢູ່ ປະເທສ ທີ 3 ຖືກສົ່ງ ກັບ ສປປລາວ ແຕ່ ກໍຍັງມີ ບາງສ່ວນ ຕົກຄ້າງ ຢູ່ໄທ ແລະ ມີຊີວິດ ຢູ່ໃນ ຄວາມ ກັງວົນ ເພາະກາຍ ເປັນຄົນ ບໍ່ມີ ສັນຊາດ ແລະ ຖືກຄົນໄທ ທີ່ບໍ່ດີ ບາງກຸ່ມ ຂົ່ມເຫັງ. ດັ່ງ ອະດີດ ຊາວມົ້ງ ລາວ ອົພຍົບ ຢູ່ແຂວງ ສະຣະບູຣີ ຜູ້ນຶ່ງ ເວົ້າວ່າ:
"ຈາກ 8,000 ລົດ ລົງມາ 7,000 ຄົນ 5,000 ຄົນ ເຂົາສົ່ງ ກັບໄປ ປະເທສ ລາວ ເມື່ອກ່ອນນີ້ ຫລາຍ ກວ່ານີ້ ແຕ່ຕອນນີ້ ໜີໄປ ໝົດແລ້ວ ໜີໄປໄສ ກໍບໍ່ຮູ້ ແຕ່ຕອນ ນີ້ ມົ້ງ ທີ່ສົ່ງຈາກ ປະເທສ ໄທ ຕິດຕໍ່ ບໍ່ໄດ້ ເລີຍ".
ທ່ານວ່າ ປັດຈຸບັນ ຢູ່ ແຂວງນີ້ ມີຊາວມົ້ງ ຄອບຄົວ ດຽວ, 8 ຄົນ, ຢູ່ໃນ ຄວາມ ກັງວົນ ຍ້ອນຖືກ ກັ່ນແກ້ງ. ຖ້າ ຈະກັບຄືນ ປະເທສ ລາວ ກໍຢ້ານ. ພີ່ນ້ອງ ທີ່ເຄີຽ ຢູ່ໃນສູນ ນໍາກັນ 5,000 ຄົນ ທີ່ ຖືກສົ່ງ ກັບລາວ ກໍບໍ່ ສາມາດ ຕິດຕໍ່ ຫາໄດ້ ຂະນະທີ່ ພວກເຂົາເຈົ້າ ຈໍານວນນຶ່ງ ຍ້າຍໄປຢູ່ ແຂວງຕ່າງໆ ແລະ ບາງຄົນ ກໍໄປຢູ່ ປະເທສ ທີ 3 ແລ້ວ.
ອະດີດ ຊາວມົ້ງ ລາວ ອົພຍົບ ຢູ່ແຂວງ ສະຣະບູຣີ ທ່ານນີ້ ວ່າ ສໍາລັບ ຄອບຄົວ ທີ່ວ່ານີ້ ທັງ ຜົວ ແລະເມັຍ ປັດຈຸບັນ ເຮັດວຽກ ຢູ່ ໂຮງງານ, ສ່ວນລູກ 6 ຄົນ ຍັງຮຽນ ຢູ່.
ພວກເຂົາເຈົ້າ ບໍ່ຫວັງ ທີ່ຈະ ໂຍກຍ້າຍ ໄປຢູ່ ປະເທສ ທີ 3. ແຕ່ສິງທີ່ ຢ້ານ ທີ່ສຸດ ຄືການ ທີ່ຈະຖືກ ສົ່ງກັບ ໄປ ປະເທສລາວ ຍ້ອນເຊື່ອວ່າ ຫາກຖືກ ສົ່ງກັບ ຊີວິດ ການເປັນ ຢູ່ ຈະລໍາບາກ ກວ່າຢູ່ ປະເທສ ໄທ.